ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮ້ານອາຫານຕິບເຂົ້າ ຢູ່ນະຄອນຫຼວງ ວໍຊິງຕັນ ບໍລິການ ລາບຈັກຈັ່ນ


ລາບຈັກຈັ່ນ ຈານລະ 15 ໂດລາ.
ລາບຈັກຈັ່ນ ຈານລະ 15 ໂດລາ.

ເຊັຟ ແສງ ຫຼວງລາດ ແມ່ຄົວລາວອາເມຣິກັນ ໄດ້ສ້າງຊື່ສຽງໂດຍການແນະນຳ ແລະສົ່ງ
ເສີມອາຫານພື້ນເມືອງລາວ ຢູ່ໃນເຂດນະຄອນຫຼວງວໍຊິງຕັນ ທີ່ເປັນວົງ ການປະຊາຄົມ
ນາໆຊາດ. ຍານາງແສງໄດ້ຖືກຮັບຮູ້ ຈາກບັນດາຄະກຳມະການ ໃຫ້ຄະແນນອາຫານ
ຂອງສະຫະລັດ ແລະໂລກເຊັ່ນວ່າ ມີຊີແລນ (Michelin) ເຫຼົ່ານີ້ເປັນຕົ້ນ. ນັບແຕ່ຕົ້ນ
ເດືອນພຶດສະພາ ທີ່ຜ່ານມາ ໃນຂະນະທີ່ແມງຈັກຈັ່ນ ພາກັນໝົ້ນອອກມາຈາກພື້ນດິນ
ປີນຂຶ້ນໄປຈັບຢູ່ຕາມຕົ້ນໄມ້ ຮ້ອງຟົດສະໜັ່ນຢູ່ ໃນເຂດນະຄອນຫຼວງວຊິງຕັນນັ້ນ ຍານ
າງແສງໄດ້ອອກຫົວຄິດປະດິດສ້າງລາຍ ການອາຫານພິເສດຫຼືເມນູ (menu) ໃຫ້ແກ່
ພວກລູກຄ້າປະຈຳທີ່ບໍ່ແມ່ນຄົນລາວ ຊຶ່ງເປັນຜູ້ຢາກລອງຊີມ ລົດຊາດລາບ ແຈ່ວ ແລະ
ພາສຕາ (pasta) ແມງຈັກ ຈັ່ນນັ້ນ ຊຶ່ງຍານາງແສງໄດ້ກ່າວກ່ຽວກັບເລື້ອງນີ້ສູ່ ວີໂອເອ
ຟັງວ່າ :


ເມນຸຍ (menu) ລາຍການອາຫານພິເສດແມງຈັກຈັ່ນ ຂອງຮ້ານອາຫານ ຕິບເຂົ້າ ໃນນະຄອນຫ໌ວງວໍຊິງຕັນ.
ເມນຸຍ (menu) ລາຍການອາຫານພິເສດແມງຈັກຈັ່ນ ຂອງຮ້ານອາຫານ ຕິບເຂົ້າ ໃນນະຄອນຫ໌ວງວໍຊິງຕັນ.

ຊາວອາເມຣິກັນຜູ້ໂຊກດີ ມີຄວາມກ້າຫານ ຢາກຮູ້ ຢາກເຫັນ ໄດ້ພາກັນຊີມລົດ ຊາດ
ລາບແມງຈັກຈັ່ນພິເສດ ຂອງແມ່ຄົວແສງ ຢ່າງເພີ່ງພໍໃຈ. ແຕ່ວ່າຍັງມີອີກຫຼາຍໆຄົນ
ທີ່ ພາກັນຜິດຫວັງຢູ່ໃນບັນຊີລໍຖ້າຊີມ ແລະໄດ້ພາດໂອກາດໄປແລ້ວ ເພາະວ່າແມງ
ຈັກຈັ່ນເກືອບໝົດໄປ. ເພາະສະນັ້ນ ພວກລູກຄ້າຈະຕ້ອງໄດ້ລໍຖ້າ ໄປອີກ 17 ປີ
ຄືປີ 2038 ຊຶ່ງເປັນເວລາທີ່ພວກແມງຈັກຈັ່ນ ຈະພາກັນກັບຄືນ ອອກມາປາກົດໂຕໃໝ່
ອີກ ຢູ່ຕາມລັດຕ່າງໆທາງຕາເວັນອອກແລະພາກໃຕ້ຂອງ ສະຫະລັດ.

XS
SM
MD
LG