ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການເດີນຂະບວນປະທ້ວງ ຕ້ານລັດຖະບານ ຄັ້ງໃຫຍ່ສຸດ ຢູ່ໄທ ນັບແຕ່ມີການລັດຖະປະຫານ ເປັນຕົ້ນມາ


ພວກປະທ້ວງສະໜັບສະໜຸນປະຊາທິປະໄຕເຂົ້າຮ່ວມການໂຮມຊຸມນຸມຢູ່ໃກ້ກັບອານຸສາວິລີປະຊາທິປະໄຕ ໃນນະຄອນຫລວງບາງກອກ ເພື່ອຮຽກຮ້ອງໃຫ້ລັດຖະບານລາອອກຈາກຕໍາແໜ່ງ, ຍຸບສະພາ ແລະຈັດໃຫ້ມີການເລືອກຕັ້ງໃໝ່ຢູ່ພາຍໃຕ້ລັດຖະທໍາມະນູນ ທີ່ຖືກດັດແກ້ ໃນວັນທີ 16 ສິງຫາ, 2020.
ພວກປະທ້ວງສະໜັບສະໜຸນປະຊາທິປະໄຕເຂົ້າຮ່ວມການໂຮມຊຸມນຸມຢູ່ໃກ້ກັບອານຸສາວິລີປະຊາທິປະໄຕ ໃນນະຄອນຫລວງບາງກອກ ເພື່ອຮຽກຮ້ອງໃຫ້ລັດຖະບານລາອອກຈາກຕໍາແໜ່ງ, ຍຸບສະພາ ແລະຈັດໃຫ້ມີການເລືອກຕັ້ງໃໝ່ຢູ່ພາຍໃຕ້ລັດຖະທໍາມະນູນ ທີ່ຖືກດັດແກ້ ໃນວັນທີ 16 ສິງຫາ, 2020.

ພວກປະທ້ວງຫລາຍພັນຄົນໄດ້ຮຽກຮ້ອງ ໃຫ້ມີການປ່ຽນແປງຢ່າງຫລວງຫລາຍ ທີ່ສຸດໃນລັດຖະບານ ໃນວັນອາທິດວານນີ້ ຊຶ່ງເປັນການປະທ້ວງຮອບຫລ້າສຸດ ທີ່ເກືອບວ່າ ມີຂຶ້ນທຸກມື້ ຊຶ່ງນໍາພາໂດຍນັກສຶກສາຕ້ານກັບລັດຖະບານ.

ຕໍາຫລວດໃນນະຄອນຫລວງບາງກອກຄາດຄະເນວ່າ ມີຄົນເຂົ້າຮ່ວມການປະ ທ້ວງນີ້ປະມານ 10,000 ຊຶ່ງຈະເຮັດໃຫ້ເປັນການເດີນຂະບວນປະທ້ວງທີ່ໃຫຍ່ ທີ່ສຸດໃນເທົ່າທີ່ເຫັນ ນັບຕັ້ງແຕ່ມີການລັດຖະປະຫານໃນປີ 2014 ເປັນຕົ້ນມາ.

ພວກຜູ້ນໍາພານັກສຶກສາ ກໍາລັງຮຽກຮ້ອງ ໃຫ້ມີການເລືອກຕັ້ງໃໝ່ ເພື່ອສ້າງຕັ້ງ ສະພາຂຶ້ນໃໝ່ ຊຶ່ງລວມທັງການປົດນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ, ອະ ດີດນາຍພົນທີ່ຂຶ້ນກໍາອໍານາດ ໃນການເຮັດລັດຖະປະຫານປີ 2014 ແລະຊະນະ ການເລືອກຕັ້ງທີ່ມີການຖົກຖຽງກັນຢູ່ໃນປີກາຍນີ້ ລົງຈາກຕໍາແໜ່ງ.

ແຕ່ວ່າການປະທ້ວງໃນວັນອາທິດວານນີ້ ຍັງໄດ້ຮຽກຮ້ອງ ໃຫ້ປ່ຽນແປງ ໃນສະຖາບັນ ກະສັດ ຊຶ່ງເປັນເລື້ອງທີ່ຫລໍ່ແຫລມຢູ່ໃນໄທ, ບ່ອນທີ່ໃຜກໍຕາມ ທີ່ຕໍາໜິຣາດ ຊະວົງ ສາມາດຖືກຕັດສິນໃຫ້ຈໍາຄຸກເປັນເວລາດົນນານໄດ້.

“ພວກເຮົາຢາກໃຫ້ມີການເລືອກຕັ້ງໃໝ່ ແລະມີສະພາໃໝ່ ທີ່ມາຈາກປະຊາຊົນ,” ນັ້ນຄືຄໍາເວົ້າ ຂອງພັດສະລາວະລີ ທະນະກິດບຸນປອນ (Patsalawalee Tanakitwiboonpon), ນັກສຶກສາທີ່ເປັນນັກເຄື່ອນໄຫວ ອາຍຸ 24 ປີ ທີ່ກ່າວ ຕໍ່ຝູງຊົນອັນໜາແໜ້ນ. “ໃນທີ່ສຸດນັ້ນ, ຄວາມຝັນຂອງພວກເຮົາ ກໍຄືຢາກໃຫ້ມີ ການປົກຄອງຂອງກະສັດ ທີ່ຢູ່ພາຍໃຕ້ລັດຖະທໍາມະນູນຢ່າງແທ້ຈິງ.”

ພວກເດີນຂະບວນ ຍັງໄດ້ໂບກປ້າຍ ແລະຮ້ອງຄໍາຂວັນວ່າ “ການຜະເດັດການ ຈົ່ງລົ້ມໄປ ແລະປະຊາທິປະໄຕຈົ່ງໝັ້ນຍືນ.”

ຕໍາຫລວດໃນນະຄອນຫລວງບາງກອກເວົ້າວ່າ ພວກເຂົາເຈົ້າໄດ້ເອົາເຈົ້າໜ້າທີ່ 600 ຄົນ ໄປປະຈໍາການຢູ່ທີ່ນັ້ນ ເພື່ອເຝົ້າຍາມເບິ່ງການເດີນຂະບວນ. ການ ໂຮມຊຸມນຸມຕ້ານຄືນ ເພື່ອປົກປ້ອງການປົກຄອງຂອງມະຫາກະສັັດ ໄດ້ດຶງດູດ ເອົາຫລາຍສິບຄົນເຂົ້າຮ່ວມນໍາ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG