ຮ້ານອາຫານລາວຊື່ວ່າ “ຕິບເຂົ້າ” ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ ບໍລິການອາຫານລາວ
ໂດຍສະເພາະ ເລີ້ມເປີດມາແຕ່ເດືອນທັນວາປີ 2014 ບັດນີ້ ໄດ້ຕິດບັນຊີລາຍຊື່ 50 ຮ້ານ
ອາຫານທີ່ດີເດັ່ນສຸດມາເປັນເວລາສາມປີຂອງນິຕິຍະສານ Bon Appetit ທີ່ມີຊື່ສຽງ ໃນ
ການໃຫ້ຄະແນນແກ່ຮ້ານອາຫານທີມີຢູ່ທັງໝົດປະມານ ຫົກແສນກວ່າຮ້ານຢູ່ໃນສະຫະ
ລັດ. ທ່ານບຸນ ຄຳມະນີວັນ ເຈົ້າຂອງຮ້ານ ສາມີຍານາງແສງ ຫຼວງລາດ ແມ່ຄົວໃຫຍ່ ໄດ້
ກ່າວສູ່ວີໂອເອກ່ຽວກັບເລື້ອງນີ້ວ່າ:
ເຄັດລັບການປຸງແຕ່ງອາຫານພື້ນເມືອງລາວ ຢູ່ໃນລະດັບສາກົນກໍຄືການຕົກແຕ່ງໃຫ້
ເປັນໜ້າຮັບປະທານ ປັບປຸງດັດແປງລົດຊາດບໍ່ໃຫ້ໄກຈາກຫລັກສູດເດີມແລະປະດິດ
ຄິດສ້າງອອກມາໃໝ່ຢູ່ເປັນປະຈຳ. ຮ້ານອາຫານຕິບເຂົ້າຕັ້ງຢູ່ຖະໜົນ 14 ໃນນະຄອນ
ຫຼວງວໍຊິງຕັນສາມາດຮັບແຂກໄດ້ຮ້ອຍກວ່າຄົນ ຊຶ່ງທ່ານບຸນໄດ້ກ່າວເຖິງການບໍລິການ
ສູ່ຟັງດັ່ງນີ້:
ທ່ານບຸນ ແລະຍານາງແສງ ໄດ້ເລີ້ມເປີດຮ້ານອາຫານແຫ່ງທຳອິດທີ່ປ່ຽນຈາກຮ້ານອາ
ຫານໄທມີຊີ່ວ່າ Golden Bangkok ມາເປັນຮ້ານປາແດກ ແລະໄດ້ເລີ້ມບໍລິການອາ
ຫານລາວມາແຕ່ປີ 2010 ທີ່ເມືອງຟອລເຊີສ ລັດວີຈີເນຍ ຢູ່ຕິດກັບນະຄອນຫຼວງວໍຊິງ
ຕັນ.ຮ້ານຫາຫານດັ່ງກ່າວໄດ້ປ່ຽນມາໃສ່ຊື່ໃໝ່ວ່າ “ຮ້ານອາຫານປາແດກ” ກໍແມ່ນອີກ
ຮ້ານນຶ່ງທີ່ໄດ້ຮັບຄວາມນິຍົມ ຖັດມາຈາກຮ້ານອາຫານຕິບເຂົ້າ ຊຶ່ງທັງສອງຮ້ານໄດ້ຮັບ
ຄຳຍ້ອງຍໍຈາກທຸກໆລະລັບມາຈົນເຖິງໄດ້ຮັບລາງວັນ ເຈມສ໌ ແບດສ ອາວາດ
(James Beard Award) ທີ່ເປັນລາງວັນກຽດຕິຍົດຫລ້າສຸດຂອງເຂດ ມິດອັດລັງຕິກ
(Mid Atlantic.)