ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ຂອງ ລັດຖະບານຊີເຣຍ ສັງຫານ 37 ຄົນ


ແຜນທີ່ເມືອງ Al-Bab ແລະ Qabaseen ຂອງຊີເຣຍ
ແຜນທີ່ເມືອງ Al-Bab ແລະ Qabaseen ຂອງຊີເຣຍ

ກຸ່ມສີ້​ງຊອມ​ບັນຫາຂັດ​ແຍ້​ງ ຢູ່​ໃນຊີ​ເຣຍກຸ່ມ​ນຶ່ງ ​ກ່າວ​ວ່າ ການ
​ໂຈມ​ຕີ​ທາງ​ອາກາດ​ຂອງລັດຖະບານ​ໄດ້​ເຮັດ​ໃຫ້ພົນລະ​ເຮືອນ
ເສຍ​ຊີວິດ 37 ຄົນຢູ່​ໃນ​ເຂດ​ຄວບ​ຄຸມ​ໂດຍພວກ​ນັກ​ລົບລັດ​ອິສ
ລາມ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ​ເດັກນ້​ອຍ​ເຈັດ​ຄົນ
​ແລະ​ຜູ້ຍິງ​ສອງ​ຄົນ ຮວມຢູ່​ໃນ​ພວກ​ທີ່​ຖືກ​ຂ້າ​ຕາຍ​ ຈາກ​ການ​
ໂຈມ​ຕີ ທີ່​ເມືອງ Al-Bab ​ແລະ​ເມືອງ Qabasseen ທີ່ຢູ່​ໃກ້​ໆ​
ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດທີ່​ມີ​ຫ້ອງການ​ຢູ່​ອັງກິດດັ່ງກ່າວ ກ່ອນ
ໜ້ານີ້ໄດ້ລາຍງານ ​ກ່ຽວກັບການ​ເສຍ​ຊີວິດ​ ໃນໂຈມຕີເມື່ອ​ວັນ​ພະຫັດ​ວານ​ນີ້​ວ່າ ມີ 21 ຄົນ.

​ເຂດເມືອງ Aleppo ໃນພາກ​ຕາ​ເວັນ​ອອກສຽງເໜືອຂອງປະເທດ ທີ່ຖືກ​ຄວບ​ຄຸມ​ໂດຍ
ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມນັ້ນ ໄດ້​ຕົກເປັນ​ເປົ້າ​ໝາຍ​ຊໍ້າ​ແລ້ວ​ຊໍ້​າອີກ ໃນການ​ຖີ້ມລະ​
ເບີດໂຈມຕີ​ຈາກ​ລັດຖະບານ.

ການໂຈມ​ຕີ​ທາງ​ອາກາດ​ຂອງແນວໂຮມ ພາຍໃຕ້ການນຳພາຂອງ​ສະຫະລັດ ຍັງ​ເປັນ​ການ
​ພະຍາຍາມເພື່ອ​ຂັບ​ໄລ່​ພວກ​ກະ​ບົດລັດອິສລາມ ​ອອກ​ຈາກທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ ໃນ​ພາກ
ຕາ​ເວັນ​ອອກສຽງ​ເໜືອຊີ​ເຣຍ ​ແລະ​ພາກ​ເໜືອ​ອີຣັກນຳດ້ວຍ.

​ໃນ​ຕົ້ນ​ອາທິດ​ນີ້ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ໄດ້​ຈັບ​ໂຕ​ນັກ​ບິນ​ຈໍ​ແດນຄົນນຶ່ງ ​ທີ່​ເຮືອບິນ
ຂອງລາວໄດ້​ຕົກ​ ໃກ້​ກັບ​ເມືອງ Raqqa ຂອງ​ຊີ​ເຣຍ.

ບັນດາ​ເຈົ້າໜ້າທີ່ທະຫານ​ຂອງສະຫະລັດ​ແລະ​ຈໍ​ແດນ ​ໄດ້​ຮັບ​ຮູ້​ວ່າ​ເຮືອບິນ​ໄດ້​ຕົກແທ້ ແຕ່
ໂຕ້​ແຍ້​ງຕໍ່ການກ່າວອ້າງ ຂອງພວກ​ຫົວ​ຮຸນ​ແຮງ ​ທີ່ເວົ້າວ່າຕົນ​ເປັນຜູ້ຍິງ​ເຮືອບິນ​ຕົກ.

ISLAMIC STATE SOTVO
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG