ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວ ປາແລັສໄຕນ໌ ເສຍຊີວິດເປັນຄົນທີສາມ ຫຼັງຈາກການປະທ້ວງ ຢູ່ເຂດຊາຍແດນ


ເດັກນ້ອຍສາມາດແນມເຫັນໄດ້ ຜ່ານແຜ່ນຜ້າແພ ໃນຂະນະ
ທີ່ເຂົາເຈົ້ານັ່ງເບິ່ງການສົ່ງສະການ ປາແລັສໄຕນ໌ ທ້າວ ມາຈ໌ດີ ອາລ-ຊາຕຣີ, ຜູ້ທີ່ຖືກຂ້າຕາຍ ໂດຍກຳລັງທະຫານ ອິສຣາ
ແອລ ໃນລະຫວ່າງ ການປະທ້ວງຢູ່ເຂດຊາຍແດນ ອິສຣາ
ແອລ-ກາຊາ, ເມືອງ ຣາຟາ ທາງພາກໃຕ້ຂອງເຂດ ກາຊາ. 28 ກໍລະກົດ, 2018.
ເດັກນ້ອຍສາມາດແນມເຫັນໄດ້ ຜ່ານແຜ່ນຜ້າແພ ໃນຂະນະ ທີ່ເຂົາເຈົ້ານັ່ງເບິ່ງການສົ່ງສະການ ປາແລັສໄຕນ໌ ທ້າວ ມາຈ໌ດີ ອາລ-ຊາຕຣີ, ຜູ້ທີ່ຖືກຂ້າຕາຍ ໂດຍກຳລັງທະຫານ ອິສຣາ ແອລ ໃນລະຫວ່າງ ການປະທ້ວງຢູ່ເຂດຊາຍແດນ ອິສຣາ ແອລ-ກາຊາ, ເມືອງ ຣາຟາ ທາງພາກໃຕ້ຂອງເຂດ ກາຊາ. 28 ກໍລະກົດ, 2018.

ອີງຕາມເຈົ້າໜ້າທີ່ດ້ານການແພດໃນເຂດ ກາຊາ ແລ້ວແມ່ນວ່າ ຊາຍໄວລຸ້ນຄົນນຶ່ງໄດ້
ເສຍຊີວິດ ຈາກບາດແຜທີ່ໄດ້ຮັບມາ ຈາກການປະທ້ວງໃນເຂດຊາຍແດນໃນ ກາຊາ
ໃນວັນເສົາວານນີ້.

ລາຍງານເວົ້າວ່າ ທ້າວ ມົວເມັນ ຟາທີ ອາລຮຳສ໌ ໄດ້ເສຍຊີວິດ ໃນວັນເສົາວານນີ້ ຊຶ່ງ
ເປັນການຕາຍຂອງຄົນທີສາມ ໃນການປະທ້ວງຢູ່ຊາຍແດນໃນວັນສຸກຜ່ານມາ. ຊາວ
ປາແລັສໄຕນ໌ ສອງຄົນ ທີ່ຖືກຂ້າກອ່ນໜ້ານັ້ນ ໃນວັນສຸກຜ່ານມາມີຊື່ວ່າ ຣາຊີ ອາບູ
ມຸສຕາຟາ ອາຍຸ 43 ປີ ກັບທ້າວ ມາສດີ ອາລຊາຕຣີ ອາຍຸ 12 ປີ. ໃນຕອນເຊົ້າວັນເສົາ
ວານນີ້ ທູດພິເສດຂອງ ສະຫະປະຊາຊາດສຳລັບພາກຕາເວັນອອກກາງ ນິກໂກລາຍ
ມລາດີນັອຟ ໄດ້ຂຽນລົງ ໃນທວີດເຕີ

ກ່ຽວກັບການຕາຍຂອງເດັກຊາຍ ອາຍຸ 12 ປີ ໂດຍເອີ້ນວ່າ “ເປັນໜ້າສະທ້ານໃຈ ແລະ
ໂສກນາດຕະກຳ.” ໃນວັນສຸກຜ່ານມາ ທ່ານໄດ້ຂຽນວ່າ ທ່ານ “ຕົກສະທ້ານ ຍ້ອນວ່າ
ຜູ້ຊາຍ ອິສຣາແອລ ໄດ້ຖືກເດັກໄວລຸ້ນ ປາແລສໄຕນ໌ ຂ້າຢູ່ໃນເຂດ ແວສແບງຄ໌.”

ທ່ານ ມລາດີນັອຟ ໄດ້ຂຽນລົງໃນທວິດເຕີ ວັນເສົາວານນີ້ວ່າ “ມັນເຖິງເວລາແລ້ວທີ່
ເຫດການເຊັ່ນນີ້ ຈະຕ້ອງຢຸດເຊົາ.”

ໃນວັນສຸກຜ່ານມາ ຕຳຫຼວດ ອິສຣາແອລ ໄດ້ປິດໂບດ ສມຸສລິມ ອາລອັກສາ ໃນນະ
ຄອນ ເຈຣູຊາແລັມ ໄວ້ເປັນເວລາຫຼາຍຊົ່ວໂມງ ລຸນຫຼັງທີ່ຫຼາຍຄົນຂັງຕົນເອງໄວ້ບໍ່ໃຫ້
ອອກມາ ຢູ່ໃນໂບດດັ່ງກ່າວ.

ພວກຕຳຫຼວດເວົ້າວ່າ ການອັດໄວ້ນັ້ນ ແມ່ນມີຂຶ້ນລຸນຫຼັງທີ່ພວກເຂົາເຈົ້າຖືກໂຈມຕີ
ດ້ວຍໝາກກະໂພກ ແລະ ກ້ອນຫີນ ໃນຕອນບ່າຍວັນສຸກ ຫຼັງຈາກການສູດມົນພາວະ
ນາ. ພວກເຫັນເຫດການເວົ້າວ່າ ພວກຕຳຫຼວດ ໄດ້ພາກັນຖະລົ່ມຕຶກດັ່ງກ່າວ ດ້ວຍ
ລະເບີດນໍ້າຕາ ແລະ ລູກແຕກປອມ ແບບສະແດງຮູບເງົາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG