ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ພັນ​ຄົນ​ຖືກ​ຈັບ ໃນ​ການ​ປະ​ທ້ວງ ຕໍ່​ຕ້ານ​ສົງ​ຄາມ ຢູ່​ປະ​ເທດ​ຣັດ​ເຊຍ


ມີ​ຄົນ​ນຶ່ງ​ຖືກ​ຕຳ​ຫຼວດ​ຈັບ ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານ​ສົງ​ຄາມ ຫຼັງ​ຈາກ​ຣັດ​ເຊຍ ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ທີ່​ເມືອງ​ເຢ​ກາ​ເຕ​ຣິນ​ສ໌​ເບີກ (Yekaterinburg) ເມື່ອ​ວັນ​ທີ 6 ມີ​ນາ 2022.
ມີ​ຄົນ​ນຶ່ງ​ຖືກ​ຕຳ​ຫຼວດ​ຈັບ ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານ​ສົງ​ຄາມ ຫຼັງ​ຈາກ​ຣັດ​ເຊຍ ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ທີ່​ເມືອງ​ເຢ​ກາ​ເຕ​ຣິນ​ສ໌​ເບີກ (Yekaterinburg) ເມື່ອ​ວັນ​ທີ 6 ມີ​ນາ 2022.

ມີປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​ໄດ້​ຖືກ​ຈັບ​ກຸມ​ຄຸມ​ຂັງ ​ໃນ​ການ​ປະ​ທ້ວງ​ທີ່​ມີ​ຂຶ້ນ​ຢູ່​ໃນຫຼາຍ​ສິບ​ຫົວ​ເມືອງ​ທົ່ວ​ປະ​ເທດ​ຣັດ​ເຊຍ ເພື່ອ​ຕໍ່​ຕ້ານ​ການ​ເຮັດ​ສົງ​ຄາມ​ແບບ​ບໍ່​ມີ​ການ​ເກາະ​ຜິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວາ​ລາ​ດີ​ເມຍ ປູ​ຕິນ ໃນ​ປະ​ເທດ​ຢູ​ເຄ​ຣນ ອີງ​ຕາມຄຳ​ເວົ້າ​ຂອງ​ກະ​ຊວງ​ພາຍ​ໃນ​ຣັດ​ເຊຍ ແລະ​ອົງ​ການ​ຕິດ​ຕາມ​ເບິ່ງ​ການ​ປະ​ທ້ວງ​ອິດ​ສະ​ຫຼະ ​ໃນ​ວັນ​ອາ​ທິດ​ວານນີ້.

ອົງ​ການ OVD-Info ກ່າວ​ວ່າ ມີ 3,895 ຄົນ​ໄດ້​ຖືກ​ຈັບ ໃນ​ການ​ປະ​ທ້ວງ​ທີ່​ມີ​ຂຶ້ນ​ໃນ 53 ຫົວ​ເມືອງ ແລະ​ກ່າວ​ຕື່ມ​ວ່າ ກົມ​ຕຳ​ຫຼວດ​ອາດ​ມີ​ຜູ້​ຖືກ​ຈັບ ຫຼາຍກວ່າ​ຢູ່​ໃນ​ບັນ​ຊີ​ທີ່​ພວກ​ເຂົາ​ເຈົ້າ​ນຳ​ອອກ​ເຜີຍ​ແຜ່.

ໂຄ​ສົກ​ຂອງ​ກົມ​ຕຳ​ຫຼວດ ນາງ​ອີ​ຣີ​ນາ ໂວລ​ຄ໌ (Irina Volk) ເວົ້າ​ວ່າ ມີ 1,700 ຄົນ​ຖືກ​ຈັບ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ແລະ 750 ຄົນ​ທີ່​ນະ​ຄອນ​ເຊນ​ປີ​ເຕີ​ສ໌​ເບີກ. ນາງ​ໂວ​ລ​ຄ໌ ກ່າ​ວ​ວ່າ ພວກ​ທີ່​ຖືກ​ຈັບ​ຢູ່​ມົ​ສ​ກູ ແມ່ນ​ສ່ວນ​ນຶ່ງ​ຂອງ​ຈຳ​ນວນ 2,500 ຄົນ ທີ່​ເຂົ້າ​ຮ່ວມ “ການ​ໂຮມ​ຊຸມ​ນຸມ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ” ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ທາ​ສ.

ພວກ​ທີ່​ຖືກ​ຈັບ 750 ຄົນ​ຢູ່​ເຊນ​ປີ​ເຕີ​ສ໌​ເບີກ ແມ່ນ​ສ່ວນ​ນຶ່ງ​ຂອງ​ພວກ​ທີ່​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ທັງ​ໝົດ 1,500 ຄົນ.

ສ່ວນ​ຢູ່​ໃນ​ເຂດ​ອື່ນໆ​ນັ້ນ ມີ 1,200 ຄົນ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ ແລະ​ມີ​ຫຼາຍ​ເຖິງ 1,061 ຄົນ​ທີ່​ຖືກ​ຈັບ ອີງ​ຕາມ​ຄຳ​ເວົ້າ​ຂອງ​ນາງ​ໂວ​ລ​ຄ໌.

ພວກ​ປະ​ທ້ວງ​ຫຼາຍໆ​ພັນ​ຄົ​ນ ພາ​ກັນ​ຮ້ອງ​ໂຮ​ຂຶ້ນ ພວກ​ເຮົາ​ຂໍ​ກ່າວ​ຄຳ​ວ່າ ​“​ບໍ່ ຕໍ່​ສົງ​ຄາມ” ແລະ “ມັນ​ເປັນ​ທີ່​ໜ້າ​ອັບ​ອາຍ​ຕໍ່​ເຈົ້າ” ຢູ່​ທີ່​ນະ​ຄອນ​ມົ​ສ​ກູ ແລະ​ເຊັນ​ປີ​ເຕີ​ສ໌​ເບີກ ອີງ​ຕາມ​ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ ໂດຍ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ.

ນອກນັ້ນ ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຍັງ​ມີ​ຂຶ້ນ​ຢູ່ນອກ​ປະ​ເທດ​ຣັດ​ເຊຍ ຮວມ​ທັງ​ຢູ່​ທີ່​ອິນ​ເດຍ ແລະ​ກາ​ຊັກ​ສະ​ຖານ ຫຼັງ​ຈາກ​ທ່ານ​ອາ​ເລັກ​ເຊ ນາ​ວາ​ລ​ນີ ຜູ້​ຕ້ອງ​ຕິ​ວັງ​ເຄ​ຣັມ​ລິນ​ທີ່​ຖືກ​ຄຸກ​ ໄດ້​ຮຽກ​ຮ້ອງ​ໃຫ້​ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ສົງ​ຄາມຢູ່​ໃນ​ທົ່ວ​ໂລກ.

ທີ່​ເມືອງ​ອາ​ມາ​ລ​ຕີ ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ​ຂອງ​ກາ​ຊັກ​ສະ​ຖານນັ້ນ ພວກ​ປະ​ທ້ວງ​ບາງ​ຄົນ​ເຕືອນ​ວ່າ “ກາ​ຊັກ​ສະ​ຖານ​ຈະ​ເປັນ​ປະ​ເທດ​ຕໍ່​ໄປ ຖ້າ​ສົງ​ຄາມ​ຫາກ​ບໍ່​ຍຸ​ຕິ​ໃນ​ເວ​ລານີ້.”

ປະ​ມານ 100 ຄົນ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ທີ່ວ​ລາ​ດີ​ວັອ​ສ​ຕັອກ ແລະ​ມີ 15 ໄດ້​ຖືກ​ຈັບ ອີງ​ຕາມ​ລາຍ​ງານ​ຂອງໜັງ​ສື​ພິມ​ອິ​ດ​ສະ​ຫຼະ​ໂນ​ວາ​ຢາ​ກາ​ແຊັດ​ຕາ. ຜູ້​ປະ​ທ້ວງ​ບາງ​ຄົນ​ຖື​ປ້າຍ​ ແລະ​ຮ້ອງຄຳ​ຂວັນຕໍ່​ຕ້ານ​ສົງ​ຄາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG