ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກສະແຫວງບຸນ ພາກັນຫຼັ່ງໄຫຼໄປເມືອງ ເບັຕເລເຮັມ ເພື່ອສະຫຼອງວັນ ຄຣິສມາສ


ຊາວປາແລັສຕາຍ ຊົມການສະແດງໂດຍລູກເສືອຊາວ ຄຣິສຕຽນ ຢູ່ຈະຕຸລັດ ແມັງເກີ ນອກໂບດ ນາຕີວິຕີ ຂອງເຂດ ແວັສແບັງກ໌. 24 ທັນວາ 2016.
ຊາວປາແລັສຕາຍ ຊົມການສະແດງໂດຍລູກເສືອຊາວ ຄຣິສຕຽນ ຢູ່ຈະຕຸລັດ ແມັງເກີ ນອກໂບດ ນາຕີວິຕີ ຂອງເຂດ ແວັສແບັງກ໌. 24 ທັນວາ 2016.

ພວກຊາຍໜຸ່ມ ແລະ ຍິງສາວລູກເສືອ ປາແລັສຕາຍນ໌ ໄດ້ພາກັນເລີ່ມຕົ້ນສະເຫຼີມສະຫຼອງ ບຸນຄຣິສມັສ ໂດຍການສວນສະໜາມຜ່ານຈະຕຸລັດ ແມັງເກີ້ ຢູ່ໃນເມືອງເບັຕເລເຮັມ ໃນເຂດແວັສແບັງກ໌. ພວກສວນສະໜາມທັງຫຼາຍ ພາກັນຖືທຸງປາແລັສຕາຍນ໌ ເວລາເຂົາ ເຈົ້າຍ່າງຜ່ານຕົ້ນ ຄຮິສມັສທີ່ໃຫຽ່ສູງປະດັບດ້ວຍສີຄຳ ຕັ້ງສະຫງ່າຢູ່ຕໍ່ໜ້າໂບດ ນາຕີວິຕີ ເກົ່າແກ່ ແຫ່ງນຶ່ງ.

ພວກສະແຫວງບຸນມາຈາກທຸກແຫ່ງຫົນທົ່ວໂລກ ພາກັນຊົມການສະຫຼອງຢູ່ກາງແຈ້ງ ໃນ ຂະນະທີ່ຢູ່ຂ້າງໃນຂອງໂບດໃນສະໄໝສັດວະວັດທີສີ່ ກໍໄດ້ມີການລຽນແຖວຢ່າງຍາວຢຽດ ເພື່ອເຂົ້າຊົມວິກິດຕະກຳ ກຣົດໂຕ ຂອງໂບດ ນາຕີວິຕີ ບ່ອນທີ່ ຕາມປະເພນີແລ້ວ ກ່າວວ່າ ເປັນບ່ອນປະສູດຂອງພະເຍຊູນັ້ນ. ພວກຜູ້ຊົມ ພາກັນຢ່າງລົງຂັ້ນໃດຫີນ ທີ່ແຄບໆ ທັງອັ່ງ ແໜ້ນ ໃນຖໍ້າທີ່ອາກາດອຶດອັດ ແລະເພດານກໍສີດຳ ຍ້ອນຄວັນກະຕຽງນໍ້າມັນ ທີ່ໄດ້ໄຕ້ມາ ເປັນຫຼາຍໆສັດຕະວັດ. ນາງ ເບັດຕານີ ວອກເກີ້ ຈາກປະເທດ ອາຟຣິກາໃຕ້ ກ່າວວ່າ “ມັນເປັນເລື່ອງສະເທືອນອາລົມຫຼາຍ ທັງເປັນບ່ອນທີ່ໃຫ້ໄດ້ຮັບສິນຮັບພອນທີ່ດີນຳ” ຊຶ່ງທັງເວົ້າທັງນໍ້າຕາອອກ ເວລານາງຢືນຢູ່ຕໍ່ໜ້າສະຖານທີ່ສັກສິດແຫ່ງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG