ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

36 ຄົນເສຍຊີວິດ ໃນອຸບັດເຫດ ລົດເມຕຳ ກົ້ນລົດບັນທຸກ ທີ່ເມັກຊິໂກ (ວີດີໂອ)


ເຈົ້າໜ້າທີ່ພິສູດຊາກສົບ ກຳລັງເອົາສົບຄົນເສຍຊີວິດອອກ ຈາກລົດ
ເຈົ້າໜ້າທີ່ພິສູດຊາກສົບ ກຳລັງເອົາສົບຄົນເສຍຊີວິດອອກ ຈາກລົດ
ຢ່າງ​ໜ້ອຍ 36 ຄົນ​ ​ເສຍ​ຊີວິດ ທີ່​ປະ​ເທດເມັ​ກຊິ​ໂກ ເວລາ​
ລົດ​ເມຄັນ​ນຶ່ງ​ແລ່ນ​ເຂົ້າຕຳກົ້ນ ​ລົດ​ບັນທຸກທີ່​ຈອດຢູ່​ຍ້ອນ​
ລົດ​ຕາຍ ​ແລ້ວ​ເກີດ​ໄຟ​ໄໝ້ຂຶ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ເມັກ​ຊິ​ໂກ ກ່າວ​ວ່າ ມີສີ່​ຄົນ​ລອດ​ຊີວິດມາ​
ໄດ້​ແຕ່​ໄດ້​ຮັບ​ບາດ​ເຈັບ ຈາກເຫດ​ຕຳ​ກັນດັ່ງກ່າວ​ ໃນ​ຕອນ​
ຂ້າມ​ຄືນ ຢູ່​ທີ່​ ລັດ Varacruz ທາງພາກ​ຕາ​ເວັນ​ອອກສຽງ​ໃຕ້
ຂອງປະ​ເທດ​.

ຫ້ອງການ ປ້ອງ​ກັນ​ພົນ​ລະ​ເຮືອນ ຂອງລັດ ກ່າວ​ວ່າ ບັນ​ດາ​
ຜູ້​ເຄາະ​ຮ້າຍ​ແມ່ນ​ນັກທຸລະກິດ ທີ່​ກຳລັງ​ເດີນທາງ​ຈາກ ເມືອງ​ຫລວງ​ Villahermosa
ຂອງລັດ Tabasco ​ໄປ​ຍັງນະ​ຄອນຫລວງ ​ເມັກ​ຊິ​ໂກ ຊີ​ຕີ້.

ປະທານາທິບໍດີ Enrique Pena Nieto ​ໄດ້​ສົ່ງ​ສານສະ​ແດງ “​ເສົ້າ​ສະ​ຫລົດ​ໃຈຢ່າງ​ສຸ​ດ
ຊື້ງ” ຂອງ​ທ່ານ ​ໄປ​ຍັງ​ບັນດາ​ຄອບຄົວ​ຂອງພວກ​ເຄາະ​ຮ້າຍ ຜ່ານທາງ​ໜ້າແວັບ​ໄຊ້​ທ໌ ສື່
​ສັງຄົມ Twitter.
MEXICO CRASH VO
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG