ບັນດາຜູ້ນຳເສດຖະກິດ ທີ່ຈະເລີນທີ່ສຸດ 20 ປະເທດຂອງໂລກ ກຳລັງພາກັນເຕົ້າໂຮມ
ກັນ ຢູ່ໃນນະຄອນ Hamburg ປະເທດເຢຍຣະມັນ ໃນວັນສຸກມື້ນີ້ເພື່ອປະຊຸມເປັນເວ
ລາສອງວັນ ສຳລັບຊອກຫາຊ່ອງທາງປະນີປະນອມແລະຄຳຕອບຕໍ່ບັນຫາຕ່າງໆ ຮວມ
ທັງກົດລະບຽບຕະຫລາດການເງິນ ການຕໍ່ຕ້ານການກໍ່ການຮ້າຍ ການປ່ຽນແປງຂອງ
ດິນຟ້າອາກາດ ອາຫານການກິນ ແລະການຕໍ່ສູ້ກັບການລະບາດຂອງພະຍາດຮ້າຍ
ແຮງຕ່າງໆ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Mekle ທີ່ເປັນເຈົ້າພາບ ກ່າວໃນ
ວັນພະຫັດວານນີ້ ທ່ານນາງຫວັງວ່່າ ບັນດາຜູ້ນຳຈະສາມາດຊອກຫາການປະນີປະ
ນອມ ແລະຄຳຕອບກ່ຽວກັບບັນຫາຕ່າງໆ ເຖິງແມ່ນວ່າການທີ່ຈະຊອກຫາຊ່ອງທາງ
ຮ່ວມກັນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະ ການຄ້ານັ້ນ ຍັງເປັນທີ່
ບໍ່ແນ່ນອນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຍັງມີການຂັດແຍ້ງກັບບັນດາຜູ້ນຳຂອງ
ໂລກຄົນອື່ນໆ ນັບແຕ່ໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງດິນຟ້າອາກາດ ປາຣີ ສະ
ບັບປີ 2015 ທີ່ໄດ້ແນໃສ່ ເພື່ອຫລຸດຜ່ອນການປ່ອຍແກັສເຮືອນແກ້ວ ແລະນະໂຍບາຍ
“ອາເມຣິກາກ່ອນ” ຂອງທ່ານກ່ຽວກັບການຄ້າສາກົນ. ປະທາ ນາທິບໍດີທຣໍາ ໄດ້ກ່າວວ່າແຜນການ “ທີ່ກ້າຫານ” ຂອງທ່ານ ຈະວາງການເກັບພາສີໜັກຂຶ້ນ ຫລືກຳນົດໂຄຕ້າສຳ
ລັບການສົ່ງເຫລັກເຂົ້າປະເທດ ເປັນເທື່ອຫລ້າສຸດ ແລະອາດຮ້າຍແຮງທີ່ສຸດ ຂອງການ
ຂົ່ມຂູ່ທີຈະປ້ອງກັນອຸດສາຫະກຳສະ ຫະລັດ ທີ່ເຮັດໃຫ້ຄູ່ຕຳແໜ່ງ ໃນກຸ່ມ G-20 ກັງ
ວົນໃຈ.
ຜູ້ນຳສະຫະລັດພົບປະໜ້າຕໍ່ໜ້າເທື່ອທຳອິດໃນວັນສຸກມື້ນີ້ກັບຄູ່ຕຳແໜ່ງຝ່າຍຣັດເຊຍ
ທ່ານ Vladimir Putin ກໍຄາດກັນເປັນຢ່າງສູງເຊັ່ນກັນ. ບັນດາປະຊາຄົມສືບລັບສະຫະ
ລັດໄດ້ລົງຄວາມເຫັນວ່າ ແມ່ນທ່ານ Putin ໂດຍກົງ ທີ່ໄດ້ປຸກລະດົມ ສ້າງຄວາມບໍ່ໜ້າ
ເຊື່ອຖື ໃຫ້ແກ່ການເລືອຕັ້ງຂອງສະຫະລັດ ທີມີຂຶ້ນທຸກໆສີ່ປີ ແລະທຳລາຍຊື່ສຽງຄູ່ແຂ່ງ
ຂັນຂອງທ່ານທຣໍາ ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary Clin-
ton.
ປະທານາທິບໍດີທຣໍາ ໄດ້ຂຽນຂໍ້ຄວາມລົງໃນບັນຊີ Twitter ຂອງທ່ານ ໃນຕອນເຊົ້າວັນ
ສຸກມື້ນີ້ ກ່ອນກອງປະຊຸມສຸດຍອດວ່າ “ຂ້າພະເຈົ້າຈະຕາງໜ້າໃຫ້ແກ່ປະເທດຂອງພວກ
ເຮົາ ແລະຕໍ່ສູ້ເພື່ອຜົນປະໂຫຍດເປັນຢ່າງດີ. ສື່ມວນຊົນຂີ້ຕົວະ ຈະບໍ່ລາຍງານຢ່າງຖືກ
ຕ້ອງກ່ຽວກັບຂ້າພະເຈົ້າ ແຕ່ວ່າມີໃຜສົນໃຈ? ພວກເຮົາຈະ #MAGA.” ຄຳວ່າ MAGA
ແມ່ນໂຕຫຍໍ້ມາຈາກຄຳວ່າ “Make America Great Again” ໃນລະຫວ່າງການໂຄສະ
ນາຫາສຽງຂອງທ່ານທຣໍາ.
ຢູ່ໃນຄຳປາໄສ ໃນວັນພະຫັດວານນີ້ ທີ່ນະຄອນ Warsaw ປະເທດ Poland ທ່ານທຣໍາ
ໄດ້ກ່າວຫາຣັດເຊຍວ່າ ພົວພັນໃນການເຮັດໃຫ້ “ເກີດຄວາມບໍ່ມີຄວາມທຸ່ນທ່ຽງ” ຢູ່ໃນກິດ
ຈະການຂອງໂລກ ຊຶ່ງເປັນການກ່າວອ້າງ ທີ່ມົສກູໄດ້ປະຕິເສດ.
ກອງປະຊຸມສຸດຍອດດັ່ງກ່າວ ຍັງເຮັດໃຫ້ທ່ານທຣຳມີໂອກາດພົບປະກັບປະທານປະເທດ
ຈີນ ທ່ານສີ ຈິ້ນຜິງ ໃນເວລາທີ່ວໍຊິງຕັນເພີ້ມຄວາມກົນດັນຕື່ມຂຶ້ນຕໍ່ເກົາຫຼີເໜືອ ຫລັງຈາກ
ປະເທດດັ່ງກ່າວ ໄດ້ທົດລອງຍິງລູກສອນໄຟ ຂ້າມທະວີບ ແລະຂົ່ມຂູ່ຈີນວ່າ ຈະລົງໂທດ ດ້ວຍມາດຕະການທາງດ້ານການຄ້າ.