ພວກເຂົາເອີ້ນຕົນເອງວ່າ ແມ່ມົດບູຊາ (Bucha Witches) - ໜ່ວຍປ້ອງກັນໄພທາງອາກາດອາສາສະໝັກແມ່ຍິງທັງໝົດ ທີ່ຢູ່ໃກ້ກັບນະຄອນຫຼວງ ກີຢິບ ໄດ້ແນເປົ້າໝາຍໂຈມຕີໂດຣນ ຊາເຫັດ (Shahed) ຂອງອີຣ່ານ ທີ່ຣັດເຊຍ ຍິງໃສ່ ຢູເຄຣນ. ພວກເຂົາປະຕິບັດງານຕະຫຼອດ 24 ຊົ່ວໂມງ 7 ມື້ຕໍ່ອາທິດ ແລະ ໃຊ້ອາວຸດທີ່ບໍ່ທຳມະດາແຕ່ມີປະສິດ ທິພາບໃນການຍິງລູກສອນໄຟບໍ່ມີຄົນຂັບລົງ. ທ່ານນາງ ແອນນາ ຄອສຕູເຊັນໂກ ມີເລື່ອງຂອງພວກເຂົາມາເລົ່າ ສູ່ຟັງ ເຊິ່ງເຮົາມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພວກຜູ້ຍິງຖືອາວຸດປືນ
"ຍິງໃສ່ເປົ້າໝາຍ!"
ການຝຶກຍິງເປົ້າໝາຍສຳລັບກຸ່ມປ້ອງກັນໄພທາງອາກາດ ເປັນແມ່ຍິງທັງໝົດ ທີ່ເອີ້ນຕົນເອງວ່າ 'ແມ່ມົດບູຊາ'.
ມີສາມກຸ່ມທີ່ເປັນແມ່ຍິງລ້ວນໃນກອງກຳລັງປ້ອງກັນດິນແດນອາສາສະໝັກເມືອງບູຊາ ໃກ້ກັບນະຄອນຫຼວງ ກີຢິບ. ແມ່ຍິງສາມຄົນນີ້ ໄດ້ຕໍ່ສູ້ມາຕັ້ງແຕ່ເດືອນເມສາ. ເປົ້າໝາຍຫຼັກຂອງພວກເຂົາ... ຄືການຍິງໂດຣນຊາເຫັດ ທີ່ຜະລິດໂດຍອີຣ່ານ ຊຶ່ງ ຣັດເຊຍ ຍິງເຂົ້າສູ່ພາກພື້ນ ກີຢິບ.
ໜຶ່ງໃນຜູ້ບັນຊາການຂອງກຸ່ມ ໃຊ້ຊື່ເອີ້ນຕົນ ວ່າ "ຊີກາ, Dzyga" ລາວມີອາຍຸ 37 ປີ ເປັນອະດີດຕຳຫຼວດ ແລະ ເປັນແມ່ຂອງລູກສາວ ອາຍຸ 10 ປີ.
ທ່ານນາງ ຊີກາ, ຜູ້ບັນຊາການ ແມ່ມົດ ບູຊາ ກ່າວໃນພາສາຢູເຄຣນ ວ່າ
"ໂດຍທົ່ວໄປແລ້ວ, ພວກເຮົາຝຶກໃຫ້ສາມາດເຮັດວຽກແທນກັນໄດ້, ແຕ່ຜູ້ບັນຊາການ ຮັບຜິດຊອບສຳລັບ ວິທີທີ່ ພວກເຮົາຈະອອກຈາກຄ້າຍ ໄດ້ໄວປານໃດ ກວດກາເບິ່ງວ່າປຶນກົນຖືກຕິດຕັ້ງທັນເວລາ ແລະ ຢ່າງເໝາະສົມ ຫຼື ບໍ່ ແລະ ທຸກຢ່າງພ້ອມສຳລັບການຕໍ່ສູ້ ຫຼື ບໍ່."
ໜ່ວຍງານນີ້ ປະຕິບັດພາລະກິດຕໍ່ສູ້ໃນລົດກະບະທີ່ຕິດຕັ້ງດ້ວຍປືນກົນ ແມັກຊິມ (Maxim). ເຖິງແມ່ນວ່າ ຈະຖືກ ພັດທະນາມາດົນກວ່າ 100 ປີແລ້ວ ແລະ ໃຊ້ໃນສົງຄາມໂລກທັງສອງຄັ້ງ, ແຕ່ມັນຍັງພິສູດແລ້ວວ່າ ມັນມີປະສິດທິພາບຕໍ່ໂດຣນ ຊາເຫັດ.
ຣັດເຊຍ ມັກຈະປ່ອຍໂດຣນຊາເຫັດ ໂຈມຕີໃນເວລາກາງຄືນ. ປະມານ 2 ໂມງກາງຄືນ, ສຽງສັນຍານຈະດັງຂຶ້ນ ແລະ ແມ່ມົດ ບູຊາ ກໍ່ຈະອອກມາປະຕິບັດການສູ້ຮົບ. ນັກຮົບຊາຍຂົນອຸປະກອນ. ຈາກນັ້ນ ຊີກາ ກໍ່ສັ່ງໃຫ້ອອກ ເດີນທາງ.
ໃນລະຫວ່າງພາລະກິດນີ້, ຊີກາ ຈະຕິດຕາມການເຄື່ອນໄຫວຂອງໂດຣນ ຊາເຫັດ ໃນແທັບເລັດ (tablet) ພິເສດ.
ຕາມຂໍ້ມູນຂອງກອງທັບອາກາດ ຢູເຄຣນ, ໃນທ້າຍເດືອນມິຖຸນາ 2024, ກອງທັບຣັດເຊຍ ໄດ້ປ່ອຍໂດຣນ ຊາເຫັດ ເກືອບ 2,300 ລຳເຂົ້າສູ່ ຢູເຄຣນ. ຫຼາຍກວ່າສີ່ໃນຫ້າຂອງໂດຣນເຫຼົ່ານັ້ນ ຖືກຍິງຕົກໂດຍກຸ່ມຍິງໂດຣນເຄື່ອນທີ່, ເຊັ່ນກຸ່ມທີ່ ຊີກາ ເປັນຄົນນຳພາ.
ໃນເດືອນກໍລະກົດ, ກຸ່ມຂອງ ຊີກາ ໄດ້ຍິງໂດຣນ ຊາເຫັດ ຕົກສຳເລັດສາມລຳ, ລາວກ່າວ. ແລະ ກຸ່ມອື່ນໆ ເຊັ່ນດຽວກັບລາວ ກໍ່ສາມາດຍິງໂດຣນຕົກ ໄດ້ອີກຫຼາຍຮ້ອຍລຳເຊັ່ນກັນ.
ຊີກາ, ຜູ້ບັນຊາການກຸ່ມຍິງໂດຣນເຄື່ອນທີ່ ກ່າວວ່າ
"ມີຄືນໜຶ່ງ, ມີການສົ່ງໂດຣນ ຊາເຫັດ ມາປະມານ 40 ລຳ ເພື່ອມາໂຈມຕີດິນແດນຂອງ ຢູເຄຣນ, ໂຊກດີທີ່ພວກມັນມາບໍ່ຮອດພວກເຮົາ.”
ກຸ່ມແມ່ມົດບູຊາ ຈະກັບຄືນສູ່ຖານທັບ. ໃນລະຫວ່າງທ້າຍອາທິດ ພວກເຂົາຈະດຳເນີນການຝຶກຊ້ອມເປັນປະຈຳ, ໂດຍມີນັກ ຮົບເກົ່າຈາກສົງຄາມ ຣັດເຊຍ-ຢູເຄຣນ ເປັນຜູ້ນຳ. ນອກຈາກສິ່ງອື່ນໆແລ້ວ, ພວກເຂົາຮຽນຮູ້ການເກັບກູ້ລະເບີດ, ການແພດຍຸດທະວິທີ ແລະ ແນ່ນອນຜ່ານການຝຶກຍິງປືນຢ່າງໜັກໜ່ວງ.
ຊົມວີດີໂອລາຍງານພາກພາສາລາວ:
They call themselves Bucha Witches – an all-female volunteer air defense unit near Kyiv targeting the Iranian Shahed drones that Russia fires at Ukraine. They operate 24/7 and are using unconventional but effective weapons to bring down the unmanned missiles.
“Fire at the target!
Target practice for this all-female air defense group called the Bucha Witches.
There are three all-female fire groups in the Bucha Voluntary Territorial Defense Forces near Kyiv. These three women have been fighting since April. Their main goal... to take down Iranian-built Shahed drones Russia launches at the Kyiv region.
One of the group’s commanders goes by the call sign “Dzyga.” The 37-year-old is ex-police and mother of a 10-year-old daughter.
(“Dzyga”, Bucha Witches Commander)
“In general, we train to be interchangeable, but the commander is responsible for how quickly we manage to leave the base, checks if machine guns are installed on time and properly, and whether everything is ready for battle.”
The unit conducts combat missions in pick-up trucks equipped with a Maxim machine gun. Despite being developed over 100 years ago and used in both World Wars, it has proven effective against Shahed drones.
Russia typically launches Shahed attacks at night. Around 2 a.m., the air siren goes off, and the Bucha Witches launch a combat sortie. Male fighters help load supplies. Dzyga then gives the command to head out.
During this mission, Dzyga will monitor the Shahed movements on a special tablet.
According to the Ukrainian Air Force, by the end of June 2024, the Russian army had launched nearly 23-hundred Shahed drones into Ukraine. Over four-fifths of them were shot down thanks to mobile fire groups, like the one Dzyga leads.
In July, Dzyga’s group successfully downed three Shaheds, she says. And groups just like hers downed many more as well.
(“Dzyga”, Mobile Fire Group Commander)
“One night, about 40 Shaheds were sent to attack the territory of Ukraine, fortunately they did not reach us.”
The Witches return to base. During the week they undergo regular training, guided by veterans of the Russia-Ukraine war. Among other things, they learn demining, tactical medicine, and, of course, go through extensive shooting practice.
ຟໍຣັມສະແດງຄວາມຄິດເຫັນ