ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກເສື້ອເຫຼືອງ ຫຼາຍສິບພັນຄົນ ໂຮມຊຸມນຸມ ປະທ້ວງ ທີ່ກົວລາລຳເປີ


ກຸ່ມນິຍົມປະຊາທິປະໄຕ Bersih ໂຮມຊຸມນຸມປະທ້ວງ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Abdul Razak ລາອອກ. (19 ພະຈິກ 2016)​
ກຸ່ມນິຍົມປະຊາທິປະໄຕ Bersih ໂຮມຊຸມນຸມປະທ້ວງ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Abdul Razak ລາອອກ. (19 ພະຈິກ 2016)​

ພວກປະ​ທ້ວງ​ຕໍ່ຕ້ານລັດຖະບານ ​ຫລາຍສິບ​ພັນ​ຄົນ ພາກັນ​ໂຮມ​ຊຸມນຸມ​ ເດີນ​ຂະ​ບວນທີ່​ນະຄອນຫລວງ​ຂອງ​ມາ​ເລ​ເຊຍ ​ໃນ​ວັນ​ເສົາ​ມື້ນີ້ ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ Najib Razak ລາ​ອອກ ຍ້ອນ​ມີ​ການ​ກ່າວ​ຫາ​ວ່າ ທ່ານ​ພົວພັນ​ກັບຂ່າວ​ນອງ​ນັນ​ໃນ​ການ​ສໍ້​ໂກງ​ເງິນຫລາຍ​ພັນ​ລ້ານ​ໂດ​ລາ.

ທ່ານ Najib ​ໄດ້​ປະ​ເຊີນໜ້າ​ກັບ​ການ​ຕ້ອງ​ຕິ​ແລະການ​ປະ​ທ້ວງ ຫຼັງ​ຈາກ​ການກ່າວ​ຫາ​ໃນ​ການ​ສໍ້​ລາດ​ບັງ​ຫລວງ​ໄດ້​ຕົກ​ເປັນ​ຂ່າວ. ທ່ານ​ໄດ້​ປະຕິ​ເສດ​ວ່າທ່ານ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.

ການປະທ້ວງ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. (19 ພະຈິກ 2016)
ການປະທ້ວງ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. (19 ພະຈິກ 2016)

ພວກ​ປະ​ທ້ວງ​ທີ່​ໃສ່​ເສື້ອ​ເຫລື​ອງຂອງ​ກຸ່ມ​ນິຍົມ​ປະຊາທິປະ​ໄຕ Bersih ​ໄດ້​ພາກັນ​ເດີນ​ຂະ​ບວນ​ແລະ​ຮ້ອງ​ຄຳ​ຂວັນ ຢູ່​ໃນເຂດ​ໃຈກາງ​ນະຄອນຫຼວງກົວ​ລາ​ລຳ​ເປີ ​ໂດຍພາກັນ​ຖື​ປ້າຍ ​ທີ່​ຂຽນວ່າ “ປະຊາທິປະ​ໄຕ​ຂອງ​ມາ​ເລ​ເຊຍ​ໃນ​ຄວາມ​ຊົງ​ຈຳ” ​ແລະ “ພໍ​ແລ້ວເຈົ້າໜ້າ​ທີ່​ລັດ ຖະບານ​ທີ່​ສໍ້​ລາດ” ຮວມຢູ່​ໃນ​ບັນດາ​ປ້າຍ​ຕ່າງໆ ​ແລະຫລາຍໆ​ຄົນ​ແມ່ນ​ໄດ້​ພາກັນ​ຕີ​ກອງ​ແລະ​ເປົ່າ​ແກ.

ຕຳຫຼວດ​ປາບ​ຈະລາຈົນ​ແລະ​ລົດ​ສີດ​ນ້ຳ​ແມ່ນຢູ່​ໃນ​ທ່າ​ກຽມພ້ອມ​ຂະນະ​ທີ່​ຖະໜົນ​ຫົນທາງ​ສາຍ​ສຳຄັນ ​ທີ່​ເນັ່ງ​ໄປ​ຫາ ຈະຕຸ​ລັດ Merdeka ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ໃຈກາງ​ເມືອງ ​ໄດ້​ຖືກ​ອັດ​ເພື່ອ​ຂັດຂວາງ​ບໍ່​ໃຫ້​ພວກ​ປະ​ທ້ວງ ​ໄປ​ໂຮມ​ຊຸມນຸມ​ກັນ​ຢູ່​ທີ່​ນັ້ນຕາມ​ທີ່​ໄດ້​ວາງ​ແຜນ​ໄວ້.

ພວກນັກເຄື່ອນໄຫວ ຈາກກຸ່ມແນວໂຮມ ເພື່ອການເລືອກຕັ້ງທີ່ສະອາດ ແລະເປັນທຳ ຫຼື BERSIH ພວມພາກັນປະທ້ວງ ຢູ່ຕໍ່ໜ້າຕຶກຫໍຄອຍ Petronas
ພວກນັກເຄື່ອນໄຫວ ຈາກກຸ່ມແນວໂຮມ ເພື່ອການເລືອກຕັ້ງທີ່ສະອາດ ແລະເປັນທຳ ຫຼື BERSIH ພວມພາກັນປະທ້ວງ ຢູ່ຕໍ່ໜ້າຕຶກຫໍຄອຍ Petronas

ຫົວໜ້າ​ກຸ່ມ Bersih ຊຶ່ງ​ເປັນ​ຜູ້​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງມື້ນີ້​ໄດ້​ຖືກ​ຈັບ​ໃນ​ວັນ​ສຸກ​ວານ​ນີ້ພ້ອມ​ກັບ​ພວກ​ສະໜັບສະໜຸນ​ການ​ປະ​ທ້ວງ​ອີກ​ຫຼາຍໆ​ຄົນຮວມທັງ​ຜູ້ນຳ​ຝ່າຍ​ຄ້ານ​ແລະ​ພວກ​ນັກ​ສຶກສາ​ຈຳນວນ​ນຶ່ງ.

ການ​ເດີນ​ຂະ​ບວນປະ​ທ້ວງ​ດັ່ງກ່າວ ບໍ່​ມີ​ທ່າ​ທາງ​ວ່າ​ຈະ​ນຳ​ໄປ​ສູ່​ການ​ລາ​ອອກ​ຂອງນາຍົກ ລັດຖະມົນຕີ Najib. ມາ​ຮອດ​ປັດຈຸບັນ​ ທ່ານສາມາດ​ຜ່ານ​ຜ່າ​ວິ​ກິດ​ການມາ​ໄດ້ໂດຍ​ການ​ຮວບ​ຮວມອຳນາດ​ໃນ​ການ​ປາບ​ປາມ​ພວກ​ທີ່​ບໍ່ພໍ​ໃຈ​ແລະ​ຕັດ​ຮອນ ສິດ​ເສລີພາບ​ຂອງ​ກຸ່ມ ສື່​ມວນ​ຊົນ​ແລະ​ພວກ​ນັກ​ເຄື່ອນ​ໄຫວ.

Malaysia Protest
please wait
Embed

No media source currently available

0:00 0:01:37 0:00


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG