ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນ ຣັດເຊຍ ກ່ຽວກັບ ການແຊກແຊງ ໃນ ຢູເຄຣນ (ວີດີໂອ)


Obama Warns Against Russian Intervention in Ukraine
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະຫະລັດຄົນ​ນຶ່ງ​ກ່າວ​ວ່າ ບັນດາຜູ້ນຳຂອງ
ສະຫະລັດ ​ແລະ ​ຢູໂຣບ ອາດ​ຈະ​ບໍ່​ໄປຮ່ວມ ກອງ​ປະຊຸມສຸດ​
ຍອດທາງເສດຖະກິດຂອງກຸ່ມຈີ 8 ທີ່​ເມືອງ Sochi ປະ​ເທດ
ຣັດ​ເຊຍ ​ໃນ​ທ້າຍປີ​ນີ້ ຖ້າ​ຫາກ​ວ່າຣັດ​ເຊຍ ​ໄດ້​ແຊກ​ແຊງທາງ
ດ້ານທະຫານ ໃນ​ຢູ​ເຄຣນ.

​ເຈົ້າ​ໜ້າ​ທີ່ທ່ານນີ້ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຄວາມສໍາ ພັນ​ອັນ
ເລິກເຊິ່ງທາງ​ການ​ຄ້າ​ ແລະໂຄງການ​ດ້ານການ​ຄ້າ​ອື່ນໆກັບ
ຣັດ​ເຊຍ ກໍ​ອາດ​ຈະ​ຖືກ​ຍົກເລີກ ເຊັ່ນ​ກັນ.

ປະທານາທິບໍດີ Barack Obama ກ່າວ​ວ່າ ຈະ​ເກີດຜົນ​ສະ
ທ້ອນ​ທີ່ຕິດຕາມມາ ສຳລັບການເຄື່ອນ​ໄຫວ​ທາງທະຫານໃດໆກໍຕາມຂອງຣັດ​ເຊຍ ​ໃນ
ຢູ​ເຄຣນ.

ຢູ່​ໃນ​ຄໍາ ​ຖະ​ແຫລ​ງສັ້ນໆ​ຕໍ່ບັນ​ດາ​ນັກ​ຂ່າວ​ທີ່ທໍາ ນຽບຂາວນັ້ນ ປະທານາທິບໍດີໂອບາມາ
ກ່າວ​ວ່າການລະ​ເມີດ​ໃດໆ​ກໍຕາມຕໍ່ອະທິປະໄຕຂອງຢູ​ເຄຣນ ໂດຍຣັດ​ເຊຍນັ້ນ​ຈະພາ
ໃຫ້ເກີດຄວາມບໍ່ທຸນທ່ຽງ​ຢ່າງ​ເລິກ​ເຊິ່ງ.

ທ່ານກ່າວ​ວ່າ ສະຫະລັດມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ຈາກ​ລາຍ​ງານ​ການ​ເຄື່ອນ​ໄຫວ
​ທາງທະຫານຂອງຣັດ​ເຊຍ​ໃນ​ເຂດ Crimea ​ແລະຊາວ​ຢູ​ເຄຣນສົມ ຄວນ​ທີ່​ຈະ​ມີ​ໂອ​ກາດ ໃນການຕັດສິນໃຈກ່ຽວກັບອານາ​ຄົດ​ຂອງ​ເຂົາ​ເຈົ້າ​ເອງ.

​ເອກ​ອັກຄະ​ລັດຖະທູດຢູ​ເຄຣນປະ​ຈໍາ​ ສະຫະ​ປະຊາ​ຊາດ ທ່ານ Yuriy Serge-yev ​ໄດ້​
ກ່າວ​ຕໍ່ກອງ​ປະ​ຊຸມ ສະພາ​ຄວາມໝັ້ນຄົງວ່າ ​ເຮືອບິນເຮ​ລິ​ຄອບ​ເຕີຕິດອາວຸດຂອງຣັດ​ເຊຍ
​ແລະ​ເຮືອບິນ​ຂົນ​ສົ່ງ​ທະຫານ ​ໄດ້ບິນ​ຂ້າມເຂົ້າໄປ​ໃນເຂດ Crimea ຂອງຢູເຄຣນ.

ທ່ານໄດ້​ກ່າວບັນລະຍາຍ​ວ່າ ​ເດີ່ນ​ເຮືອບິນ​ໃຫຍ່​ ໄດ້​ຖືກ “ຍຶດ​” ​ໂດຍ​ກໍາ ລັງ​ທະຫານຣັດ​ເຊຍ.
ທ່ານ Sergeyev ກ່າວ​ວ່າ ທ່ານຕ້ອງການການສະໜັບສະໜຸນ​ທາງດ້ານຈິດໃຈແລະດ້ານ​
ການ​ເມືອງ ຈາກປະຊາ​ຄົມ​ໂລກ ​ແລະສິ່ງທີ່​ພວມເກີດ​ຂື້ນ​ໃນປະ​ເທດ​ຂອງ​ທ່ານ​ນັ້ນ ແມ່ນ​ເປັນ​
ທີ່ “ໜ້າຢ້ານກົວຫຼາຍ”

​ເອກ​ອັກຄະ​ລັດຖະທູດສະຫະລັດປະ​ຈໍາ ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power
ກ່າວ​ວ່າ ສະຫະລັດກໍາ ລັງ​ຮຽກຮ້ອງ ​ໃຫ້​ມີການປະຕິບັດ​ງານ ​ໄກ່​ເກ່ຍຂອງນາໆຊາດ ຢ່າງ​ຮີບ​
ດ່ວນ ​ກ່ຽວກັບເຂດ Crimea.

​ສ່ວນເອກ​ອັກຄະ​ລັດ​ທະ​ທູດ​ຣັດ​ເຊຍ ທ່ານ Vitaly Churkin ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ
ແມ່ນຄັດຄ້ານຕໍ່ອັນ​ທີ່​ຮ້ອງ​ວ່າ ການໄກ່​ເກ່ຍແບບບີບບັງຄັບຈາກ​ພາຍ​ນອກ.

​ເມື່ອມີການຖາມ​ວ່າ ຣັດ​ເຊຍ​ໄດ້​ລຸກ​ລານ​ຢູ​ເຄຣນບໍ​ນັ້ນ ທ່ານກ່າວ​ວ່າ ຣັດ​ເຊຍ ໄດ້ປະຕິບັດ​ຢູ່​
ໃນຂອບ​ເຂດຂອງສົນທິສັນຍາ​ກັບຢູ​ເຄຣນ ທີ່​ອະນຸຍາດ​ໃຫ້ກອງ ທັບເຮືອໃນທະ​ເລ​ດໍາ ຂອງ
ຣັດເຊຍມີ​ຖານ​ທັບ ​ຢູ່​ໃນ​ເຂດ Crimea.

Ukraine Reax
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG