ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ພັນ​ຄົນ​ ໄປທີ່ຈະ​ຕຸ​ລັດເຊນປີເຕີ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ສະ​ການ​ແກ່ ພ​ະ​ສັນ​ຕະ​ປາ​ປາເບເນ​ດິກ ທີ 16 ທີ່​ອອກ​ບຳ​ນານ​ແລ້ວ


ໂລງ​ສົບ​ຂອງ ອະ​ດີດພ​ະ​ສັນ​ຕະ​ປາ​ປາເບເນ​ດິກຖື​ກຜູ້​ຄົນ​ຫາມໄປ ຢູ່ໃນພິ​ທີ​ສົ່ງ​ສະ​ການ ໃນຈະ​ຕຸ​ລັດເຊນປີເຕີ ທີ່​ວັງ​ວາ​ຕີ​ກັນ, ວັນ​ທີ 5 ມັງ​ກອນ, 2023
ໂລງ​ສົບ​ຂອງ ອະ​ດີດພ​ະ​ສັນ​ຕະ​ປາ​ປາເບເນ​ດິກຖື​ກຜູ້​ຄົນ​ຫາມໄປ ຢູ່ໃນພິ​ທີ​ສົ່ງ​ສະ​ການ ໃນຈະ​ຕຸ​ລັດເຊນປີເຕີ ທີ່​ວັງ​ວາ​ຕີ​ກັນ, ວັນ​ທີ 5 ມັງ​ກອນ, 2023

ບັນດາຜູ້ໄປໄວ້ອາໄລຫລັ່ງ​ໄຫລ​ເຂົ້າໄປໃນຈະ​ຕຸ​ລັດເຊນປີເຕີ ໃນວັນພະຫັດມື້ນີ້ ເພື່ອເຂົ້າ​ຮ່ວມພິທີສົ່ງ​ສະ​ການ ພ​ະ​ສັນ​ຕະ​ປາ​ປາເບເນ​ດິກ ທີສິບ​ຫົກ ທີ່​ອອກ​ບຳ​ນານ​ແລ້ວ ເພື່ອສະແດງຄວາມເຄົາລົບຄັ້ງສຸດທ້າຍຕໍ່ນັກບວດຊາວເຢຍຣະມັນ ທີ່ສ້າງປະຫວັດສາດໂດຍການອອກກິນເບ້ຍບໍານານ ແລະມີ​ການເຂົ້າຮ່ວມໃນພິ ທີສູດ​ມົນທີ່ຫາຍາກ ​ແກ່ດວງວິນ​ຍານ​ຂອງ​ພະສັນຕະປາປາ​ສິ້ນ​ພະ​ຊົນໂດຍການ​ເປັນ​ປະ​ທານ​ ຂອງພະ​ສັນ​ຕະ​ປະ​ປາ​ທີ່​ຍັງມີຊີວິດຢູ່, ອີງ​ຕາມ​ອົງ​ການ​ຂ່າວເອ​ພີ.

ໝອກໜາໄດ້ປົກຄຸມໄປ​ທົ່ວ​ວັງ​ວາ​ຕີ​ກັນ ກ່ອນອາລຸນວັນ​ໃໝ່ ຂະນະທີ່ຕຳຫຼວດ ໄດ້ຄວບຄຸມເຄື່ອງກວດຈັບໂລຫະ ແລະສິ່ງກີດຂວາງຕ່າງໆ ແລະໄດ້ພາພວກ ທີ່ໄປ​ອວຍ​ພອນເຂົ້າໄປໃນຈະ​ຕຸ​ລັດ​ນັ້ນ. ປະມຸກຂອງ​ປະ​ເທດ​ຕ່າງໆ ແລະເຊື້ອ​ພະ​ວົງ​ທັງ​ຫລາຍ, ນັກບວດຈາກທົ່ວໂລກ ແລະຜູ້ທີ່​ນັບ​ຖື​ສາ​ສະ​ໜານີ້ ຫລາຍ ພັນຄົນກໍາລັງເຕົ້າໂຮມກັນຢູ່ທີ່ວັງ​ວາ​ຕີ​ກັນ, ເຖິງແມ່ນວ່າພ​ະ​ສັນ​ຕະ​ປາ​ປາເບເນ​ດິກ ຮ້ອງຂໍໃຫ້ເຮັດ​ພິ​ທີ​ແບບງ່າຍດາຍແລະຂໍໃຫ້ການ​ດຳ​ເນີນຄວາມພະຍາຍາມ ຢ່າງທາງການຮັກສາພິທີປົງສົບຄັ້ງທໍາອິດ ສໍາລັບພ​ະ​ສັນ​ຕະ​ປາ​ປາ ທີ່​ອອກ​ບຳ​ນານ ໃນຍຸກສະໄຫມໃຫມ່ນັ້ນ ໃຫ້​ເປັນແບບ​ລຽບ​ງ່າຍກໍ​ຕາມ.

ຫຼາຍຄົນໄດ້ຮັບການຊົມເຊີຍຈາກຊາວບາ​ເວ​ເຣຍພື້ນເມືອງຂອງພ​ະ​ສັນ​ຕະ​ປາ​ປາ ເບເນ​ດິກ ແລະໄດ້ນຸ່ງຊຸດພື້ນເມືອງ, ລວມທັງເສື້ອຂົນແກະໜາ​ນຸ້ມ ເພື່ອປ້ອງ ກັນອາກາດໜາວເຢັນໃນຕອນເຊົ້າ.

ພະ​ສາ​ດາ​ໜາ​ຄ​ຣິດ​ຕຽນພາ​ກັນ​ນັ່ງເພື່ອ​ກຽ​ມ​ສູດ​ມົນ​ໃນ​ພິ​ທີ່​ສົ່ງ​ສະ​ການ​ຂອງ​ອະ​ດີດ​ພະ​ສັນ​ຕະ​ປະ​ປາ ເບ​ເນ​ດິກ ໃນ​ວັງ​ວາ​ຕີ​ການ, ວັນ​ທີ 5 ມັງ​ກອນ, 2023
ພະ​ສາ​ດາ​ໜາ​ຄ​ຣິດ​ຕຽນພາ​ກັນ​ນັ່ງເພື່ອ​ກຽ​ມ​ສູດ​ມົນ​ໃນ​ພິ​ທີ່​ສົ່ງ​ສະ​ການ​ຂອງ​ອະ​ດີດ​ພະ​ສັນ​ຕະ​ປະ​ປາ ເບ​ເນ​ດິກ ໃນ​ວັງ​ວາ​ຕີ​ການ, ວັນ​ທີ 5 ມັງ​ກອນ, 2023

ທ່ານເຣມອນ ເມ​ນາ (Raymond Mainar), ຜູ້ທີ່ເດີນທາງມາຈາກບ້ານນ້ອຍໆ ທາງທິດຕາເວັນອອກຂອງນະ​ຄອນ​ມູ​ນິກ (Munich) ກ່າວວ່າ "ພວກເຮົາມາໜີ້ ເພື່ອໄຫວ້ພ​ະ​ສັນ​ຕະ​ປາ​ປາ ເບເນ​ດິກ ແລະຢາກຢູ່ທີ່ນີ້ ໃນມື້ນີ້ ເພື່ອສັ່ງລາພະ​ອົງ." ທ່ານ​ກ່າວ​ອີກວ່າ "ພະ​ອົງ​ເປັນສັນຕະປາປາທີ່ດີຫຼາຍ."

ອະດີດພ​ະ​ສັນ​ຕະ​ປາ​ປາ ໂຈເຊັບ ແຣັດ​ຊິງ​ເກີ (Joseph Ratzinger) ຜູ້ທີ່ສິ້ນ​ພະ​ຊົນໃນວັນ​ທີ 31 ທັນວາ ລວມ​ອາ​ຍຸໄດ້ 95 ປີນັ້ນ ຖືວ່າ ເປັນນຶ່ງໃນນັກ ສາດສະຫນາທີ່ຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20 ແລະໃຊ້ເວລາຕະຫຼອດຊີ ວິດຂອງພະ​ອົງເພື່ອຍຶດຫມັ້ນໃນຄໍາສອນຂອງສາດສະຫນາຈັກ. ແຕ່ພະອົງຈະໄດ້ລົງໄປໃນໜ້າປະຫວັດສາດສໍາລັບການກະທໍາທີ່​ເປັນການປະຕິວັດ ທີ່ມີເອກະລັກ, ການປ່ຽນແປງອະນາຄົດຂອງຕຳ​ແໜ່ງພ​ະ​ສັນ​ຕະ​ປາ​ປາ: ກໍ​ຄື ພຣະອົງໄດ້ອອກ​ກິນ​ເບ້ຍບໍານານ ຊຶ່ງ​ເປັນພ​ະ​ສັນ​ຕະ​ປາ​ປາອົງ​ທໍາອິດໃນຫົກສັດຕະວັດທີ່ໄດ້ເຮັດເຊັ່ນນັ້ນ.

ພະສັນຕະປາປາ ແຟ​ຣນ​ຊິ​ສ (Francis) ໄດ້ສັນ​ລະ​ເສີນຄວາມກ້າຫານຂອງ ພະສັນຕະປາປາເບ​ເນ​ດິກ ທີ່ກ້າວອອກໄປ, ໂດຍກ່າວວ່າ ມັນໄດ້ "ເປີດປະຕູ" ໃຫ້ແກ່ພະສັນຕະປາປາ ອົງອື່ນໆ ໃຫ້ເຮັດແບບດຽວກັນ. ພະສັນຕະປາປາ ແຟ​ຣນ​ຊິ​ສ ໃນສ່ວນຂອງພະ​ອົງ​ແລ້ວ ເມື່ອບໍ່ນານມານີ້ກ່າວວ່າ ພະ​ອົງໄດ້ຂຽນຄຳແນະນຳປະ​ໄວ້ ໂດຍໄດ້ອະທິບາຍເຖິງເງື່ອນໄຂທີ່ພະ​ອົງຈະລາອອກ.

ພະສັນຕະປາປາແຟ​ຣນ​ຊິ​ສ ມີ​ກຳ​ນົດວ່າ ​ຈະເປັນປະທານໃນພິທີສົົ່ງ​ສະ​ການ, ຊຶ່ງເຈົ້າຫນ້າທີ່ຄາດຄະເນວ່າຈະ​ມີປະມານ 100,000 ຄົນເຂົ້າຮ່ວມ, ໂດຍສູງກວ່າການຄາດຄະເນໄວ້​ວ່າ ຈະ​ມີ 60,000 ຄົນ ອີງ​ຕາມສື່ມວນຊົນອີຕາລີລາຍງານ, ໂດຍອ້າງອີງເຖິງແຜນການຮັກສາຄວາມປອດໄພ ຂອງຕໍາຫຼວດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG