ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດ​​ວ່າ ຈະມີຫຼາຍພັນຄົນ ໄປ​ຮ່ວມ​ພິທີ​ສົ່ງສະການ ​ທ້າວ Brown ໄວລຸ້ນທີ່ຖືກຍິງຕາຍ (ສະໄລດ໌/ວີດີໂອ)


ຄາດ​ກັນວ່າ ຈະ​ມີຫຼາຍພັນ​ຄົນ ໄປ​ຮ່ວມ​ພິທີ​ສົ່ງສະການ​ສົບ​ຂອງ
​ທ້າວ Michael Brown ໃນ​ວັນ​ຈັນ​ມື້​ນີ້ ຢູ່ Saint Louis ເມືອງ
ຫລວງ ຂອງລັດ Missouri ທາງ​ພາກ​ກາງຂອງ​ສະຫະລັດ ຊຶ່ງຜູ້
​ກ່ຽວເປັນ​ໄວ​ລຸ້ນຜິວດຳບໍ່​ມີ​ອາວຸດ ທີ່ຖືກ​ເຈົ້າໜ້າ​ທີ່​ຕຳຫລວດຜິວ
​ຂາ​ວ ຍິງ​ຕາ​ຍ ເມື່ອ​ຕົ້ນ​ເດືອນນີ້.

ທ້າວ Brown ​ໄວ 18 ປີ ຖືກນາຍ​ຕຳຫລວດ Darren Wilson ​
ຍິງ​ຕາຍ ​ໃນ​ການປະ​ເຊີນ​ໜ້າ​ກັນ​ເມື່ອ​ວັນ​ທີ 9 ສິງຫາ ຢູ່​ເມືອງ
Ferguson ​ເຂດ​ຊານ​ເມືອງ St. Louis.

ພິທີ​ສົ່ງສະການ​ໃນ​ວັນ​ຈັນ​ມື້​ນີ້ ຈະ​ມີ​ຂຶ້ນ ​ພາຍ​ໃຕ້​ການຕິດຕາມ​ເບິ່ງ​ຂອງ​ເຈົ້າໜ້າ​ທີ່ຕຳຫລວດ​ ຢ່າງ​ໜັກ​ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ ຂຶ້ນມາ​ໃໝ່ອີກ. ​ເມືອງ Ferguson ໂດຍ​ສ່ວນ​ໃຫຍ່ ແມ່ນຢູ່​ໃນ​ສະພາບ ​ທີ່​ສະຫງົບ​ງຽບ ​ໃນ 2-3 ມື້​ທີ່​ຜ່ານ​ມາ​ນີ້ ລຸນ​ຫຼັງ​ໄລຍະ​ເວລາເກືອ​ບ 2 ອາທິດ ​ທີ່​ມີການ​ກໍ່​ຄວາມວຸ້ນ​ວາຍ.

ຄາດ​ກັນ​ວ່າ ຈະມີຜູ້ນຳ​ສິດທິ​ພົນລະ​ເມືອງ​ລະດັບຊາດ ຈຳນວນ​ນຶ່ງ ໄປ​ຮ່ວມ​ພິທີ ລວມທັງ
ຄຸນ​ພໍ່ Reverend​ Al Sharpton ​ທີ່​ຈະເປັນ​ຜູ້ກ່າວ​ຄຳສະດຸ​ດີ.

​ເຈົ້າໜ້າ​ທີ່​ທຳນຽບຂາວ 3 ທ່ານ ກໍຈະ​ເຂົ້າຮ່ວມ​ດ້ວຍ ລວມທັງ ທ່ານ Broderick Johnson
ຫົວໜ້າໜ່ວຍ​ສະ​ເພາະ​ກິດ My Brother’s Keeper ​ແລະ ທ່ານ Marlon Marshall ກັບ​
ທ່ານ​ນາງ Heather Foster ຈາກ​ຫ້ອງ​ວ່າການພົວພັນ​ກັບ​ມວນ​ຊົນ​ຂອງ​ທຳນຽບຂາວ.

ຄຳ​ບອກ​ເລົ່າ​ກ່ຽວ​ກັບ​ເຫດການຍິງ​ທ້າວ Brown ທີ່​ເກີດ​ຂຶ້ນ​ເມື່ອວັນ​ທີ 9 ສິງຫານັ້ນ ​ແມ່ນ​
ແຕກ​ຕ່າງ​ກັນ. ຝ່າຍ​ຕຳຫລວດ ກ່າວ​ຫາ​ວ່າ ທ້າວ Brown ​ເປັນ​ຜູ້​ຮຸກ​ຮານ ​ໃນ​ລະຫວ່າງ​ມີ​
ການ​ຕໍ່ສູ້​ກັນ ກັບ​ຕຳຫລວດ Wilson ​ແຕ່ພວກ​ເຫັນ​ເຫດການ ກ່າວ​ວ່າ ຕຳຫລວດ​ໄດ້​ຍິງ​
ທ້າວ Brown ​ໂດຍບໍ່​ໄດ້ມີ​ເກາະ​ຜິດ ​ແລະວ່າ ລາວກຳລັງພະຍາຍາມ​ທີ່​ຈະ​ ມອບຕົວ.

ຫຼາຍກວ່າ 150 ຄົນ ​ໄດ້​ຖືກ​ຈັບ​ກຸມ ຢູ່​ໃນ​ເມືອງ Ferguson ຕັ້ງ​ແຕ່ ມີ​ການ​ປະ​ທ້ວງ​ເລີ້ມ​ຂຶ້ນ
​ໂດຍສ່ວນຫຼາຍ​ແມ່ນ​ຖືກ​ຈັບ ​ເພາະ​ບໍ່ປະຕິບັດ​ຕາມ ຄຳ​ຮຽກຮ້ອງ​ ຂອງ​ເຈົ້າໜ້າ​ທີ່​ຕຳຫລວດ
​ທີ່ໃຫ້​ສະຫຼາຍຕົວ.

Peace Returns to Ferguson As Community Tries to Heal
please wait

No media source currently available

0:00 0:02:24 0:00

XS
SM
MD
LG