ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພໍ່ຕູ້ໄທຄົນນຶ່ງ ຕາຍຢູ່ໃນຄຸກ ຂະນະທີ່ ຮັບໃຊ້ໂທດ ຈຳຄຸກ 20 ປີ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ພໍ່​ຕູ້​ໄທ​ຜູ້​ນຶ່ງ ​ທີ່ໄດ້​ຖືກ​ຕັດສິນ​ໂທດ​ໃຫ້​ຕິດ​ຄຸກ 20 ປີ ​ໃນ​ຂໍ້​ຫາ​ສົ່ງ​ສານ​ຜ່ານທາງ
ຄອມ​ພີ​ວ​ເຕີ້ ທີ່​ຖື​ວ່າ​ເປັນ​ການ​ໝິ່ນປະ​ໝາ​ດຕໍ່ລາຊະວົງ​ຂອງ​ປະ​ເທດນັ້ນ ​ໄດ້​ເສຍ​
ຊີ​ວິດ​ ຂະນະ​ທີ່ຢູ່​ໃນ​ຄຸກ.

ທະນາຍຄວາມ​ຂອງ ນາຍ​ Ampon Tangnoppokul ກ່າວ​ໃນ​ວັນອັງຄານມື້ນີ້​ວ່າ
ລູກ​ຄວາມ​ຂອງ​ທ່ານ ທີ່​ມີອາຍຸ 62 ປີ ​ໄດ້ຕາຍ​ຢູ່​ທີ່​ໂຮງໝໍໃນຄຸກ ​ຫລັງ​ຈາກ​ລາວ​
ໄດ້​ຈົ່ມ​ເຈັບທ້ອງ. ສາ​ເຫດ​ຂອງການຕາຍ​ຍັງ​ບໍ່​ທັນເປັນ​ທີ່​ຮູ້​ກັນ​ເທື່ອ.

​ໃນ​ເດືອນ​ພະຈິກ​ປີ​ກາຍ ນາຍອໍາພອນ ຊຶ່ງ​ໄດ້​ກາຍມາເປັນ​ທີ່ຮູ້​ກັນດີ​ໃນ ນາມ​
“ລຸງ SMS” ​ໄດ້​ຮັບ​ໂທດຈຳ​ຄຸກ​ໜັກ​ທີ່​ສຸດ ​ເທົ່າ​ທີ່ເຄີຍ​ມີ​ມາ​ ພາຍ​ໃຕ້​ກົດໝາຍ​ໝິ່ນ
ປະໝາດ​ກະສັດ​ທີ່​ເຄັ່ງ​ຄັດ​ຂອງ​ໄທ.

ສານໄດ້​ພົບ​ເ​ກັນ​ວ່າພໍ່​ຕູ້ຄົນ​ນີ້​ມີ​ຄວາມ​ຜິດ ທີ່ໄດ້ສົ່ງ​ສານ 4 ສະບັບໄປ​ຫ​າເຈົ້າ​ໜ້າ​ທີ່
ລັດຖະບານ ທີ່​ຖື​ວ່າ​ເປັນ​ການ​ໝິ່ນ​ປະ​ມາດ ​ຕໍ່​ພະ​ລາ​ຊີ​ນີ ຂອງ​ໄທ. ນາຍ​ອໍາພ​ອນ
​ບໍ່​ຍອມຮັບ​ຜິດ ​ແລະ​ກ່າວ​ວ່າ​ລາວ​ບໍ່​ໄດ້​ເປັນ​ຜູ້​ສົ່ງ​ສານ​ເຫລົ່າ​ນັ້ນ.

ບັນດາ​ຜູ້​ສັງ​ເກ​ດການ​ລາຍ​ງານ​ວ່າ ​ໄດ້​ມີການ​ລົງ​ໂທດ​ເພີ້​ມຂຶ້ນຕໍ່​ຜູ້​ຄົນ​ທີ່ ໝິ່ນປະ​ໝາດ​
ກະສັດ. ບັນດາກຸ່​ມປົກ​ປ້ອງສິດທິ​ມະນຸດ ​ໄດ້​ຮຽກຮ້ອງ​ໃຫ້​ມີການ​ປ່ຽນ​ແປງ​ກົດ​ໝາຍ​
ດັ່ງກ່າວ​ນີ້​ໂດຍ​ຮຽກຮ້ອງ​ໃຫ້​ໄທ​ປັບປຸງ​ແກ້​ໄຂ ກົດໝາຍ​ທີ່​ເຄັ່ງ​ຄັດທີ່​ສຸດ​ໃນ​ໂລກ​ດັ່ງ
ກ່າວ ​ແລະ​ກ່າວ​ວ່າ​ມັນ​ເປັນ​ການ​ລົງ​ໂທດ​ທີ່​ເກີ​ນຂອບ​ເຂດ ​ແລະ​ບໍ່​ສອດຄ່ອງ​ກັບພັນ
ທະ​ດ້ານ​ປົກ​ປ້ອງ​ສິດ​ທິ ມະນຸດ​ນາໆ​ຊາດ​ຂອງໄທ.

XS
SM
MD
LG