ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

34 ຄົນ ຫາຍສາບສູນ ຫຼັງຈາກ ດິນເຈື່ອນ ຂະໜາດໃຫຍ່ ໃນຈີນ


ແຜນທີ່ ປະເທດຈີນ ບ່ອນເກີດເຫດ ດິນເຈື່ອນ ໃນແຂວງ ກວງດົງ
ແຜນທີ່ ປະເທດຈີນ ບ່ອນເກີດເຫດ ດິນເຈື່ອນ ໃນແຂວງ ກວງດົງ

ສື່ມວນຊົນຂອງທາງການຈີນ ກ່າວວ່າ ພະນັກງານກໍ່ສ້າງ 34 ຄົນ ໄດ້ຫາຍສາບສູນໄປ ຫຼັງຈາກແຜ່ນດິນເຈື່ອນຢ່າງໃຫຍ່ ໃນແຂວງ Fujian ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງຈີນ.

ອົງການຂ່າວ Xinhua ກ່າວວ່າ ດິນຕົມ ແລະ ກ້ອນຫິນ ຈຳນວນ ປະມານ 100,000 ແມັດກ້ອນ ເຈື່ອນລົງ ເຂົ້າໄປໃນສະຖານທີ່ ສະຖານີເຂື່ອນໄຟຟ້າພະລັງນ້ຳຕົກ ທີ່ກຳ ລັງຢູ່ໃນການກໍ່ສ້າງຢູ່ນັ້ນ ໃນເມືອງ Taining. ດິນເຈື່ອນ ໃນວັນອາທິດມື້ນີ້ ໄດ້ເກີດຂຶ້ນ ຍ້ອນຝົນຕົກໜັກ.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ 7 ຄົນ ໄດ້ຮັບບາດເຈັບ ໃນເຫດການຄັ້ງນີ້.

ດິນເຈື່ອນທີ່ຮ້າຍແຮງ ເຮັດໃຫ້ມີຄົນເສຍຊີວິດ ແມ່ນມັກຈະເກີດຂຶ້ນຢູ່ເລື້ອຍໆ ໃນຈີນ.

ໃນເດືອນທັນວາ ປີ ກາຍນີ້ ຫຼາຍກວ່າ 70 ຄົນ ໄດ້ເສຍຊີວິດ ໃນເວລາ ຂີ້ຕົມໄຫລເປັນ ສາຍນ້ຳໃຫຍ່ ໄດ້ໄຫລພັດເຂົ້າໄປໃນນິຄົມອຸດສາຫະກຳ ຢູ່ທີ່ເມືອງ Shenzhen ຂອງ ແຂວງ Guangdon ທີ່ເປັນເຂດເສດຖະກິດໃຫຍ່ທີ່ສຸດ ຂອງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG