ຈາກຂົວ ຮາຍເວ 15 ແມດ ລົງໄປສູ່ເຫວຮ່ອງ ຢູ່ພາກໃຕ້ຂອງ
ອີຕາລີ ໃນວັນອາທິດວານນີ້.
ບັນດານັກກູ້ໄພຢູ່ບ່ອນເກີດເຫດ ກ່າວວ່າ 11 ຄົນ ຖືກຊ່ອຍຊີວິດ
ອອກມາຈາກຊາກຫັກພັງຂອງລົດ ແລະນໍາໄປໂຮງໝໍ ຈໍານວນນຶ່ງ
ໃນນັ້ນໄດ້ຮັບບາດເຈັບສາຫັດ.
ລົດເມຄັນນັ້ນ ກໍາລັງນໍາພາຜູ້ໂດຍສານ 50 ຄົນ ກັບຄືນໄປຍັງເມືອງ Naples ຈາກການໄປສະແຫວງບຸນ ຢູ່ເຂດ Campania ທາງພາກໃຕ້ຂອງອິຕາລີ.
ສາເຫດຂອງອຸບປະຕິເຫດ ຍັງບໍ່ເປັນທີ່ແຈ່ມແຈ້ງ ໃນເວລານີ້.