ບັນດາເຈົ້າໜ້າທີ່ເຄນຢາ ກ່າວວ່າ ຢ່າງໜ້ອຍ 30 ຄົນໄດ້ເສຍ
ຊີວິດ ຈາກການປະທະກັນຮອບໃໝ່ ລະຫວ່າງຊົນເຜົ່າສອງກຸ່ມ
ທີ່ເປັນສັດຕູກັນຢູ່ໃນເຂດແມ່ນໍ້າ Tana ທາງພາກຕາເວັນອອກ
ສຽງໃຕ້ຂອງ ເຄນຢາ.
ເຈົ້າໜ້າທີ່ທ້ອງຖິ່ນຄົນນຶ່ງກ່າວວ່າ ກຸ່ມຊົນເຜົ່າ Pokomo ທີ່ຕິດ
ອາວຸດດ້ວຍຫອກແຫລມ ແລະປືນ ໄດ້ບຸກໂຈມຕີໝູ່ບ້ານແຫ່ງນຶ່ງ
ທີ່ເປັນຂອງ ຊົນເຜົ່າ Orma ໃນຕອນເຊົ້າມືດຂອງວັນສຸກມື້ນີ້.
ສະພາກາແດງເຄນຢາ ກ່າວວ່າ ເດັກນ້ອຍຫຼາຍຄົນ ແລະຜູ້ຍິງຄົນ
ນຶ່ງໄດ້ເສຍຊີວິດຍ້ອນການໂຈມຕີທີ່ບ້ານ Kipao ຊຶ່ງໃນລະຫວ່າງ
ທີ່ມີການ ໂຈມຕີນັ້ນ ຢ່າງໜ້ອຍເຮືອນ 45 ຫລັງໄດ້ຖືກຈູດເຜົາ.
ເຈົ້າໜ້າທີ່ຕໍາຫລວດກ່າວວ່າ ເຂົາເຈົ້າຮູ້ແລ້ວວ່າ ພວກທໍາການໂຈມຕີນັ້ນມາແຕ່ໃສ ແລະກໍາລັງທໍາການຕາມລ່າພວກເຂົາຢູ່.
ທັງສອງກຸ່ມ ຕ່າງກໍໄດ້ໂຈມຕີກັນຢ່າງຮ້າຍແຮງເປັນລຳດັບມາ ແລະມີຈຸດປະສົງທໍາການ
ແກ້ແຄ້ນ ອັນເປັນພາກສ່ວນນຶ່ງຂອງການຜິດຖຽງກັນກ່ຽວກັບທີ່ດິນ ແລະນໍ້າ ໃນເຂດດັ່ງກ່າວ.