ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວັນ​ພິດ ປົກ​ຄຸມ ​ແລະ​ບົດ​ບັງ​ ເມືອງ Harbin ໃນຈີນ ​ເປັນ​ມື້​ທີ 3 (ວີດີໂອ/ສະໄລດ໌)


Thick Smog Blankets Chinese City for Third Day
please wait

No media source currently available

0:00 0:00:41 0:00
ລິງໂດຍກົງ

ສະພາບອາກາດໃນເມືອງ Harbin ຂອງຈີນ

ຄັວນໜາ​ຂອງ​ມົນ​ລະ​ພິດໄດ້ປົກ​ຄຸມ​ແລະ​ບົດ​ບັງ​ເມືອງ Harbin
ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ ຂອງ​ປະ​ເທດ​ຈີນ ​ເປັນ​ມື້​ທີ 3
​ແລ້ວ ບັງຄັບ​ໃຫ້​ມີ​ການ​ງົດ​ຖ້ຽວ​ບິນຫຼາຍຖ້ຽວ ແລະ​ຮອດ​ມີ​ການ
​ປິດຖະໜົນ​ໃຫຍ່ສາຍ​ສໍາຄັນຈໍານວນ​ນຶ່ງ.

ເຖິງ​ແມ່ນ​ວ່າ ​ສະຖານະ​ການໃນ​ເມືອງ​ທີ່​ມີປະຊາກອນ 10 ລ້ານ​
ຄົນ​ແຫ່ງ​ນີ້ ໄດ້​ດີ​ຂຶ້ນ​ແດ່​ແລ້ວ​ກໍ​ຕາມ ນັບ​ຕັ້ງ​ແຕ່​ມື້​ວັນ​ຈັນ​ວານ​ນີ້
ມາ​ ​ແຕ່ລະດັບ​ຂອງມົນ​ລະ​ພິດຢູ່​ໃນ​ອາກາດນັ້ນກໍຍັງສູງກ່ວາລະ
ດັບປົກ​ກະຕິ ທີ່​ຖື​ວ່າ​ປອດ​ໄພຕາມ​ກົດ​ມາດຕະຖານ​ສາກົນ​ຂອງ
​ອົງການ​ອະນາ​ໄມ​ໂລກນັ້ນ ປະມານ 15 ​ເທົ່າ.

​ໃນ​ວັນ​ອັງຄານ​ມື້​ນີ້ ບັນດາ​ໂຮງ​ຮຽນ​ແລະ​ຫ້ອງການ​ຫລາຍໆ ​ແຫ່ງ ​ແມ່ນຍັງ​ປິດຢູ່. ຖ້ຽວ​ບິນ
ຕ່າງໆ​ນັ້ນ​ແມ່ນ​ຖືກ​ເລື່ອນ​ອອກ​ໄປ ຫຼືບໍ່​ກໍ​ຍົກ​ເລີກ​ໄປ​ເລີຍ​. ສື່​ຂອງ​ລັດ​ກ່າວວ່າ ໝອກ​ຄວັນ
ຍັງໜາ​ຢູ່​ຫຼາຍ ​ໃນ​ເຊົ້າ​ມືດ​ຂອງ​ວັນ​ອັງຄານ​ມື້​ນີ້ ຈົນ​ຕ້ອງໄດ້​ອັດ​ຖະໜົນ​ສາຍ​ຫຼັກ​ຂອງ​ເມືອງ.


ອົງການ​ຂ່າວ​ຊິນ​ຮົວຂອງ​ທາງການຈີນ ​ໄດ້​ຖິ້ມ​ໂທດ ​ເຫດການ​ສຸກ​ເສີນນີ້ ໃສ່ມື້​ທໍາ​ອິດ
ຄືວັນ ອາທິດຜ່ານ​ມາ ທີ່ມີ​ການ​ເປີດ​ໃຊ້​ອາຍຮ້ອນເພື່ອ​ທໍາ​ຄວາມ​ອຸ່ນໃນ​ເມືອງ ຂະນະ​ທີ່​
ລະດູ​ໜາວກໍາ ລັງ​ກ້າວ​ເຂົ້າ​ມາ​ນີ້. ​ໂທລະພາບ​ CCTV ຂອງ​ທາງ​ການຈີນ ກ່າວ​ວ່າ
ຄັວນມົນ​ລະ​ພິດ​ຈະ​ຈາງ ຫາຍ​ໄປໃນ​ຕອນ​ສາຍໆ​ຂອງ​ວັນ​ອັງຄານ​ມື້​ນີ້.

ຄັວນ​ເສຍຕ່າງໆ ທີ່​ເກີດ​ມາ​ຈາກ​ການພັດທະນາ​ຢ່າງ​ໄວ​ ​ແລະຕໍ່​ເນື່ອງ ພ້ອມ​ທັງການ​
ເຜົາ​ໄໝ້​ຖ່ານ​ຫີນ​ຢ່າງ​ຫຼວງ​ຫຼາຍ​ ໃນວົງ​ກວ້າງທົ່ວ​ຈີນ​ນັ້ນ ​ໄດ້​ກະ​ຕຸ້ນ​ໃຫ້ການ​ນໍາ​ຂອງ​
ປະ​ເທດ ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ທໍາ​ການ​ປັບປຸງ​ແກ້​ໄຂ. ລັດຖະບານ​ໄດ້​ໃຫ້​ຄໍາ​ໜັ້ນ
ສັນຍາທີ່​ຈະ​ແກ້​ໄຂ​ບັນຫາ​ມົນ​ລະ​ພິດ​ອາກາດ ມາ​ໄດ້​ຫຼາຍໆ​ປີ​ແລ້ວ​ ​ແຕ່​ກໍມີບໍ່​ໄດ້​ມີ​ຄວາມ​ກ້າວໜ້າ​ໃດໆ.
XS
SM
MD
LG