ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນເສຍຊີວິດ ຫຼາຍຄົນໄດ້ຮັບບາດເຈັບ ຍ້ອນລົດໄຟຕົກລາງ ຢູ່ໄຕ້ຫວັນ


ຮູບພາບທີ່ເຫັນໜ່ວຍກູ້ໄພຢູ່ໃກ້ກັບຍ່ອນລົດໄຟຕົກລາງທີ່ໜ້າຜາໂຄໂຣໂກ ໃນເຂດເມືອງຫົວຫຼຽນ ທາງພາກຕາເວັນອອກຂອງໄຕ້ຫວັນ.
ຮູບພາບທີ່ເຫັນໜ່ວຍກູ້ໄພຢູ່ໃກ້ກັບຍ່ອນລົດໄຟຕົກລາງທີ່ໜ້າຜາໂຄໂຣໂກ ໃນເຂດເມືອງຫົວຫຼຽນ ທາງພາກຕາເວັນອອກຂອງໄຕ້ຫວັນ.

ຢ່າງໜ້ອຍ 36 ຄົນ ໄດ້ເສຍຊີວິດ ແລະຫຼາຍສິບຄົນໄດ້ຮັບບາດເຈັບ ຫຼັງຈາກລົດໄຟດ່ວນ ທີ່ເຕັມໄປດ້ວຍຜູ້ໂດຍສານ ຕົກລາງ ຢູ່ໃນອຸໂມງທາງພາກຕາເວັນ ອອກຂອງໄຕ້ຫວັນ ໃນວັນສຸກມື້ນີ້.

ມີຜູ້ໂດຍສານຢ່າງໜ້ອຍ 70 ຄົນ ຍັງຕົກຄ້າງຢູ່ໃນຕູ້ລົດໄຟໃນອຸໂມງ ແລະປະມານ 60 ຄົນໄດ້ຖືກຊ່ວຍອອກມາ ແລະນໍາສົ່ງໄປໂຮງໝໍຢ່າງຮີບດ່ວນ ໃນຂະນະທີ່ທີມກູ້ໄພ ສືບຕໍ່ດຳເນີນຄວາມພະຍາຍາມ ເພື່ອເຂົ້າໄປຫາພວກທີ່ຕົກຄ້າງຢູ່ໃນອຸບໂມງ.

ພວກເຈົ້າໜ້າທີ່ໄຕ້ຫວັນ ກ່າວວ່າ ລົດກໍ່ສ້າງທີ່ແລ່ນລົງໄປໃນຮ່ອມ ແລະຕົກລົງ ໄປໃສ່ລາງລົດໄຟ ອາດເປັນສາເຫດເຮັດໃຫ້ເກີດອຸປະຕິເຫດ ຢູ່ໃກ້ກັບເມືອງຫົວຫຼຽນ ໃນເຂດແຄມຝັ່ງທະເລທາງພາກຕາເວັນອອກຂອງປະເທດ.

ອຸປະຕິເຫດນີ້ ໄດ້ພິຈາລະນາກັນວ່າ ເປັນໄພພິບັດທາງລົດໄຟທີ່ຮ້າຍແຮງ ຢູ່ໃນໄຕ້ຫວັນ ຢ່າງໜ້ອຍໃນຮອບສີ່ທົດສະວັດ.

ລົດໄຟດ່ວນ ທີ່ເດີນທາງອອກຈາກໄທເປ ໄປຫາໄຕຕຸງ ມີຜູ້ໂດຍສານປະມານ 350 ຄົນ ຈຳນວນນຶ່ງເປັນນັກທ່ອງທ່ຽວ ແລະຜູ້ຄົນກັບຄືນເມືອບ້ານເຮືອນເຂົາ ເຈົ້າ ໃນການເລີ້ມວັນພັກທ້າຍອາທິດສີ່ມື້ ຂອງບຸນບົວລະບັດປ່າຊ້າປະຈຳປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG