ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ຊາວໜຸ່ມແລະນັກຮຽນລາວ ເຂົ້າໄປຫຍຸ້ງກ່ຽວກັບ ບັນຫາອາຊະຍາກໍາ ຫລາຍຂຶ້ນນັບມື້


ຊາວໜຸ່ມທີ່ເປັນສະມາຊິກແກ້ງອັນຕະພານກຸ່ມນຶ່ງ
ຊາວໜຸ່ມທີ່ເປັນສະມາຊິກແກ້ງອັນຕະພານກຸ່ມນຶ່ງ

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ມີເຍົາວະຊົນລາວເຂົ້າໄປຫຍຸ້ງກ່ຽວກັບບັນຫາອາຊະ ຍາກໍາຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນກຸ່ມນັກຮຽນໄວລຸ້ນ ທີ່ຂາດການເອົາໃຈໃສ່ ຈາກບັນດາຜູ້ປົກຄອງ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາໄດ້ໃຫ້ການຍອມຮັບວ່າ ບັນຫາ
ອາຊະຍາກໍາ ທີ່ເກີດຂຶ້ນໃນລາວໃນປັດຈຸບັນນີ້ ນອກຈາກຈະມີລະດັບຄວາມຮຸນແຮງ
ຫຼາຍຂຶ້ນ ທັງຍັງເປັນອາຊະຍາກໍາທີ່ມີຫຼາຍຮູບແບບ ແລະເກີດຂຶ້ນໃນທຸກວົງການແລ້ວ ກໍຍັງປະກົດວ່າມີເຍົາວະຊົນລາວ ທີ່ເປັນນັກຮຽນ-ນັກສຶກສາໄດ້ເຂົ້າໄປກ່ຽວຂ້ອງກັບ
ອາຊະຍາກໍາຕ່າງໆເພີ່ມຫຼາຍຂຶ້ນອີກດ້ວຍ.

ອາຊະຍາກໍາທີ່ມີເຍົາວະຊົນລາວເຂົ້າໄປກ່ຽວຂ້ອງດ້ວຍນັ້ນ ກໍມີທັງການກະທໍາຄວາມ
ຜິດກ່ຽວກັບຊີວິດ, ຮ່າງກາຍ, ຊັບສິນ ແລະໄພສັງຄົມ. ສ່ວນສາເຫດທີ່ເຮັດໃຫ້ເຍົາວະ
ຊົນລາວ ເຂົ້າໄປກ່ຽວຂ້ອງກັບການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍໄດ້ຮັບການຢືນຢັນ
ຈາກເຈົ້າໜ້າທີ່ຂັ້ນສູງຂອງລາວວ່າ ເປັນຍ້ອນບັນຫາທາງເສດຖະກິດ ທີ່ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງບັນຫາສັງຄົມ ເຊັ່ນ: ບັນຫາການຢ່າຮ້າງໃນຄອບຄົວທີ່ໄດ້ສົ່ງຜົນກະທົບ
ຕໍ່ເນື່ອງເຖິງລູກຫຼານ ເຊິ່ງເປັນເງື່ອນໄຂນໍາໄປສູ່ການຕັ້ງເປັນກຸ່ມແກ້ງຂອງເຍົາວະຊົນ
ທີ່ມີການມົ່ວສຸມເສບຢາ ແລະກໍ່ອາຊະຍາກໍາໃນທີ່ສຸດ.

ຊາວໜຸ່ມທີ່ເປັນຄົນຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບໃນລາວ ໃນປີ 2010 ທີ່ຜ່ານມາ
ຊາວໜຸ່ມທີ່ເປັນຄົນຄ້າຢາເສບຕິດຄົນນຶ່ງທີ່ຖືກຈັບໃນລາວ ໃນປີ 2010 ທີ່ຜ່ານມາ

ນອກຈາກນີ້ ກໍມີສາເຫດມາ
ຈາກການປ່ອຍປະ ຫຼືການບໍ່
ເອົາໃຈໃສ່ຕໍ່ລູກຫຼານຂອງ
ບັນດາພໍ່ແມ່ຜູ້ປົກຄອງລ້ຽງ
ດູລູກຫຼານຂອງພວກຕົນ
ດ້ວຍເງິນ ແລະວັດຖຸສິ່ງຂອງ
ຕ່າງໆ ໂດຍກໍລະນີຕົວຢ່າງ
ທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດ
ໃນປັດຈຸບັນນີ້ ກໍຄືການຊື້ລົດ
ຈັກໃຫ້ເຍົາວະຊົນໃຊ້ໄດ້ຕາມ
ໃຈ ແລະບັນຫາທີ່ຕິດຕາມ
ມາກໍຄື ການເສຍຄົນຂອງ
ເຍົາວະຊົນເຫຼົ່ານັ້ນ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຊີ້ແຈງ ແລະຮຽກຮ້ອງ ໄປເຖິງບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາເຫຼົ່ານັ້ນວ່າ:

ຖ້າວ່າພໍ່ແມ່ຫາກມີເວລາ ກະາກໃຫ້ມາສົ່ງ-ມາຮັບ ບໍ່ຢາກໃຫ້ເອົາລົດມາ
ໂດດດ່ຽວ
ເພາະວ່າດຽວນີ້ໜິ້ ນັກຮຽນຂອງໄທເຮົານີ້ ໄວສິບຫົກ ສິບຫ້າແມ່ນ
ໄວຄະນອງຢາກຮູ້, ຢາກທົດລອງ, ຢາກທົດສອບຫຼາຍໆ
ຢ່າງຫັ້ນນ່າ. ແຕ່ບັນ
ຫາໂຕນີ້ເຮົາກໍຕ້ອງໄດ້ຄໍານຶງເຖິງ ຄັນຖ້າວ່າຢາກໃຫ້ອານາຄົດລູກຫຼານຂອງ
ທ່ານ
ມີສິ່ງທີ່ວ່າດີຂຶ້ນຫັ່ນ ເຮົາຕ້ອງໄດ້ເບິ່ງຕັ້ງແຕ່ນີ້ໄປ ຕ້ອງໝັ່ນຊ່ວຍກັນແກ້.

ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງໄດ້ເນັ້ນຢໍ້າວ່າ ສາເຫດທີ່ສໍາຄັນອີກຢ່າງ ໜຶ່ງທີ່ເຮັດໃຫ້ເຍົາວະຊົນລາວເຂົ້າໄປມີສ່ວນໃນການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍຄື ການຂາດໂອກາດທາງດ້ານການສຶກສາໃນລະດັບທີ່ສູງກວ່າມັດທະຍົມປາຍ ໃນຂະນະ
ທີ່ເຍົາວະຊົນລາວອີກຈໍານວນບໍ່ໜ້ອຍ ທີ່ຈົບການສຶກສາຂັ້ນສູງແລ້ວນັ້ນ ກັບບໍ່ມີວຽກ
ເຮັດງານທໍາອີກດ້ວຍ.

ກ່ອນໜ້ານີ້ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະ
ສະຫວັດດີການສັງຄົມ ໄດ້ຖະແຫຼງຊີ້ແຈງວ່າ ໃນປີ 2010 ທີ່ຜ່ານມາມີເຍົາວະຊົນລາວ
ທີ່ຈົບການສຶກສາທີ່ສູງກວ່າມັດທະຍົມປາຍ 5 ໝຶ່ນກວ່າຄົນ ທີ່ບໍ່ມີວຽກເຮັດງານທໍາ.
ນອກຈາກນັ້ນ ໃນແຕ່ລະປີ ກໍຈະມີເຍົາວະຊົນລາວຫຼາຍກວ່າໝື່ນຄົນທີ່ຈົບການສຶກສາ
ໃນລະດັບທີ່ສູງກວ່າມັດທະຍົມປາຍ ທີ່ຕ້ອງປະເຊີນກັບບັນຫາການຫວ່າງງານເພີ່ມ
ຂຶ້ນ ໃນທຸກໆປີອີກດ້ວຍ.

ພວກຜູ້ຍິງຖືກນໍາຕົວໄປຂາຍເປັນໂສເພນີ ທີ່ຈັງວັດ ປຣາຈີນບູຣີ, ປະເທດໄທ, ທີ່ໄດ້ຖືກຕໍາຫລວດຊ່ວຍ ເຫລືອເອົາໄວ້
ພວກຜູ້ຍິງຖືກນໍາຕົວໄປຂາຍເປັນໂສເພນີ ທີ່ຈັງວັດ ປຣາຈີນບູຣີ, ປະເທດໄທ, ທີ່ໄດ້ຖືກຕໍາຫລວດຊ່ວຍ ເຫລືອເອົາໄວ້

ເພາະສະນັ້ນ ຈິ່ງເຮັດໃຫ້ເຍົາວະຊົນ
ລາວເຫຼົ່ານີ້ຕ້ອງພາກັນເດີນທາງໄປ
ລັກລອບເຮັດວຽກ ຢູ່ໃນເມືອງໄທ
ຫຼາຍຂຶ້ນນັບມື້ ໂດຍເຊື່ອວ່າມີເຍົາວະ
ຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່
ລັກລອບເຮັດວຽກຢູ່ໄທໃນທຸກມື້ນີ້
ແລະເກີນກວ່າ 60% ໃນຈໍານວນ
ດັ່ງກ່າວນີ້ ກໍເປັນເພດຍິງ ທີ່ສ່ຽງຕໍ່
ການຖືກປີບບັງຄັບໃຫ້ຕ້ອງຂາຍບໍ
ລິການທາງເພດອີກດ້ວຍ, ສ່ວນເຍົາ
ວະຊົນລາວ ທີ່ບໍ່ເດີນທາງໄປໄທນັ້ນ
ກໍມີທ່າອ່ຽງທີ່ຈະເຂົ້າໄປກ່ຽວຂ້ອງກັບອາຊະຍາກໍາໃນລາວ ເພີ່ມຫຼາຍຂຶ້ນດ້ວຍເຊັ່ນກັນ.

XS
SM
MD
LG