ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

35 ຄົນ ເສຍຊີວິດ ຍ້ອນໄຟໄໝ້ປ່າ ຢູ່ລັດຄາລີຟໍເນຍ ໃນສະຫະລັດ


ຄົນຜູ້ນຶ່ງຂີ່ skateboard ຢູ່ເລາະແມ່ນໍ້າ Willamette ໃນຂະນະທີ່ຄວັນໄຟໄໝ້ປົກຄຸມ ທີ່ເມືອງພອດແລນ ລັດອໍເຣກັນ ວັນທີ 12 ກັນຍາ 2020.
ຄົນຜູ້ນຶ່ງຂີ່ skateboard ຢູ່ເລາະແມ່ນໍ້າ Willamette ໃນຂະນະທີ່ຄວັນໄຟໄໝ້ປົກຄຸມ ທີ່ເມືອງພອດແລນ ລັດອໍເຣກັນ ວັນທີ 12 ກັນຍາ 2020.

ໄຟປ່າກຳລັງໄໝ້ລາມ ຢູ່ໃນທົ່ວຂົງເຂດປາຊີຟິກຕາເວັນຕົກສຽງເໜືອ ຂອງສະຫະລັດ ຮວມທັງພາກເໜືອຂອງລັດຄາລິຟໍເນຍ ອໍເຣກັນ ແລະວໍຊິງຕັນ ຊຶ່ງໄດ້ເຜົາໄໝ້ ເຮືອນຊານຫຼາຍພັນຫຼັງ ບັນດາທຸລະກິດ ແລະເມືອງຕ່າງໆ. ດິນດອນຫຼາຍກວ່ານຶ່ງລ້ານເຮັກຕາ ໄດ້ຖືກທຳລາຍ. ໄຟປ່ານີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 35 ຄົນ ຢູ່ໃນທົ່ວຂົງເຂດ.

ຄວັນໄຟ ແລະແປວໄຟທີ່ລຸກໄໝ້ ເມື່ອຮວມເຂົ້າກັນແລ້ວ ໄດ້ປົກຄຸມເມືອງຕ່າງໆ ໃນເຂດນະຄອນແຊນແຟຣນຊິສໂກ ຊີອາເຕີ ແລະພອດແລນ ຊຶ່ງເຮັດໃຫ້ຄຸນນະພາບຂອງອາກາດ ຂີ້ຮ້າຍທີ່ສຸດໃນໂລກ.

ອົງການຂ່າວເອພີ (AP) ບັນລະຍາຍສະພາບການວ່າ “ຄວັນໄຟແມ່ນເຕັມຢູ່ໃນ ອາກາດມີກິ່ນເຜົາໄໝ້ເຫລັກຄືກັບເງິນເພັນນີ.”

ຄວັນໄຟໃຫຍ່ຂະໜາດໃຫຍ່ໄດ້ປົກຄຸມຂົງເຂດ ເຮັດໃຫ້ເປັນອັນຕະລາຍແກ່ ສຸຂະພາບຂອງປະຊາຊົນໃນເມືອງເຫຼົ່ານັ້ນຫຼາຍລ້ານຄົນ.

ຄຸນນະພາບອາກາດຢູ່ທົ່ວລັດອໍເຣກັນໃນເຂດປາຊີຟິກຕາເວັນຕົກສຽງເໜືອ ຊຶ່ງ ເຈົ້າໜ້າທີ່ສິ່ງແວດລ້ອມໄດ້ໃຫ້ທັດສະນະກ່ຽວກັບເລື້ອງນີ້ໂດຍກ່າວວ່າ “ເປັນອັນ ຕະລາຍ” ຫຼື “ບໍ່ປອດໄພທີ່ສຸດສຳລັບສຸຂະພາບ.” ຫຼາຍສິບພັນຄົນຕ້ອງໄດ້ພາກັນຫລົບໜີໄປຈາກບ້ານເຮືອນເຂົາເຈົ້າ.

ຢູ່ໃນບາງເຂດ ຜູ້ຄົນບໍ່ສາມາດແນມເຫັນໄດ້ ໄກກວ່າເຄິ່ງກິໂລແມັດ ອິງຕາມ ກົມອຸຕຸນິຍົມແຫ່ງຊາດ ຊຶ່ງເຮັດໃຫ້ເປັນອັນຕະລາຍຕໍ່ການຂັໍບລົດ.

ປະທານາທິບໍດີສະຫະລັດ ທ່່ານດໍໂນລ ທຣໍາ ພະຍາຍາມຫລີຫລ່ຽງ ບໍ່ກ່າວເຖິງ ໄຟໄໝ້ປ່າ ແຕ່ທ່ານມີແຜນທີ່ຈະໄປຢ້ຽມຢາມລັດຄາລີຟໍເນຍໃນວັນຈັນມື້ນີ້ ເພື່ອ ເບິ່ງສະພາບການໄຟໄໝ້ ທີ່ຈຳນວນນຶ່ງຮ້າຍແຮງທີ່ສຸດ ແບບບໍ່ເຄີຍມີມາກ່ອນ. ເທົ່າທີ່ຜ່ານມາທ່ານໄດ້ຖີ້ມໂທດໃສ່ການບໍລິຫານທີ່ບໍ່ດີ ໃນການຄຸ້ມຄອງປ່າໄມ້ຢູ່ ໃນຂົງເຂດ.

ຜູ້ປົກຄອງລັດອໍເຣກັນ ທ່ານນາງເຄດ ບຣາວ ບໍ່ເຫັນພ້ອມ. ທ່່ານນາງໄດ້ກ່າວ ຢູ່ລາຍໃນການໂທລະພາບ Face the Nation ຂອງ CBS ວ່າ ໄຟໄໝ້ໄດ້ “ເຕືອນໃຫ້ພວກເຮົາຮູ້ວ່າ ເຮົາຕ້ອງເຮັດທຸກສິ່ງຢ່າງເພື່ອຕໍ່ສູ້ກັບ ການປ່ຽນແປງ ຂອງດິນຟ້າອາກາດ.” ພວກຜູ້ປົກຄອງລັດຄາລີຟໍເນຍ ແລະວໍໍຊິງຕັນ ເຫັນພ້ອມ ນຳກັນກັບທ່ານນາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG