ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ສິບ​ພັນ​ຄົນ​ ພາ​ກັນເຕົ້າໂຮມ​ຢູ່​ທົ່ວ​ຢູ​ໂຣບ ຕ້ານ​ຄວາມ​ຮຸນ​ແຮງຕໍ່​ພວກ​ແມ່​ຍິງ


ດາ​ຣາ​ຝ​ຣັ່ງ ທ່ານ​ນາງ​ມູ​ຣີ​ແອ​ລ ໂຣ​ບິນ (ກາງ) ຍ່າງໄປ​ກັບ​ບັນ​ດາ​ຜູ້ ​ ເຂົ້​າຮ່ວມ ຖື​ປ້າຍ​ທີ່ກ່າວ​ວ່າ "ຢຸດ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ" ວັນ​ທີ 24 ພະ​ຈິກ 2018.
ດາ​ຣາ​ຝ​ຣັ່ງ ທ່ານ​ນາງ​ມູ​ຣີ​ແອ​ລ ໂຣ​ບິນ (ກາງ) ຍ່າງໄປ​ກັບ​ບັນ​ດາ​ຜູ້ ​ ເຂົ້​າຮ່ວມ ຖື​ປ້າຍ​ທີ່ກ່າວ​ວ່າ "ຢຸດ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ" ວັນ​ທີ 24 ພະ​ຈິກ 2018.

ຫຼາຍ​ສິບ​ພັນ​ຄົນ​ ໄດ້ພາ​ກັນ​ໄປໂຮມຊຸມນຸມ​ຢູ່​ທົ່ວ​ຢູ​ໂຣບ​ໃນ​ວັນ​ເສົາ​ວານ​ນີ້ ຕ້ານ​ຄວ​າ​ມ
​ຮຸນ​ແຮງ​ທາງ​ເພດ ໂດຍ​ມີ​ຫຼາຍກວ່າ 30,000 ເຕົ້າໂຮມ​ຢູ່​ໃນ​ນະ​ຄອນ​ ປາ​ຣີ ບ່ອນ​ທີ່​ມີ
​ການ​ປະ​ທ້ວງ​ຕ່າງ​ຫາກຕ້ານລາ​ຄາ​ນໍ້​າ​ມັນທີ່ແພງ​ຂຶ້ນ ພາໃຫ້ເກີດ​ການ​ປະ​ທະ​ກັນ.

ການ​ປະ​ທ້ວງຕ້າ​ນ​ຄວາມ​ຮຸນ​ແຮງຢູ່​ທົ່ວ​ຝ​ຣັ່ງ​ ໄດ້​ດຶງ​ດູດ​ເອົາປະ​ມານ 50,000 ຄົນ ອີງ​
ຕາມ​ຜູ້​ຈັດ​ຕັ້ງ​ ຍາ​ນາງ​ຄາ​ໂຣ​ຣິນ ເດີ ຮາ​ສ​ ເພື່ອ​ຕອບ​ສະໜອງຄຳ​ຮຽກ​ຮ້ອງຂອງປະ​ຊາ
​ຊົນ​ທີ່ເອີ້ນວ່າ “ຄື້ນ​ຟອງ​ແມ່​ຍິງ” ທີ່ມີຄວາມ​ໂກດ​ແຄ້ນ​ຕ້ານ​ຄວາມ​ຮຸນ​ແຮງ​ທາງ​ເພດ ທີ່​
ໄດ້​ນຳເຂົ້າ​ມາ​ສູ່​ຄວາມສົນໃຈ​ຢ່າງໃຫຽ່​ໃສ່​ໂດຍການ​ເຄື່ອນ​ໄຫວ ທີ່ມີຊື່ວ່າ ຂະບວນການ
#ຂ້ອຍກໍ​ຄື​ກັນ(MeToo Movement.

ຢູ່​ແຫ່ງ​ອື່ນໆຫຼາຍ​ພັນ​ຄົນ​ບໍ່ຢ້ານຝົນ ພາກັນ​ແຂ່ງ​ຝົນ​ໃນ​ນະ​ຄອນ​ໂຣມ ໃນ​ຂະ​ນະ​ທີ່​ ມີ​
ການ​ປະ​ທ້ວງຄ້າຍ​ຄື​ກັນ ​ທີ່​ດຶງ​ດູດ​ເອົາ​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ຢູ່​ໃນນະຄອນເຈ​
ນີ​ວາ ແລ​ະເອ​ເທນ​ສ໌.

ປະ​ທາ​ນາ​ທິ​ບໍ​ດີ​ເອມ​ມາ​ນຸຍ​ແອ​ລ ມ​າກ​ຣົງ ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດເຕີ ໃຫ້​ການ​ສະ​ໜັ​
ບ​ສະ​ໜູນ​ທາງ​ສິນ​ລະ​ທຳ ໂດຍ​ກ່າວ​ວ່າ “ການ​ຕໍ່​ສູ້​ຕ້ານ​ຄວາມ​ຮຸນ​ແຮງຕໍ່​ພວກ​ແມ່​ຍິງ​
ກຳ​ລັງ​ກ້າວ​ໜ້າ​ທຸກ​ມື້ ແຕ່​ວ່າ​ສັງ​ຄົມ​ຂອງ​ພວກ​ເຮົ​າ​ຍັງ​ອີກ​ດົນ ທີ່​ຈະ​ເດີນໄປໜ້າທຸກໆ​
ຄົນ​ຕ້ອງ​ປະ​ພຶດ ແລ​ະ​ຕໍ່​ສູ້​ໂດຍຖືວ່າອັນນີ້ເປັນພາລະຂອງທຸກໆ​ຄົນ.”

ພວກ​ເຈົ້າ​ໜ້າ​ໄດ້​ນັ​ບ​ຈຳນວນຄົນທີ່​ອອກ​ມາ​ປະ​ທ້ວງ​ໃນ​ນະ​ຄອນ​ປາ​ຣີວ່າມີ 12,000
ຄົນຄ້າຍ​ຄື​ກັນ​ກັບຢູ່​ເມືອງລີ​ອົງ ມາ​ຣ​ໄຊ​ລ ແລະ​ແຣ​ນ​ ທີ່​ມີ​ຢູ່​ລະ​ຫວ່າງ 1,000 ຄົນ​ ແລະ
2,400 ຄົນ ແຕ່​ວ່າທ່ານນາງ ​ເດີ ຣາ​ສ ຮູ້​ສຶກວ່າ​ການ​ເຄື່ອນ​ໄຫວ​ນີ້ເປັນໜ້ານັບຖືຄຳນັບ
“ການ​ລະ​ດົມ​ແມ່​ຍິງ​ທີ່​ໃຫຍ່​ສຸດທີ່​ຝ​ຣັ່ງໄດ້​ຮູ້ມາ” ໃຫຍ່ກວ່າ​ການປະ​ທ້ວງ​ທີ່​ໄດ້​ດືງ​ດູດ​ເອົາ​ມາປະມານ 2,000 ຄົນ​ໃນ​ປີ​ກາຍ​ນີ້.

ພວກ​ເຂົ້າ​ຮ່ວມ​ພາ​ກັນ​ນຸ່ງ​ສີ​ຊົ​ມ​ພູ ຊຶ່ງ​ເປັນ​ສີ​ຂອງ #ພວກ​ເຮົາ​ທັງ​ໝົດ​ແມ່​ຍິງ​ທີ່​ເປັນ​ນັກ
​ເຄື່ອນ​ໄຫວ​ພາ​ກັນປະ​ທ້ວງ ຮ້ອງ​ໂຮ​ຄຳ​ຂວັນ​ວ່າ “ເບື່ອ​ໜ່າຍ​ການ​ຂົ່ມ​ຂືນ” “ຍຸຕິຜູ້​ຮາ​ວີ”
ແລະ “ແມ່​ຍິງ​ບໍ່​ເປັນຜູ້ຮັບ​ຄ​ວາມ​ຜິດ​ຊອບ​ຕໍ່​ຄວາມຮຸນ​ແຮງ​ທີ່ນາງ​ໄດ້​ຮັບ” ຊຶ່ງໃນ​ຂະ​ນະ​
ດຽວ​ກັນ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ມີ​ຊັບ​ພະ​ຍາ​ກອນ​ພຽງ​ພໍ​ເພື່ອ​ຕໍ່​ສູ້​ກັບ​ບັນ​ຫາ
ດັ່ງ​ກ່າວ.

ດາ​ຣາ​ຝ​ຣັ່​ງ​ຄົນ​ນຶ່ງ ​ຍາ​ນາງ​ມູ​ຣີ​ແອ​ລ ໂຣ​ບິນ ຜູ້​ທີ່​ໄດ້​ຈັດ​ຕັ້ງ​ການ​ເດີນ​ປະ​ທ້ວງ​ທີ່​ຄ້າຍ​ຄື
​ກັນ​ໃນ​ເດືອນ​ແລ້ວ​ນີ້​ໃນ​ນະ​ຄອນ​ຫຼວງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມາ​ທີ່​ນີ້ ​ເພື່ອ​ໃຫ້​ການ​ສະ​ໜັບ
​ສະ​ໜູນຜູ້​ເຄາະ​ຮ້າຍ​ທຸກໆ​ຄົນ ແລະ​ດຳ​ເນີນ​ການ​ດິ້ນ​ລົນ ທີ່​ໄດ້​ເລີ້ມມາ​ເປັນ​ເວ​ລາ​ນານ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG