ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ Ukraine ປະທ້ວງ ຕໍ່ຕ້ານລັດຖະບານ ຄັ້ງໃຫຍ່ (ວີດີໂອ)


ຊາວ Ukraine ຫຼາຍພັນຄົນ ກໍາລັງ ເດີນຂະບວນປະທ້ວງຕໍ່ ຕ້ານ ລັດຖະບານ ທີ່ໄປເຂົ້າຂ້າງຣັດເຊຍ
ຊາວ Ukraine ຫຼາຍພັນຄົນ ກໍາລັງ ເດີນຂະບວນປະທ້ວງຕໍ່ ຕ້ານ ລັດຖະບານ ທີ່ໄປເຂົ້າຂ້າງຣັດເຊຍ
ຊາວ​ຢູ​ເຄຣນ ຫຼາຍພັນ​ຄົນ​ພາກັນ​ລຸ​ຫຼັ່ງໄປ​ຍັງ​ໃຈກາງ​ນະຄອນຫຼວງ Kyiv ​ໃນ​ວັນ​ອາທິດ​ ມື້​ນີ້ ເພື່ອ​ປະກອບສ່ວນ​ໃນ​ອັນ​ທີ່​ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ຄາດ​ວ່າຈະ​ເປັນ​ການ​ເດີນ​ຂະ​ບວນ ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານຄັ້ງ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ການ​ປະ​ທ້ວງ​ຂອງ​ມະຫາຊົນ​ໄດ້​ເລີ້ມ​ຂຶ້ນ ​ເມື່ອ​ສາມ​ອາທິດ​ຜ່ານ​ມາ.

ພວກ​ຈັດ​ແຈງ​ຫວັງວ່າ ຈະ​ມີ​ຜ້ຄົນຫຼາຍ​ເຖິງ​ນຶ່ງ​ລ້ານ​ຄົນ ມາ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນມື້​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ການ​ຕັດສິ​ນ​ໃຈ​ຂອງປະທານາ ທິບໍດີ Viktor Yanukovych ທີ່​ຖອນ​ໂຕ​ຈາ​ກຂໍ້​ຕົກລົງ​ດ້ານ​ການ​ຄ້າ ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ເລືອກ​ທີ່​ຈະ​ຮັກສາ​ສາຍ​ພົວ ພັນ​ທາງ​ເສດ ຖະກິດ​ກັບ​ມອສ​ໂຄ​ໄວ້​ແທນ​ນັ້ນ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Arseniy Yatsenyuk ກ່າວ​ວ່າ ທ່ານ​ຈະ​ເຈລະຈາ​ກັບ​ປະທານາ ທິບໍດີ Yanukovych ກໍ​ຕໍ່​ເມື່ອ​ທ່ານແຕ່ງ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ​ມາ ຊຶ່ງ​ຈະ​ຕ້ອງ​ເປັນ​ລັດຖະບານ
ທີ່​ຈະ​ເສີມ​ສ້າງ​ສາຍ​ພົວພັນ​ກັບ​ຢູ​ໂຣບ ​ໃຫ້​ເລິກ​ເຊິ່ງກ່ວາ​ເກົ່າ ​ເທົ່າ​ນັ້ນ.

ການ​ປະ​ທ້ວງ​ຂອງ​ຝ່າຍ​ຄ້ານ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ທ້າຍ​ເດືອນ​ແລ້ວ​ນີ້ ຫຼັງຈາກ​ທີ່ປະທາ ນາທິບໍດີ Yanukovych ບໍ່​ຍອມ​ເຊັນ​ສັນຍາ​ການ​ຄ້າ​ກັບ​ອີ​ຢູ ທີ່​ໄດ້​ມີ​ການ​ລໍຖ້າ​ກັນ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ. ຫຼາຍມື້​ຕໍ່​ມາຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອີ​ຢູ ທີ່ Lithuania ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ໄດ້​ບອກ​ກັບ​ຜູ້​ນໍາ​ຢູ​ເຄຣນ ວ່າ “ພວກ​ເຮົາ​ໄດ້​ຄາດໝາຍ​ຈາກ​ທ່ານ ຫຼາຍກ່ວາ​ນັ້ນ.”

ເບິ່ງວີດີໂອ ຜູ້ນໍາການປະທ້ວງຖະແຫຼງຕໍ່ນັກຂ່າວ:

Ukraine Opposition Leader Addresses Foreign Media
please wait

No media source currently available

0:00 0:01:37 0:00
ລິງໂດຍກົງ


Thousands Gather for Protest Against Ukraine Government

Thousands of Ukrainians are flocking to the center of the capital city of Kyiv for what opposition leaders expect to be the largest anti-government demonstration since mass protests started three weeks ago.

Organizers hope around one million people show up Sunday to protest President Viktor Yanukovych's decision to back away from a trade deal with the European Union. Instead, he opted to preserve economic ties to Moscow.

Opposition leader Arseniy Yatsenyuk says he will negotiate with President Yanukovych only if he names a new government that will deepen European ties.

The opposition protests erupted late last month, after President Yanukovych refused to sign a long-anticipated EU trade deal. Days later, at an EU summit in Lithuania, German Chancellor Angela Merkel told the Ukrainian leader, "We expected more from you."
XS
SM
MD
LG