ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ ເທ​ຣີ​ຊາ ເມ ຈະ​ລາ​ອອກ ແຕ່​ບັນ​ຫາ ເບັກ​ຊິ​ສ ຍັງ​ດຳ​ເນີນ​ຕໍ່​ໄປ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ ເມ ພວມ​ຖະ​ແຫຼງ ຢູ່ນອກ​ບ້ານ​ພັກ ຖະ​ໜົນ​ດາວ​ນິ່ງ ໃນ​ນະ​ຄອນ​ລອນດອນ ປະ​ເທດ​ອັງ​ກິດ. (ວັນ​ທີ 24 ພຶດ​ສະ​ພາ 2019)
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ ເມ ພວມ​ຖະ​ແຫຼງ ຢູ່ນອກ​ບ້ານ​ພັກ ຖະ​ໜົນ​ດາວ​ນິ່ງ ໃນ​ນະ​ຄອນ​ລອນດອນ ປະ​ເທດ​ອັງ​ກິດ. (ວັນ​ທີ 24 ພຶດ​ສະ​ພາ 2019)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທ​ຣີ​ຊາ ເມ ກ່າວ​ວ່າ ທ່ານ​ນາງ​ຈະ​ລາ​ອອກ​ຈາກ​ການ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດ ຫຼັງ​ຈາກ​ໄດ້​ປະ​ສົບ​ກັບຄວາມ​ລົ້ມ​ແຫຼວ​ສາມ​ເທື່ອ ໃນ​ການ​ຊັກ​ຊວນ​ໃຫ້​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງຊາດ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ໃນ​ການ​ຖອນ​ຕົວຂອງ​ອັງ​ກິດອອກຈາກ​ສະ​ຫະ​ພາບ​ຢູ​ໂຣບ ຫຼື​ເບັກ​ຊິ​ດ.​

ທ່ານ​ນາງ​ເມ​ໄດ້​ກ່າວ ໃນ​ຂະ​ນະ​ທີ່​ນ້ຳ​ຕາ​ຄໍ​ເບົ້າ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ສຳ​ລັບ​ຂ້າ​ພະ​ເຈົ້າ ໃນເວ​ລານີ້ ວ່າ ເພື່ອ​ເຫັນ​ແກ່​ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຂອງ​ປະເທດ ສຳ​ລັບ​ການ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ເພື່ອ​ນຳ​ພາ​ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ. ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ປະ​ກາດ​ໃນ​ມື້ນີ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ລາ​ອອກ​ໃນຖາ​ນະ​ຜູ້​ນຳ​ຂອງ​ພັກ​ນິ​ຍົມ​ແນວ​ທາງ​ເດີມ ​ແລະ​ສະ​ໜັບ​ສະ​ໜຸນ​ສະ​ຫະ​ພາບ​ແຮງງານ ໃນ​ວັນ​ສຸກທີ 7 ມິ​ຖຸ​ນາ​ຈະ​ມານີ້.”

ຂັ້ນ​ຕອນ​ໃນ​ການ​ເລືອກ​ຜູ້​ນຳ​ຄົນ​ໃໝ່ ຊຶ່ງ​ອາດ​ຈະ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນຳ​ນັ້ນ ຈະ​ເລີ້ມ​ຂຶ້ນ​ໃນ​ອາ​ທິດ​ຕໍ່​ໄປ.

ໃນ​ການ​ຖະ​ແຫຼງ​ຢູ່ນອກ​ບ້ານ​ພັກ​ຂອງ​ທ່ານ​ນາງ ທີ່​ຖະ​ໜົນ​ດາວ​ນິ່ງນັ້ນ ທ່ານ​ນາງ​ເມ​ເວົ້າ​ວ່​າ ມັນ​ເປັນ​ແລະ “​ກໍ​ຈະຍັງ​ສືບ​ຕໍ່​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈ​ທີ່​ສຸດ” ສຳ​ລັບທ່ານ​ນາງ ທີ່​ບໍ່​ສາ​ມາດ​ນຳ​ພາ​ໃນ​ການ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບນັ້ນ.

ການ​ລາ​ອອກ​ຂອງ​ທ່ານ​ນາງ​ເມ ໄດ້​ພາ​ໃຫ້​ເລີ້ມ​ມີ​ການ​ແຂ່ງ​ຂັນ​ເພື່ອ​ຊ່ວ​ງ​ຊິງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ຕໍ່​ໄປ​ຂອງ​ອັງ​ກິດ ຜູ້​ທີ່​ທ່ານ​ນາງ​ຫວັງ​ວ່າ ຈະ​ປະ​ສົບ​ກັບ​ຄວາມ​ສຳ​ເລັດ ທີ່ “ທ່ານ​ນຶ່ງ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG