ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ຈັນ​ຍາ​ບັນ ​ຂອງ​ທ່ານໂທ​ມັ​ສ ເຮັດ​ໃຫ້​ມີ​ຄຳ​ຖາມ​ຄືນ​ມາ​ອີກ ເຖິງຄວາມຮັບ​ຜິດ​ຊອບ​ຕໍ່​ໜ້າ​ທີ່ ຂອງສານ​ສູງ​ສຸດ


ທ່ານ​ນາງ Analilia Mejia (ຢູ່​ກາງ) ທີ່​ມາຈາກ Center for Popular Democracy ໄດ້​ຮ່ວມ​ກັນ​ກັບ​ພວກ​ນັກ​ເຄື່ອນ​ໄຫວ​ຄົນ​ອື່ນຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບດ້​ານ​ຈັນ​ຍາ​ບັນຢູ່​ໃນ​ສານ​ສ​ູງ​ສຸດ​ຂອງ​ສະ​ຫະ​ລັດ ຢູ່​ທີ່​ຫໍ​ລັດ​ຖະ​ສະ​ພາ, ນະ​ຄອນ​ຫລວງວໍ​ຊິງ​ຕັ​ນ, 2 ພຶດ​ສະ​ພາ, 2023.
ທ່ານ​ນາງ Analilia Mejia (ຢູ່​ກາງ) ທີ່​ມາຈາກ Center for Popular Democracy ໄດ້​ຮ່ວມ​ກັນ​ກັບ​ພວກ​ນັກ​ເຄື່ອນ​ໄຫວ​ຄົນ​ອື່ນຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ຮູບດ້​ານ​ຈັນ​ຍາ​ບັນຢູ່​ໃນ​ສານ​ສ​ູງ​ສຸດ​ຂອງ​ສະ​ຫະ​ລັດ ຢູ່​ທີ່​ຫໍ​ລັດ​ຖະ​ສະ​ພາ, ນະ​ຄອນ​ຫລວງວໍ​ຊິງ​ຕັ​ນ, 2 ພຶດ​ສະ​ພາ, 2023.

ບັນດາສະມາຊິກລັດຖະສະພາສະຫະລັດຮຽກຮ້ອງໃຫ້ມີຈັນຍາບັນທີ່​ສາ​ມາດບັງຄັບໃຊ້ໄດ້ ຕໍ່ຜູ້​ພິ​ພາກ​ສາ​ໃນສານສູງສຸດຂອງປະເທດ ໃນວັນອັງຄານວານນີ້, ໂດຍກ່າວວ່າ ຄວາມເປັນຫ່ວງເມື່ອມໍ່ໆມານີ້ ໄດ້ຊີ້ໃຫ້ເຫັນອີກເທື່ອນຶ່ງວ່າ ສານສູງສຸດຂອງສະຫະລັດ ເປັນພາກ​ສ່ວນນຶ່ງຂອງລັດຖະບານສະຫະລັດ ທີ່ຂາດມາດຕະຖານເຫຼົ່ານັ້ນ.

"ສານຄວນມີກົດບັດ​ດ້ານການປະພຶດ ທີ່ມີລະບຽບອັນຊັດເຈນແລະບັງຄັບໃຊ້ໄດ້ ເພື່ອ ໃຫ້ທັງຜູ້​ພິ​ພາກ​ສາ ແລະປະຊາຊົນອາເມຣິ​ກັນຮູ້ໄດ້ວ່າ ເມື່ອ​ໃດການປະພຶດໄດ້​ອອກນອກເສັ້ນຫ້າມນັ້ນ​ໄປ. ສານສູງສຸດ ໃນປັດຈຸບັນຂອງ​ປະ​ເທດ ບໍ່ຄວນມີມາດຕະຖານດ້ານຈັນຍາບັນທີ່ຕ່ໍາທີ່ສຸດ,” ນັ້ນ​ຄື​ຄຳ​ເວົ້າ​ຂອງສະມາຊິກສະພາສູງ ດິກ ເດີ​ບິນ (Dick Durbin), ປະທານຄະນະກໍາມະການຕຸລາການຂອງສະ​ພາ​ສູງທີ່ກ່າວໃນວັນອັງຄານວານນີ້.

ບໍ່ເຫມືອນກັນກັບພາກສ່ວນບໍລິຫານ ແລະນິຕິບັນຍັດ ແລະ ຄະນະລັດຖະບານກາງ ອື່ນໆ, ສານສູງສຸດບໍ່ມີກົດ​ບັດ​ທາງຈັນຍາບັນ ທີ່ເປັນລາຍລັກອັກສອນ. ຜູ້​ພິ​ພາກ​ສາ ຖືກ​ຮຽກ​ຮ້ອງໃຫ້ປະຕິບັດຕາມຂໍ້ກໍານົດດ້ານຈັນຍາບັນບາງຢ່າງທີ່ວາງໄວ້ໃນກົດຫມາຍ ຂອງລັດຖະບານກາງ.

ບັນດາສະມາຊິກລັດຖະສະພາກໍາລັງຮ້ອງຂໍໃຫ້ມີການ​ຊີ້ແນະນໍາໃຫມ່ເຫຼົ່ານັ້ນ ຫຼັງຈາກ ການສືບສວນ ໃນເດືອນແລ້ວນີ້ໂດຍອົງ​ການຂ່າວ ProPublica ທີ່ບໍ່ຫວັງຜົນກໍາໄລທີ່ສະແດງ ໃຫ້ເຫັນວ່າ ຜູ້​ພິ​ພາກ​ສາແຄ​ລ​ເຣັນ​ສ໌ ໂທ​ມັ​ສ (Clarence Thomas) ໄດ້ໄປພັກຜ່ອນແບບຟຸມ​ເຟືອຍ​ຫລູ​ຫລາ​ກັບມະຫາ ເສດຖີ ແລະຜູ້ໃຫ້ທຶນອະນຸລັກນິຍົມຮາ​ລານ ໂຄ​ຣ (Harlan Crow) ໃນໄລ​ຍະສອງທົດສະວັດທີ່ຜ່ານ ມານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

XS
SM
MD
LG