ຢາວັກຊີນກັນໂຄວິດ-19 ຊະນິດທີ 3 ແມ່ນກຳລັງຖືກນຳສົ່ງໄປຍັງບັນດາຄລີນິກ ແລະຮ້ານຂາຍຢາທັງຫຼາຍໃນທົ່ວສະຫະລັດ. ແຕ່ບັນດາເຈົ້າໜ້າທີ່ສາທາ ລະນະສຸກຂອງສະຫະລັດ ເຕືອນວ່າ ອາດຈະມີກໍລະນີຕິດເຊື້ອໄວຣັສສູງຂຶ້ນກຳລັງຈະເກີດຂຶ້ນ.
ບັນດາເຈົ້າໜ້າທີ່ຄຸ້ມຄອງກົດລະບຽບໄດ້ອະນຸມັດຢາວັກຊີນຈາກບໍລິສັດຜະລິດຢາ ຈອນສັນແລະຈອນສັນ ເມື່ອອາທິດແລ້ວນີ້. ເກືອບ 4 ລ້ານໂດສ ຄາດວ່າ ຈະມີພ້ອມໃຫ້ໃຊ້ ເພື່ອສັກຢູ່ສະຖານທີ່ສັກຢາວັກຊີນທັງຫຼາຍ ໂດຍເລີ້ມຕົ້ນໄວທີ່ສຸດແມ່ນໃນວັນອັງຄານມື້ນີ້.
ແຕ່ຫຼັງຈາກທີ່ມີການຫລຸດລົງຕະຫຼອດໄລຍະສອງສາມອາທິດທີ່ຜ່ານມານີ້ ຂອງຈຳນວນກໍລະນີຕິດໂຄວິດ-19 ຢູ່ນັ້ນ ຫາກການເສຍຊີວິດກໍໄດ້ເພີ້ມສູງຂຶ້ນອີກຄັ້ງນຶ່ງ. ບັນດານັກຊ່ຽວຊານເປັນຫ່ວງວ່າ ໄວຣັສສາຍພັນໃໝ່ໆ ເປັນສາຍພັນຂອງໂຄໂຣນາໄວຣັສທີ່ຕິດແປດໄດ້ງ່າຍຂຶ້ນກວ່າເກົ່າທີ່ກໍ່ໃຫ້ເກີດພະຍາດໂຄວິດ-19 ນັ້ນ ອາດເຂົ້າມາແຜ່ລະບາດກໍເປັນໄດ້.
ການຫັນປ່ຽນຂອງສະພາບການດັ່ງກ່າວມີຂຶ້ນ ໃນຂະນະທີ່ຫຼາຍໆລັດ ແມ່ນກຳລັງຫລຸດຜ່ອນຂໍ້ກຳນົດຕ່າງໆໃນການຄວບຄຸມພະຍາດໂຄວິດນັ້ນ.
“ດຽວນີ້ ບໍ່ແມ່ນເວລາທີ່ຈະຜ່ອນຄາຍການປົກປ້ອງອັນສໍາຄັນລົງໄດ້ ທີ່ພວກເຮົາສາມາດຢຸດຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19” ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ທ່ານນາງໂຣແຊລ ວໍເລັນສກີ ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວຂອງທີມງານຮັບຜິດຊອບພະຍາດໂຄວິດ-19 ຂອງທຳນຽບຂາວ.
ເຖິງຢ່າງໃດກໍຕາມ ຈຳນວນກໍລະນີໄດ້ຫລຸດລົງ ຊຶ່ງສະຫະລັດແມ່ນຍັງໄດ້ບັນ ທຶກ ກໍລະນີຕິດເຊື້ອໄວຣັສເກືອບ 70,000 ຄົນ ແລະຫຼາຍກວ່າ 2,000 ຄົນເສຍຊີວິດໃນແຕ່ລະມື້.
[[https://covid.cdc.gov/covid-data-tracker/#trends_dailytrendscases ]]
ທ່ານນາງວໍເລັນສກີ ໄດ້ກ່າວວ່າ “ກະລຸນາຟັງຂ້າພະເຈົ້າຢ່າງຈະແຈ້ງ ໃນລະ ດັບຂອງກໍລິນີຕິດໄວຣັສສາຍພັນໃໝ່ທີ່ກຳລັງແຜ່ລະບາດຢູ່ນີ້ ພວກເຮົາຈະສູນເສຍໄປທັງສິ້ນສະຖານະພາຍທີ່ພວກເຮົາໄດ້ມາຢ່າງຍາກລຳບາກ. ພວກໄວຣັສສາຍພັນໃໝ່ເຫຼົ່ານີ້ ແມ່ນເປັນໄພຂົ່ມຂູ່ທີ່ແທ້ຈິງຕໍ່ປະຊາຊົນຂອງພວກເຮົາແລະຄວາມກ້າວໜ້າຂອງພວກເຮົາ.”
ຢາວັກຊີນຂອງບໍລິສັດຈອນສັນແລະຈອນສັນ ແມ່ນມີປະສິດທິພາບເຖິງ 85 ເປີ ເຊັນໃນການປ້ອງກັນການເຈັບປ່ວຍຮ້າຍແຮງຫຼາຍປະເພດ ໃນການທົດລອງຢູ່ຕາມຄລີນິກໃນແປດປະເທດຢູ່ສາມທະວີບ.