ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນ ຖືກຈັບ ໃນຂໍ້ຫາ ຂົ່ມຂືນໝູ່ ຢູ່ອິນເດຍ (ວີດີໂອ)


ພວກຜູ້ຍິງອິນເດຍ ພາກັນຖືປ້າຍປະທ້ວງ ຕໍ່ຕ້ານການຂົ່ມຂືນ.
ພວກຜູ້ຍິງອິນເດຍ ພາກັນຖືປ້າຍປະທ້ວງ ຕໍ່ຕ້ານການຂົ່ມຂືນ.
ຕໍາຫລວດ​ ທີ່​ລັດ Bengal ຕາເວັນຕົກຂອງ​ອິນ​ເດຍ ກ່າວ​ວ່າ ຜູ້​
ຕ້ອງສົງ​ໄສ 13 ຄົນທີ່​ໄດ້ຖືກຈັບ​ໃນ​ຖານຂົ່ມຂືນ​ໝູ່​ຕໍ່​ຜູ້​ຍິງ​ຄົນ​ນຶ່ງ
ນັ້ນກ່າວ​ຫາ​ວ່າ ເຮັດໄປ​ຕາມຄໍາ​ສັ່ງ​ ຈາກສະພາ​ບ້ານ ຢູ່​ໃນເຂດ
ທ້ອງ​ຖິ່ນ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ C. Sudhakar ກ່າວ​ໃນ​ວັນ​ພະຫັດ ​ມື້​ນີ້​ວ່າ
ຜູ້ຍິງ​ດັ່ງກ່າວໄດ້​ບອ​ກຕໍາຫລວດ​ວ່າ ສະພາ​ບ້ານ Sabalpur ​ໄດ້​
ສັ່ງ​ໃຫ້ນາງຈ່າຍ​ເງິນຄ່າ​ປັບ​ໄໝ​ຕົ້ນ​ອາທິດ​ນີ້ຍ້ອນມີຄວາມສຳພັນ
ຖານຊູ້ສາວ​ກັບຊາຍຄົນ​ນຶ່ງ ທີ່​ນັບຖື​ສາສະໜາ​ຕ່າງ​ກັນ. ນາງ​ເວົ້າ
​ວ່າ ​ເວລາ​ຄອບຄົວ​ຂອງນາງຕອບ​ວ່າ ​ເຂົາ​ເຈົ້າ​ບໍ່ສາ​ມາດ​ຈ່າຍ​ຄ່າ
ປັບ​ໄໝໄດ້ທາງສະພາ​ບ້ານຈຶ່ງສັ່ງ​ໃຫ້ທຳການຂົ່ມຂືນ​ໝູ່. ຕໍາ​ຫຼວດ​
ກ່າວວ່າ ຜູ້ຍິງ​ຄົນນີ້ໄດ້​ຊີ້​ຕົວຜູ້​ທີ່ທໍາ​ການ​ຂົ່ມຂືນນາງທັງ​ໝົດ 13 ຄົນ.

ປັດຈຸບັນ​ນີ້ ຜູ້ຍິງຄົນ​ດັ່ງກ່າວ ພວມເຂົ້າ​ໂຮງໝໍ ​ໃນ​ເຂດ​ເມືອງ Birbhum. ອົງການ​ຂ່າວເອ
ພີລາຍ​ງານ​ວ່າ ອາການຂອງ​ນາງຢູ່​ໃນ​ຂັ້ນຮ້າຍ​ແຮງ.

​ໃນ​ເດືອນ​ແລ້ວ​ນີ້ ອິນເດຍໄດ້ລະນຶກເຖິງຂີດ​ໝາຍ​ຄົບຮອບ​ນຶ່ງ​ປີ​ຂອງ​ການຂົ່ມຂືນ ໝູ່​ຢ່າງ
ໂຫດຮ້າຍ​ຕໍ່ຜູ້ຍິງ​ອາຍຸ 23 ປີຄົນນຶ່ງໃນ​ກຸງ​ນິວ​ເດລີ. ຕໍ່​ມາ​ນາງ​ໄດ້​ເສຍ​ຊີວິດ​ຍ້ອນທົນຕໍ່ການ
ບາດ​ເຈັບບໍ່ໄດ້.

ຄະດີ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ເກີດມີ​ການ​ປະ​ທ້ວງ​ຢ່າງກວ້າງຂວາງ ໃນທົ່ວປະເທດ ອິນເດຍ.

India Rape-Thurs-1-24
please wait
Embed

No media source currently available

0:00 0:00:29 0:00
XS
SM
MD
LG