ນໍ້າຖ້ວມຍ້ອນລະດູຝົນມໍລະສຸມ ຄັ້ງຮ້າຍແຮງທີ່ສຸດທີ່ໄດ້ກະທົບ
ພາກໃຕ້ຂອງມຽນມາ ໃນຮອບຫຼາຍໆປີ ໄດ້ບັງຄັບໃຫ້ປະຊາຊົນ
ເກືອບ 70,000 ຄົນຕ້ອງໄດ້ອົບພະຍົບອອກຈາກບ້ານເຮືອນ
ຂອງພວກເຂົາເຈົ້າ ແລະໄດ້ຖ້ວມພື້ນທີ່ປູກຝັງ ໃນບໍລິເວນອັນ
ກ້ວາງໃຫຍ່.
ທາງການກ່າວວ່າ ສູນກາງບັນເທົາທຸກຫຼາຍໆຮ້ອຍແຫ່ງ ໄດ້ເປີດ
ບໍລິການໃຫ້ທີ່ພັກພາອາໄສຊົ່ວຄາວ ແກ່ພວກທີ່ຕ້ອງໄດ້ອົບພະ
ຍົບໜີຈາກບ້ານເຮືອນ ຫຼັງຈາກຝົນໄດ້ຕົກລົງມາ ຈົນພາໃຫ້ນໍ້າ
ຖ້ວມ ເປັນຫຼາຍອາທິດແລ້ວນັ້ນ. ພວກເຂົ້າເຈົ້າກ່າວວ່າ ຝົນຕົກ
ຄັ້ງນີ້ແມ່ນຮ້າຍແຮງສຸດ ຕັ້ງແຕ່ປີ 2004 ມາ.
ຂົງເຂດດຽວກັນນີ້ ກໍໄດ້ຖືກກະທົບ ໂດຍພາຍຸ Cyclone ຄັ້ງຮ້າຍ
ແຮງໃນປີ 2008 ທີ່ພາໃຫ້ມີຄົນເສຍຊີວິດ ເຖິງ 130,000 ຄົນ.
ຍັງບໍ່ທັນໄດ້ມີລາຍງານເຖິງການບາດເຈັບລົ້ມຕາຍ ຍ້ອນໄພນໍ້າຖ້ວມໃນຄັ້ງນີ້ເທື່ອ.