ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫລາຍພັນຄົນ ໂຮມຊຸມນຸມໄວ້ອາໄລ ແກ່ພໍ່ນາຊາວທິເບດ ທີ່ເຜົາໂຕເອງຕາຍ (ເບິ່ງວີດີໂອ)


ພຣະພິຂຸສົງ ພາກັນນັ່ງສວດມົນແກ່ການເຜົາຕົວຕາຍຂອງ Sonam Darge ທີ່ພາກໃຕ້ຂອງປະເທດຈີນ
ພຣະພິຂຸສົງ ພາກັນນັ່ງສວດມົນແກ່ການເຜົາຕົວຕາຍຂອງ Sonam Darge ທີ່ພາກໃຕ້ຂອງປະເທດຈີນ

ປະຊາຊົນຫລາຍ​ພັນ​ຄົນ​ໄດ້​ພາກັນໄປເຕົ້າ​ໂຮມ​ກັນ​ຢູ່ໃນເຂດນຶ່ງຂອງ​ຊົນ​ເຜົ່າ​ທິ​ເບ​ດ ​
ໃນ​ແຂວງຈິງ​ຫາຍ (Qinghai) ທາງພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ໃນ​ວັນ​ອາທິດ​ວານ​ນີ້ ​
ເພື່ອໄວ້ອາໄລ​ແກ່ການ​ຕາຍ​ຂອງ​ຊາວນາ​ຜູ້​ນຶ່ງ (Sonam Dargye) ທີ່​ໄດ້​ເຜົາ​ຕົວ
ເອງ​ຕາຍ​ໃນ​ມື້ວັນ​ເສົາ ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ​ຂອງ​ຈີນຢູ່​ໃນ​ຂົງ​ເຂດນັ້ນ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ​ທິ​ເບ​ດວ່າ ພວກ​ປະ​ທ້ວງ​ພາ
ກັນ​ຮຽກຮ້ອງທວງເອົາ​ ເສຣີພາບ ສິດທິ​ມະນຸດ​ແກ່​ທິ​ເບ​ດ ​ແລະ​ການ​ກັບ​ຄືນ​ມາຈາກ
ການ​ລີ້ໄພ​ຂອງ​ ອົງ​ດາ​ໄລ​ລາມາ ຜູ້​ນໍາ​ທາງ​ຈິດ​ໃຈ​ແລະສາສນາ ຂອງ​ເຂົາ​ເຈົ້າ.

ຊາວນາ​ຄົນ​ດັ່ງ​ກ່າວອາຍຸ 44 ປີ ແລະມີ​ລູກ​ສາ​ມຄົນໄດ້​ເຜົາ​ຕົວເອງ ຕາຍຢູ່​ໃກ້​ກັບ
ກາງ​ເມືອງ Rongwo ​ໃນ​ແຂວງ​ຈິງ​ຫາຍ ຊຶ່ງການກ​ະທໍາ​ຂອງ​ລາວ​ໄດ້​ຕິດຕາມ​ຫລັງ​
ຈາກການ​ເຜົາ​ຕົວ​ຕາຍ​ເພື່ອປະ​ທ້ວງໃນ​ຕົ້ນອາທິດແລ້ວນີ້ ຂອງພະສົງ​ນຶ່ງອົງ ໃນ​ແຂວງ​
ເຊ​ສວນ ທາງພາກ​ຕາ​ເວນ​ຕົກສຽງ​ໃຕ້ຂອງ​ຈີນ​ ບ່ອນ​ທີ່​ມີຊາວ​ທິ​ເບ​ດອາ​ໃສຢູ່​ຫລາຍ.

ກຸ່ມ​ສິດທິທີ່​ຊຶ່ວ່າ ​ທິເບ​ດເສຣີ ທີ່​ມີ​ຫ້ອງການຢູ່ທີ່​ກຸງລອນ​ດອນ ​ໄດ້​ອ້າງຄໍາ​ເວົ້າ​ຂອງ​ຜູ້​
ເຫັນ​ເຫດການ​ຄົນ​ນຶ່ງ ທີ່​ກ່າວວ່າ “ການປະ​ທ້ວງ​ໃນ​ວັນ​ອາທິດວາ​ນ​ນີ້ ​ເປັນ​ການ​ໂຮມ
ຊຸມນຸມທີ່​ໃຫຍ່ທີ່​ສຸດ ​ເທົ່າ​ທີ່​ຂ້າພະ​ເຈົ້າເຄີຍ​ເຫັນ​ມາ​ຢູ່​ທີ່​ນີ້. ຝູງ​ຄົນ​ແມ່ນ​ພາກັນ​ຫລັ່ງໃຫລ ​
ມາ​ຈາກ​ໝູ່​ບ້ານ​ຕ່າງໆ.”

ເດືອນ​ມີນາ ​ໄດ້​ເປັນເດືອນ​ທີ່​ມີ​ຄວາມ​ຕືງຄຽດ​ສໍາລັບ​ຈີນ ​ແລະຢູ່​ຂົງ​ເຂດ​ຕ່າງໆຂອງຊາວ​
ທິ​ເບ​ດ ​ເນື່ອງ​ຈາກ​ເປັນເດືອນ​ຄົບຮອບເຫດການ​ຕ່າງໆ ທີ່​ສໍາຄັນຂອງ​ການ​ດີ້ນ​ຮົນ​ໃຫ້​
ມີ​ເສຣີພາບ​ຫລາຍ​ຂື້ນ ຂອງ​ຊາວ​ທິ​ເບ​ດ.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG