ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ້ານວ່າ ມີຫຼາຍພັນຄົນ ເສຍຊີວິດ ໃນເຫດດິນເຈື່ອນ ຢູ່ ອັຟການິສຖານ (ສະໄລດ໌/ວີດີໂອ)


ຊາວອັຟການິສຖານ ພວມຊອກຄົ້ນຫາ ພວກທີ່ລອດຊີວິດ ຫລັງຈາກເກີດດິນເຈື່ອນ ຖົມບ້ານ Abi-Barik ໃນແຂວງ Badakhshan (3 ພຶດສະພາ 2014)
ຊາວອັຟການິສຖານ ພວມຊອກຄົ້ນຫາ ພວກທີ່ລອດຊີວິດ ຫລັງຈາກເກີດດິນເຈື່ອນ ຖົມບ້ານ Abi-Barik ໃນແຂວງ Badakhshan (3 ພຶດສະພາ 2014)
ພວກກູ້ໄພແລະອາສາສະໝັກຫຼາຍຮ້ອຍຄົນໃນພາກຕາເວັນອອກ
ອັຟການິສຖານ ພວມດຳເນີນງານ ຢ່າງເຕັມທີ່ ເພື່ອຊອກຫາພວກ ທີ່ລອດຊີວິດມາໄດ້ຈາກເຫດດິນເຈື່ອນຮ້າຍແຮງຍ້ອນເກີດຝົນຕົກ ໜັກໃນວັນສຸກວານນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດປະມານ 2,000 ຄົນ ແລະອີກຫຼາຍໆຮ້ອຍຄົນ ຍັງຫາຍສາບສູນ.

ພວກກູ້ໄພທີ່ໃຊ້ມືແລະຊ້ວນ ພວມພາກັນຂຸດຄົ້ນຢູ່ຕາມຂີ້ຕົມແລະ
ຊາກຫັກພັງ ທີ່ເລິກຢ່າງໜ້ອຍ 10 ແມັດ ຊຶ່ງເກີດຈາກຝົນຕົກໜັກ ທີ່ໄດ້ຖົມເຮືອນຊານຫລາຍຮ້ອຍຫລັງໃນເຂດເມືອງ Argo ແຂວງ
Badakhshan ທີ່ສອກຫລີກຫ່າງໄກຢູ່ໃນພາກຕາເວັນອອກສຽງ ເໜືອຂອງອັຟການິສຖານ.
AFGHANISTAN VOSOTVO
please wait
Embed

No media source currently available

0:00 0:00:53 0:00

ທ່ານ Shah Waliullah Adeeb ເຈົ້າແຂວງໆ Badakhshan ກ່າວວ່າ ມີ 2,000 ກວ່າຄົນຍັງ ຊອກຫາບໍ່ທັນເຫັນເທື່ອ ແລະຢ້ານວ່າ ເສຍຊີວິດໄປແລ້ວ ຫລັງຈາກໄດ້ເກີດດິນເຈື່ອນ ທີ່ຖົມ ເຮືອນປະມານ 300 ຫລັງ.

ອົງການສະຫະປະຊາຊາດກ່າວວ່າ ມີ 350 ຄົນແລ້ວ ໄດ້ຮັບການຢືນຢັນວ່າ ເສຍຊີວິດ.

ນອກນັ້ນ ຍັງມີອີກຫລາຍໆຮ້ອຍຄົນໄດ້ຖືກຍົກຍ້າຍອອກຈາກບໍລິເວນດັ່ງກ່າວ ຍ້ອນຢ້ານວ່າ ຈະເກີດດິນເຈື່ອນຕື່ມ.


XS
SM
MD
LG