ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ ຫຼາຍຄົນ ເຂົ້າຮ່ວມ ພິທີສົ່ງສະການ ນັກເຄື່ອນໄຫວ ຊົນເຜົ້າພື້ນເມືອງຂອງ ຮອນດູຣັສ


ໝູ່ເພື່ອນ ແລະ ຜູ້ສະໜັບສະໜູນ ໂຮມກັນຢູ່ທາງຂ້າງສົບ
ຂອງນັກເຄື່ອນໄຫວສິດທິດດ້ານສິ່ງ ແວດລ້ອມ ທ່ານນາງ Berta Caceres ເວລາພວກເຂົາເຈົ້າ ເຂົ້າຮ່ວມໃນການ
ຊຸມນຸມຢູ່ນອກໂບດ Virgen de Lourdes ເມືອງ La Esperanza, ນອກນະຄອນຫຼວງ Tegucigalpa, ປະເທດ ຮອນດູຣັສ, 5 ມີນາ, 2016.
ໝູ່ເພື່ອນ ແລະ ຜູ້ສະໜັບສະໜູນ ໂຮມກັນຢູ່ທາງຂ້າງສົບ ຂອງນັກເຄື່ອນໄຫວສິດທິດດ້ານສິ່ງ ແວດລ້ອມ ທ່ານນາງ Berta Caceres ເວລາພວກເຂົາເຈົ້າ ເຂົ້າຮ່ວມໃນການ ຊຸມນຸມຢູ່ນອກໂບດ Virgen de Lourdes ເມືອງ La Esperanza, ນອກນະຄອນຫຼວງ Tegucigalpa, ປະເທດ ຮອນດູຣັສ, 5 ມີນາ, 2016.

ພວກໄວ້ອາໄລຫຼາຍພັນຄົນໄດ້ອອກມາປະກົດຕົວ ໃນພິທີສົ່ງສະ ການ ແກ່ຜູ້ນຳຄົນ ພື້ນເມືອງ ຮອນດູຣັສ ທ່ານນາງ Berta Caceres ທີ່ໄດ້ຖືກຂ້າໃນວັນເສົາວານນີ້ ເຊິ່ງເປັນຜູ້ທີ່ໄດ້ຕໍ່ສູ້ເພື່ອ ຢຸດການສ້າງເຂື່ອນທີ່ອາດຈະສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ນັ້ນ.

ຜູ້ສະໜັບສະໜູນຂອງທ່ານນາງໄດ້ຮ້ອງຄຳວ່າ “ຊີວິດຂອງທ່ານ ນາງ Berta ຍັງຢູ່” ແລະ ໄດ້ຮຽກຮ້ອງໃຫ້ມີຄວາມຍຸດຕິທຳໃນລະ ຫວ່າງທີ່ໂລງສົບຂອງນາງໄດ້ຖືກຫາມອອກຈາກເຮືອນແມ່ຂອງ ເພິ່ນໄປຫາໂບດໃນເມືອງ La Esperanza, ພາກຕາເວັນຕົກສຽງ ເໜືອຂອງນະຄອນຫຼວງ Tegucigalpa.

ນັກສິ່ງແວດລ້ອມ ປະເທດ ຮອນດູຣັສ ທ່ານນາງ Berta Caceres ກ່າວປາໄສໃນລະກວ່າງການມອບລາງວັນ ສິ່ງແວດລ້ອມ Goldman 2015. 20 ເມສາ 2015.
ນັກສິ່ງແວດລ້ອມ ປະເທດ ຮອນດູຣັສ ທ່ານນາງ Berta Caceres ກ່າວປາໄສໃນລະກວ່າງການມອບລາງວັນ ສິ່ງແວດລ້ອມ Goldman 2015. 20 ເມສາ 2015.

ທ່ານນາງ Caceres, ເປັນນັກເຄື່ອນໄຫວຊົນເຜົ່າ ອີນເດຍ Lenca, ໄດ້ຮັບລາງວັນຊະນະເລີດ ສິ່ງແວດລ້ອມ Goldman ປີ 2015. ມືປືນໄດ້ຍິງໃສ່ຜູ້ກ່ຽວຈົນເສຍຊີວິດໃນ ບ້ານຂອງເພິ່ນເມື່ອ ວັນພະຫັດທີ່ຜ່ານມາ ໃນສິ່ງທີປະກົດວ່າເປັນເປົ້າໝາຍຂອງການ ສັງຫານ. ມີລາຍງານວ່າຢ່າງໜ້ອຍຄົນໜຶ່ງໄດ້ຖືກຈັບ, ແຕ່ບໍ່ມີຂໍ້ມູນ ອື່ນເພີ່ມເຕີມອີກ.

ລັດຖະບານ ຮອນດູຣັສ ໄດ້ສົ່ງໜ່ວຍຄຸ້ມກັນພິເສດເພື່ອໄປປົກປ້ອງ ເພິ່ນ ຍ້ອນມີການຂົ່ມຂູ່ຂ້າຫຼາຍຄັ້ງ, ແຕ່ທ່ານນາງ Caceres ໄດ້ ຕຳໜິວ່າການຄຸ້ມກັນອ້ອມເຮືອນຂອງຜູ້ກ່ຽວແມ່ນບໍ່ເອົາໃຈໃສ່.

Honduras Activist Killing
please wait

No media source currently available

0:00 0:00:41 0:00

XS
SM
MD
LG