ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດ​ມີ​ 'ປ້ອມ​ຕຳ​ຫຼວດ​ຈີນ' ຕື່ມ​ອີກ ຢູ່​ກາ​ນາ​ດາ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໃຫ້​ຄວາມ​ເຫັນ


ແຟ້ມ - ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ ທ່ານ​ມາ​ໂຄ ເມັນ​ດີ​ຊີ​ໂນ ກ່າວ​ໃນ​ການ​ຕອບ​ຄຳ​ຖາມ ຢູ່​ສະ​ພາ​ຕ່ຳ​ຂອງ​ກາ​ນາ ທີ່​ນະ​ຄອນອອ​ຕ​ຕາ​ວາ ເມື່ອ​ວັນ​ທີ 29 ພະ​ຈິກ 2022.
ແຟ້ມ - ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຄວາມ​ສະ​ຫງົບ ທ່ານ​ມາ​ໂຄ ເມັນ​ດີ​ຊີ​ໂນ ກ່າວ​ໃນ​ການ​ຕອບ​ຄຳ​ຖາມ ຢູ່​ສະ​ພາ​ຕ່ຳ​ຂອງ​ກາ​ນາ ທີ່​ນະ​ຄອນອອ​ຕ​ຕາ​ວາ ເມື່ອ​ວັນ​ທີ 29 ພະ​ຈິກ 2022.

ອາດ​ມີ “ປ້ອມ​ຕຳ​ຫຼວດ​ຈີນ” ຕື່ມ​ອີກ ປະ​ຕິ​ບັດ​ງານ​ຢູ່​ໃນ​ກາ​ນາ​ດາ ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ກາ​ນາ​ດາ ກ່າວ​ຕໍ່​ໂທ​ລະ​ພາບ​ກາ​ນາ​ດາ​ໃນ​ວັນ​ອາ​ທິດ​ວານນີ້ ຫຼາຍ​ເດືອນ​ຫຼັງ​ຈາກ​ຕຳ​ຫຼວດ​ກ່າວ​ວ່າ ຕົນ​ໄດ້ທຳ​ການ​ສືບ​ສວນ​ເບິ່ງວ່າ ສູນ​ກາງ​ປະ​ຊາ​ຄົມສອງ​ແຫ່ງ​ໃນ​ນະ​ຄອນ​ມົງ​ເຣ​ອານຖືກ​ໃຊ້​ເປັນ​ບ່ອນຂົ່ມ ​ຂູ່ ​ຫຼື​ຮາ​ວີ​ລົບ​ກວນ ຊາວ​ກາ​ນາ​ດາ​ເຊື້ອ​ສາຍ​ຈີນ​ຫຼື​ບໍ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ມາ​ໂຄ ເມັນ​ດີ​ຊີ​ໂນ ກ່າວ​ຕໍ່​ລາຍ​ການ​ໃຫ້​ສຳ​ພາດ​ແກ່​ລາຍ​ການ​ຕອບ​ຄຳ​ຖາມ ຂອງໂທ​ລະ​ພາບ CTV ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຕຳ​ຫຼວດ​ ກາ​ນາ​ດາ​ໄດ້​ເອົາ​ບາດ​ກ້າວ​ອັນ​ໜັກ​ແໜ້ນເພື່ອ​ລົບ​ກວນ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ ໃນ​ອັນ​ທີ່​ພົວ​ພັນ​ກັບ​ສິ່ງ​ທີ່​ເອີ້ນ​ວ່າປ້ອມ​ຕຳ​ຫຼວດ ແລະ​ຖ້າ​ວ່າປ້ອມ​ຕຳ​ຫຼວດເຫຼົ່າ​ນັ້ນ ມີ​ການ​ຈັດ​ຕັ້ງ​ຂຶ້ນ​ຕື່ມ​ແລະ​ອື່ນໆທີ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ເອົາ​ບາດ​ກ້າວ​ອັນ​ເດັດ​ຂາດ​ເພື່ອ​ດຳ​ເນີນ​ການ​ຕໍ່​ໄປ.”

ໃນ​ເດືອນ​ມີ​ນາ​ຜ່ານ​ມາ ຕຳ​ຫຼວດ​ກາ​ນາ​ດາ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ສືບ​ສວນ​ເບິ່ງ​ສູນ​ກາງ​ຕ່າງໆ​ຢູ່​ໃນ​ນະ​ຄອນ​ມົງ​ເຣ​ອານ. ໃນ​ຕົ້ນ​ເດືອນນີ້ ອົງ​ການ​ຂ່າວ​ຂອງ​ກາ​ນາ​ດາ​ລາຍ​ງານ​ວ່າ ສູນ​ກາງ​ຕ່າງໆ​ຍັງ​ປະ​ຕິ​ບັດ​ງານ​ຕາມ​ປົກ​ກະ​ຕິ ເຖິງ​ແມ່ນ​ຖະ​ແຫຼງ​ການ​ຂອງ​ທາງ​ກະ​ຊວງ​ເວົ້າ​ວ່າ ​ປ້ອມລັບ​ທັງ​ໝົດ ​ໄດ້​ປິດ​ລົງ​ແລ້ວ​ກໍ​ຕາມ.

ຈີນ​ ໄດ້​ປະ​ຕິ​ເສດຕໍ່ການ​ກ່າວ​ຫາ​ ໃນ​ການ​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກາ​ນາ​ດາ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ເມັນ​ດີ​ຊີ​ໂນ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ໄດ້​ມີ​ການ​ຂັບ​ໄລ່​ນັກ​ການ​ທູດ​ຂອງ​ກັນ​ແລະ​ກັນ ລະ​ຫວ່າງ​ອອ​ຕ​ຕາ​ວາ ແລະ​ປັກ​ກິ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG