ທຳນຽບຫ້າແຈກ່າວໃນວັນສຸກວານນີ້ວ່າ ທະຫານສະຫະລັດ 34 ຄົນ ໃນເວລານີ້ກວດພົບວ່າໄດ້ຮັບບາດເຈັບຢູ່ສະໝອງຫຼືຍ້ອນຜົນກະທົບຈາກຄວາມສັ່ນສະເທືອນຂອງການຍິງໂຈມຕີດ້ວຍລູກສອນໄຟອີຣ່ານ ໃສ່ຖານທັບໃນອີຣັກເດືອນນີ້.
ເກືອບເຄິ່ງນຶ່ງໄດ້ກັບຄືນໄປປະຕິບັດງານຢູ່ອີຣັກແລ້ວ ແຕ່ສ່ວນທີ່ເຫຼືອກຳລັງໄດ້ຮັບການປິ່ນປົວຢູ່ເຢຍຣະມັນ ຫຼືກັບຄືນມາສະຫະລັດ.
ຫົວໜ້າໂຄສົກທຳນຽບຫ້າແຈ ທ່ານໂຈເນຕັນ ຮອຟແມນ ກ່າວຕໍ່ພວກນັກຂ່າວໂດຍເຕືອນວ່າ ຈຳນວນທະຫານທີ່ໄດ້ຮັບບາດເຈັບອັນເປັນຜົນມາຈາກການໂຈມຕີດ້ວຍລູກສອນໄຟນັ້ນ ອາດປ່ຽນແປງ “ການປິ່ນປົວເຫຼົ່ານີ້ແມ່ນການປິ່ນປົວທີ່ບໍ່ໄດ້ນອນຢູ່ໂຮງໝໍ.”
ທ່ານກ່າວໂດຍໃຫ້ຂໍ້ສັງເກດ ກ່ຽວກັບລັກສະນະໃນການບາດເຈັບຢູ່ສະໝອງແລະ ຄວາມຈິງທີ່ວ່າ ອາການບໍ່ໄດ້ສະແດງໃຫ້ເຂົາເຈົ້າຮູ້ໃນທັນທີ “ນີ້ເປັນພຽງການຊັ່ງຊາໃນເວລານັ້ນ.”
ທ່ານຍັງກ່າວວ່າມີ “ຄວາມແຕກຕ່າງທີ່ເປັນໄປໄດ້” ທີ່ວ່າບັນດາສະມາຊິກທີ່ໄດ້ຮັບບາດເຈັບຫຼາຍຄົນອາດນຳກັບຄືນມາສະຫະລັດເພື່ອສືບຕໍ່ການປິ່ນປົວຂອງເຂົາເຈົ້າ. ພວກເຈົ້າໜ້າທີ່ສະຫະລັດໃນຂັ້ນຕົ້ນໄດ້ເວົ້າວ່າ ບໍ່ມີທະຫານສະຫະລັດໄດ້ຮັບບາດເຈັບ ຫຼັງຈາກການໂຈມຕີດ້ວຍລູກສອນໄຟ ໃສ່ຖານທັບອາກາດອາລ-ອາຊາດ ໃນອິີຣັກ ເມື່ອວັນທີ 8 ມັງກອນ ຜ່ານມາ.
ໃນອາທິດແລ້ວນີ້ ພວກເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ທະຫານສະຫະລັດ 11 ຄົນໄດ້ຖືກສົ່ງອອກຈາກອີຣັກ ເພື່ອໄປປິ່ນປົວຍ້ອນມີອາການບາດເຈັບທີ່ເກີດຈາກຄວາມສັ່ນສະເທືອນ.
ແຕ່ວ່າ ນັບແຕ່ນັ້ນມາ ພວກເຈົ້າໜ້າທີ່ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ບໍ່ໃຫ້ຄວາມຄືບໜ້າໃດໆ. ແລະໃນວັນພຸດທີ່ຜ່ານມາ ປະທານາທິບໍດີດໍໂນລ ທຣຳ ປາກົດວ່າບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຄວາມຮ້າຍແຮງບໃນການບາດເຈັບດັ່ງກ່າວ.
ທ່ານກ່າວລະຫວ່າງການເດີນທາງໄປນະຄອນດາໂວສ ປະເທດສະວິດເຊີແລນວ່າ “ຂ້າພະເຈົ້າໄດ້ຍິນວ່າ ເຂົາເຈົ້າເຈັບຫົວ ແລະອີກສອງສາມຢ່າງ ແຕ່ຂ້າພະເຈົ້າຢາກເວົ້າ ແລະຂ້າພະເຈົ້າສາມາດລາຍງານວ່າ ບໍ່ເປັນເລື້ອງທີ່ຮ້າຍແຮງ.
ທ່ານກ່າວເພີ້ມວ່າ “ຂ້າພະເຈົ້າບໍ່ພິຈາລະນາວ່າ ເຂົາເຈົ້າໄດ້ຮັບບາດເຈັບສາຫັດ ເມື່ອເວົ້າເຖິງການບາດເຈັບທີ່ປຽບທຽບການບາດເຈັບອື່ນໆທີ່ຂ້າພະເຈົ້າໄດ້ເຫັນ
ມາ. ຂ້າພະເຈົ້າໄດ້ເຫັນຄົນທີ່ບໍ່ມີຂາ ແລະບໍ່ມີແຂນ.”
ທຳນຽບຫ້າແຈ ກ່າວໃນວັນສຸກວານນີ້ວ່າ ໃນຈຳນວນທະຫານ 34 ຄົນ ທີ່ໄດ້ຮັບບາດເຈັບຢູ່ສະໝອງຫຼືຍ້ອນຜົນກະທົບຈາກຄວາມສັ່ນສະເທືອນ 17 ຄົນ ໄດ້ຖືກສົ່ງໄປສະຖານທີ່ປິ່ນປົວໃນປະເທດເຢຣະມັນ ແລະອີກຄົນນຶ່ງໃນຄູເວດ.