ຕຳຫຼວດອັງກິດ ໄດ້ຈັບກຸມຜູ້ຕ້ອງສົງໄສຄົນທີສາມ ໃນການວາງລະເບີດໃສ່ລົດໄຟໃຕ້ດິນ
ໃນນະຄອນ ລອນດອນ ເມື່ອສັບປະດາແລ້ວນີ້ ທີ່ໄດ້ເຮັດໃຫ້ ຫຼາຍກວ່າ 30 ຄົນ ບາດເຈັບ.
ອົງການສືບລັບຕຳຫຼວດ Scotland Yardໄດ້ກ່າວໃນວັນອັງຄານວານນີ້ ວ່າ ຜູ້ຕ້ອງສົງໄສ
ອາຍຸ 25 ປີ ຄົນນີ້ ໄດ້ຖືກຈັບກຸມຢູ່ໃນເມືອງ Newport ຂອງ ເຂດ Wales. ຕຳຫຼວດໄດ້
ກວດຄົ້ນ ອາຄານຫຼັງນຶ່ງ ໃນເມືອງ Newport ແຕ່ພວກເຂົາເຈົ້າ ບໍ່ໄດ້ເປີດເຜີຍລາຍລະ
ອຽດໃດໆ.
ຜູ້ຊາຍອີກສອງຄົນ ໄດ້ຖືກຈັບກຸມເມື່ອທ້າຍສັບປະດາຜ່ານມາ. ຜູ້ຊາຍຄົນທີນຶ່ງ ອາຍຸ
18 ປີ ເປັນອົບພະຍົບມາຈາກອີຣັກ ໄດ້ຖືກຄວບຄຸມຕົວ ຢູ່ໃນເຂດເມືອງທ່າ Dover
ເຊິ່ງເປັນດ່ານທ່າເຮືອຂ້າມຟາກ ສຳລັບ ການເດີນທາງໄປມາ ລະຫວ່າງ ອັງກິດ ແລະ
ຝຣັ່ງ ແລະ ຊາຍຄົນທີສອງ ອາຍຸ 21 ປີ ມາຈາກຊີເຣຍ ໄດ້ຖືກຈັບກຸມ ໃນເຂດ
Hounslow ເຊິ່ງເປັນຊານເມືອງ ທາງພາກຕາເວັນຕົກ ຂອງນະຄອນລອນດອນ
ອັນເປັນທີ່ຕັ້ງຂອງສະໜາມບິນ Heathrow. ບຸກຄົນທັງສອງ ແມ່ນຍັງຢູ່ພາຍໃຕ້ການ
ຄວບຄຸມຕົວຂອງຕຳຫຼວດ ແຕ່ຫາກວ່າ ຍັງບໍ່ທັນໄດ້ມີການຕັ້ງຂໍ້ຫາ ຢ່າງເປັນທາງການ
ເທື່ອ.
ລະເບີດທີ່ເຮັດຂຶ້ນເອງ ໄດ້ແຕກຂຶ້ນເປັນບາງສ່ວນ ຢູ່ທີ່ສະຖານີ Parsons Green ໃນ
ລະຫວ່າງເວລາຜູ້ຄົນເຂົ້າການ.
ພາບຕ່າງໆຂອງເຫດລະເບີດແຕກ ໄດ້ຖືກນຳໄປລົງທາງສື່ສັງຄົມ ທີ່ປາກົດວ່າ ສະແດງ
ໃຫ້ເຫັນ ຄຸໜ່ວຍນຶ່ງຢູ່ໃນຖົງຢາງ ທີ່ໄດ້ຖືກນຳໄປວາງໄວ້ ຢູ່ພາຍໃນຂະບວນລົດໄຟ
ຄັນນຶ່ງ ໃກ້ໆກັບປະຕູ ກຳລັງຖືກໄຟໄໝ້.
ພວກນັກລົບເພື່ອສາສະໜາ ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການ
ໂຈມຕີດັ່ງກ່າວ ແຕ່ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ທ່ານນາງ
Rudd ໄດ້ປະຕິເສດ ຕໍ່ການກ່າວອ້າງນັ້ນ.
ທ່ານນາງ Rudd ໄດ້ບອກອົງການຂ່າວ BBC ວ່າ “ມັນຫລີກເວັ້ນບໍ່ໄດ້ ທີ່ພວກທີ່ເອີ້ນ
ວ່າ ລັດອິສລາມ ຫຼື Daesh ຈະພະຍາຍາມອ້າງເອົາຄວາມຮັບ ຜິດຊອບ ແຕ່ພວກ
ເຮົາ ບໍ່ມີຫຼັກຖານທີ່ຊີ້ບອກວ່າ ເປັນເຊັ່ນນັ້ນເທື່ອ.” ທ່ານນາງ ໄດ້ກ່າວຕື່ມວ່າ ບັນດາ
ເຈົ້າໜ້າທີ່ ຈະພະຍາຍາມ ພິຈາລະນາເບິ່ງວ່າ ພວກຜູ້ຕ້ອງສົງໄສ ຖືກຫັນປ່ຽນເປັນ
ຫົວຮຸນແຮງໄດ້ແນວໃດ.
ກ່ອນໜ້ານີ້ ທ່ານນາງໄດ້ປະຕິເສດ ຕໍ່ການກ່າວອ້າງຂອງປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ທີ່ໄດ້ຂຽນລົງທາງ Twitter ໃນວັນສຸກຜ່ານມາ ທີ່ວ່າ Scotland
Yard ຮູ້ດີວ່າ “ພວກກໍ່ການຮ້າຍທີ່ພ່າຍແພ້” ແມ່ນຢູ່ເບື້ອງຫລັງການໂຈມຕີ ນັ້ນ ວ່າ
ເປັນພຽງ “ການສັນນິດຖານເທົ່ານັ້ນ.”
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ໄດ້ກ່າວວ່າ ມະຫາຊົນຊາວ
ອັງກິດ ອາດຈະໄດ້ເຫັນ ຕຳຫຼວດຕິດອາວຸດຫຼາຍຂຶ້ນ ຢູ່ຕາມຖະໜົນສາຍຕ່າງໆ ແລະ
ຢູ່ເຄືອຂ່າຍຂອງລະບົບຂົນສົ່ງ. ນາຍົກລັດຖະມົນ ຍັງໄດ້ກ່າວວ່າ ພວກເຈົ້າໜ້າທີ່
ທະຫານ ຈະເລີ່ມຕົ້ນໃຫ້ການຊ່ອຍເຫຼືອ ເຈົ້າໜ້າທີ່ຕຳຫຼວດ ເພື່ອຮັກສາຄວາມປອດໄພ
ຢູ່ຕາມສະຖານທີ່ບາງສ່ວນ ທີ່ມະຫາຊົນ ເຂົ້າຫາບໍ່ໄດ້.
ເຫດລະເບີດແຕກ ເປັນການໂຈມຕີກໍ່ການຮ້າຍໃຫຍ່ ຢູ່ໃນອັງກິດ ຄັ້ງທີ 5 ໃນປີນີ້.