ພົນລະເຮືອນຫລາຍພັນຄົນ ໄດ້ພາກັນຫລົບໜີອອກຈາກເມືອງ
ຫຼວງຂອງແຂວງ ນຶ່ງ ໃນຊູດານໃຕ້ ທ່າມກາງຄວາມຢ້ານກົວຈະ
ເກີດການປະທະກັນຮອບໃໝ່ລະ ຫວ່າງພວກກະບົດ ແລະທະ
ຫານລັດຖະບານ.
ເຈົ້າໜ້າທີ່ ມະນຸດສະທໍາສະຫະປະຊາຊາດ ທ່ານ Toby Lanzer
ໄດ້ໄປຢ້ຽມ ຢາມເມືອງ Bentiu ເມືອງຫຼວງຂອງລັດ Unity ໃນ
ວັນພະຫັດວານນີ້. ໃນການສົ່ງຂ່າວຜ່ານທາງ Twitter ນັ້ນທ່ານ
ກ່າວວ່າ ທ່ານໄດ້ເຫັນ “ເກືອບວ່າ ບໍ່ມີພົນ ລະເຮືອນເລີຍ” ຢູ່ໃນ
ເຂດກາງເມືອງແລະບັນດາຮ້ານຄ້າ ທີ່ຕັ້ງຢູ່ໃນບໍລິເວນຕະ ຫຼາດ
ໃຫຍ່ ໄດ້ຖືກລັກຂະໂມຍເອົາເຄື່ອງຂອງ ແລະສ່ວນໃຫຍ່ໄດ້ຖືກ
ທໍາລາຍ.
ລາຍງານຈາກເຂດດັ່ງກ່າວແຈ້ງວ່າ ທະຫານທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ Salva Kiir
ກໍາລັງບຸກຄືບໜ້າໄປສູ່ເມືອງ Bentiu ທີ່ໄດ້ຖືກຍຶດມາໄດ້ຫລາຍອາທິດແລ້ວ ໂດຍພວກກະ
ບົດທີ່ສະໜັບສະໜູນທ່ານ Reik Machar ຊຶ່ງເປັນ ຄູ່ແຂ່ງຂອງປະທານາທິບໍດີ.
ໃນຂະນະດຽວກັນ ການເຈລະຈາ ຢູ່ປະເທດເພື່ອນບ້ານ ເອທິໂອເປຍ ຍັງບໍ່ຄືບໜ້າ ໂດຍທີ່
ອີກຄັ້ງນຶ່ງ ລັດຖະບານໄດ້ປະຕິເສດຕໍ່ການຮຽກຮ້ອງຂອງພວກກະ ບົດ ທີ່ຢາກໃຫ້ປ່ອຍນັກ
ໂທດການເມືອງ 11 ຄົນ.
ໂຄສົກຄົນນຶ່ງ ຂອງພວກກະບົດ ທີ່ກອງປະຊຸມເຈລະຈາສັນຕິພາບ ຢູ່ນະຄອນ Abdis
Ababa ໄດ້ໃຊ້ສະພາບການບໍ່ໄປບໍ່ມາ ໃນວັນພະຫັດວ່ານນີ້ ກ່າວຫາ ທະຫານ ແລະເຮືອ
ບິນລົບອູການດາວ່າ ໂຈມຕີທີ່ໝັ້ນພວກກະບົດ. ເຖິງຢ່າງໃດກໍດີ ອູການດາກ່າວອ້າງວ່າ
ການມີໜ້າທາງທະຫານຂອງຕົນ ໃນຊູດານໃຕ້ນັ້ນ ແມ່ນຢູ່ໃນຂອບເຂດຈໍາກັດ ເພື່ອປ້ອງ
ກັນປະຊາຊົນຂອງຕົນທີ່ຕົກຄ້າງຢູ່ທີ່ນັ້ນ.
ໃນພາກສ່ວນຂອງທ່ານແລ້ວ ຜູ້ນໍາໃນການເຈລະຈາຂອງລັດຖະບານຊູດານ ບໍ່ ໄດ້ໃຫ້
ຄວາມສຳຄັນຕໍ່ການກ່າວອ້າງຂອງພວກກະບົດ ກ່ຽວກັບການໂຈມຕີທາງອາກາດ ນັ້ນ
ວ່າ ເປັນ “ການໂຄສະນາຊວນເຊື່ອ.”