ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

32 ຄົນ ເສຍຊີວິດ ໃນເຫດ ຫຼັງຄາ supermarket ພັງ ຢູ່ລັດເວຍ (ວີດີໂອ)


ພວກໜ່ວຍກູ້ໄພກໍາລັງປະຕິບັດງານ ຢູ່ supermarket Maxima ບ່ອນທີ່ຫລັງຄາຫັກພັງລົງມາ.
ພວກໜ່ວຍກູ້ໄພກໍາລັງປະຕິບັດງານ ຢູ່ supermarket Maxima ບ່ອນທີ່ຫລັງຄາຫັກພັງລົງມາ.
ບັນດາ​ເຈົ້າ​ໜ້າ​ທີ່ Latvia ກ່າວວ່າ ຈໍານວນ​ຜູ້​ເສຍ​ຊີວິດຈາກ
ຫລັງຄາ​ຕະຫຼາດ supermarket ທີ່ຫັກ​ພັງ​ລົງ​ມາທັບ​ນັ້ນ ​ໄດ້
​ເພີ້​ມຂື້​ນເປັນ ຢ່າງ​ໜ້ອຍ 32 ຄົນ ຮວມ​ທັງ​ພວກ​ດັບ​ເພີງ​ສາມ
​ຄົນ.​ ​ເຈົ້າ​ໜ້າ​ທີ່ກ່າວ​ວ່ານອກ​ນັ້ນຍັງ​ມີ​ອີກ 35 ຄົນ​ໄດ້​ຮັບ​ບາດ
​ເຈັບ.

ບັນດາ​ພະນັກງານ​ກູ້​ໄພ ​ໄດ້​ຢຸດ​ເຮັດ​ວຽກໄລຍະ​ນຶ່ງ ໃນ​ວັນ
ສຸກ​ມື້​ນີ້ ​ເພື່ອຮ້ອງ​ຂໍ​ຍາ​ດຕິ​ພີ່ນ້ອງຂອງ​ຜູ້​ທີ່​ຫາຍ​ສາບ​ສູນ
ໃຫ້ເຂົາ​ເຈົ້າພາກັນໂທລະສັບ​ຫາ​ຄົນ​ທີ່​ຮັກ​ແພ​ງ ​ເພື່ອ​ເປັນ​
ການ​ຊ່ວຍ​ໃຫ້​ພະນັກງານ​ຮູ້ຈັກບ່ອນ​ທີ່ມີສຽງ​ໂທລະສັບ​ດັງ
​ຢູ່​ໃນ​ຊາກຫັກ​ພັງ​ນັ້ນ.

ລັດຖະມົນຕີກະຊວງພາຍ​ໃນ ທ່ານ Richard Kozlovskis ກ່າວ​ວ່າ ການລະ ​ເມີດກົດ​ລະບຽບ​ໃນການກໍ່ສ້າງ​ ອາດ​ເປັນສາ​ເຫດໃຫ້ຫລັງຄາ ທີ່​ມີ​ຄວາມ​ກວ້າງ 500 ​ແມັດ​ມົນ
ທົນ​ຂອງ​ຕະຫຼາດ ທີ່​ຕັ້ງ​ຢູ່ໃກ້​ກັບ​ນະຄອນຫລວງ Riga ນັ້ນ​ ຫັກ ພັງ​ລົງ​ມາ ​ໃນ​ວັນ​ພະຫັດ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຫລັງຄາ​ປາກົດ​ວ່າ ​ໄດ້​ຫັກ​ລົງ​ມາ​ເປັນ​ຂັ້ນໆ.

ບັນດາ​ພະນັກງານ​ກູ້​ໄພ​ສຸກ​ເສີນກ່າວ​ວ່າ ພວກ​ດັບ​ເພີງ​ໄດ້​ເສຍ​ຊີວິດ​ເວລາສ່ວນ​ນຶ່ງ​ຂອງ​ຫລັງ​ຄາ ພັງລົງ​ມາ​ທັບ​ເຂົາ​ເຈົ້າ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ໄປ​ເຖິງ​ບ່ອນ​ເກີດ​ເຫດ.

Latvia
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG