ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງບໍ່ມີການຊ່ວຍເຫຼືອ ເພື່ອບັນເທົາຜົນກະທົບ ໃນການລະບາດຂອງໂຄວິດ-19 ຢ່າງເປັນຮູບປະທໍາເທື່ອ 


ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ.
ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ.

ກະແສການລະບາດຢ່າງໜັກທີ່ສຸດຂອງໂຄວິດ-19 ທີ່ເລີ້ມຕົົ້ນມາແຕ່ກາງ ເດືອນເມສາ
ນັ້ນ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເປັນພິເສດຕໍ່ຊາວລາວຜູ້ມີລາຍໄດ້ຕໍ່າ ແຕ່ການ
ຊ່ວຍເຫລືອຂອງລັດຖະບານ ກໍຍັງຊັກຊ້າຫລາຍ ແລະຍັງບໍ່ທັນ ເຫັນໄດ້ຢ່າງເປັນຮູບ
ປະທໍາເລີຍ ອີງຕາມການບອກເລົ່າ ຂອງກໍາມະກອນ ແລະເຈົ້າໜ້າທີ່ທ້ອງຖິ່ນບາງຄົນ.
ກິ່ງສະຫວັນ ມີລາຍລະອຽດກ່ຽວກັບເລື້ອງນີ້ຈາກນັກ ຂ່າວຂອງພວກເຮົາ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:00:52 0:00
ລິງໂດຍກົງ

ກະແສຟອງການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ເລີ້ມຕົ້ນຂຶ້ນແຕ່ກາງ ເດືອນເມສາ
ຊຶ່ງເຮັດໃຫ້ຈໍານວນຄົນຕິດພະຍາດເພີ້ມຂຶ້ນຢ່າງໄວວາຈາກ 48 ກໍລະນີ ຈົນເກືອບຮອດ
2,000 ກໍລະນີແລ້ວນັ້ນ ໄດ້ເຮັດໃຫ້ມີຄໍາສັ່ງ ໃຫ້ປິດ ຄຸ້ມບ້ານຫລາຍແຫ່ງໃນນະຄອນ
ຫລວງວຽງຈັນແລະບາງແຂວງທີ່ເປັນຈຸດລະ ບາດ ຢ່າງໜັກຂອງພະຍາດນີ້ ນັບແຕ່ວັນທີ
22 ເມສາ ຕໍ່ມາຈົນຮອດວັນທີ 19 ມິຖຸນາໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ
ໂດຍລວມປະສົບຄວາມ ຫຍຸ້ງຍາກຫຼາຍ ໂດຍສະເພາະຜູ້ທີ່ມີລາຍໄດ້ຕໍ່າໃນທຸກສາຂາ
ວຽກງານ ດັ່ງທີ່ ນັກທຸລະກິດທ່ານນຶ່ງໃນນະຄອນຫລວງວຽງຈັນໃຫ້ຄໍາເຫັນກ່ຽວກັບຜົນ
ກະທົບ ຢ່າງໜັກ ຂອງກະແສລະບາດຢ່າງຮ້າຍແຮງໃນໄລຍະນີ້ວ່າ:

“ເພາະວ່າ ມັນສັງຄົມເສດຖະກິດເດ ເຈົ້າບໍ່ແມ່ນທໍາມະດາ ທຸລະກິດນ້ອຍ ນັບແຕ່ຕັດຜົມ
ຂື້ນໄປນະ ຕັດຜົມທາລ໊ອກທາເລັບຮຽບຮ້ອຍໝົດເລີຍ ແຮງທຸກແຮງຊໍ້າ ພວກຊິໄປຂາຍ
ເຄື່ອງ ບ້ານນອກເອົາເຄື່ອງມາເລາະຂາຍ ໄປນັ່ງຂາຍຢູ່ແຄມທາງກະຍໍ່ໄດ້ດຽວນີ້ ຂ້ອຍ
ຢາກວ່າຈັກສິບປາຍປີຂຶ້ນໄປ ມັນປະຊາຊົນຊິຕາຍກ່ອນ”

ເພື່ອເປັນການແບ່ງເບົາຄວາມເເດືອດຮ້ອນໃຫ້ແກ່ກຸ່ມຄົນທີ່ມີລາຍໄດ້ໜ້ອຍ ແລະຫາ
ເຊົ້າກິນຄໍ່າທາງລັດຖະບານກໍໄດ້ມີຄໍາສັ່ງ ຂອງກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມສະບັບເລກທີ 1531 ລົງວັນທີ 5 ພຶດສະພາ, 2021 ອອກມາວ່າ ໃຫ້ເກັບກໍາຂໍ້ມູນ
ນອກລະບົບປະກັນສັງຄົມ ແລະປະຊາຊົນ ທີ່ທຸກຍາກ ເນື່ອງຈາກໄດ້ຮັບຜົນກະທົບ
ຈາກການລະບາດຂອງເຊື້ອພະຍາດໂຄວິດ-19. ໃນນັ້ນແມ່ນໃຫ້ພະແນກແຮງງານ ແລະ
ສະຫວັດດີການສັງຄົມ ໃນຂັ້ນແຂວງ, ນະຄອນຫລວງ ແລະເມືອງ ສົມທົບກັບບ້ານເປົ້າ
ໝາຍ ເພື່ອລາຍງານໃຫ້ລັດຖະບານພິຈາລະນາໃຫ້ການຊ່ວຍເຫລືອ.

ສ່ວນທາງຄະນະກໍາມະບານລາວກໍບອກວ່າ ທາງລັດຖະບານລາວໃຫ້ການຊ່ວຍເຫລືອ
ບັນເທົາທຸກແກ່ຄົນສອງກຸ່ມສໍາລັບພວກທີ່ມີປະກັນສັງຄົມ ແລະປະຊາຊົນຜູ້ທຸກຍາກທີ່
ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ດັ່ງທີ່ ພະນັກງານທ່ານນຶ່ງ
ໃນຄະນະກໍາມະບານນະຄອນຫລວງວຽງຈັນບອກວ່າ:

“ປະກັນສັງຄົມເພິ່ນຊ່ວຍຕົ້ວລະ ແມ່ນມີແຕ່ປະກັນສັງຄົມເພີ່ນຊ່ວຍເນາະ ແຕ່ວ່າຊ່ວຍຜູ້ທຸກຜູ້ຍາກເຂົາເຈົ້າໃຫ້ບ້ານເກັບຂໍ້ມູນ ແຕ່ວ່າຂໍ້ມູນຄອບຄົວຜູ້ທຸກຍາກແທ້ເຂົາກະສະເໜີໃຫ້ປະກັນສັງຄົມຊ່ວຍ, ໂຮງງານຕັດຫຍິບເພິ່ນຊ່ວຍແຕ່ພວກມີປະກັນສັງຄົມນະກະມີແຕ່ວ່າ ອັນທີໜຶ່ງ ພວກທີ່ເຂົ້າປະກັນສັງຄົມນະ ອັນທີສອງແມ່ນຊ່ວຍຄອບຄົວທີ່ທຸກຍາກ ໃຫ້ນາຍບ້ານຢັ້ງຢືນມີແຕ່ສອງໂຄງການນີ້ ອັນອື່ນບໍ່ທັນໄດ້ຍິນເທື່ອ.”

ເມື່ອຖາມເຖິງການຊ່ວຍເຫລືອຕົວຈິງສໍາລັບພວກທີ່ຂາດເຂີນໃນໄລຍະທີ່ມີການ ລະບາດ
ຢ່າງໜັກ ຂອງພະຍາດນີ້ ສ່ວນໃຫຍ່ແມ່ນມາຈາກ ປະຊາຊົນຜູ້ໃຈບຸນ ໄດ້ເຕົ້າໂຮມການບໍ
ລິຈາກເຄື່ອງຊ່ວຍເຫລືອ ແລ້ວນໍາເອົາໄປໃຫ້ການຈັດຕັ້ງໃດ ນຶ່ງເອົາໄປແຈກຢາຍ ແລະ
ການຊ່ວຍເຫລືອຕົ້ນຕໍກໍແມ່ນເອົາໃຫ້ແກ່ກໍາມະກອນ ໃນໂຮງງານຕ່າງໆດັ່ງທີ່ການບອກ
ເລົ່າຂອງຄະນະກໍາມະບານຂັ້ນສູນກາງທ່ານ ນຶ່ງວ່າ:

“ສ່ວນຫລາຍພວກເຮົາມັກໄປແຈກພວກເຄື່ອງທີ່ເຂົາເອົາມາອຸປະຖໍາ ສ່ວນຫຼາຍພວກມີແຕ່ພວກອາຫານແຫ້ງ ແລະສ່ວນຫລາຍພວກເຮົາຈະເນັ້ນໃສ່ພວກທີ່ທຸກຍາກ ພວກທີ່ເກີດອຸປະຕິເຫດເນາະ ຫລືໄພນໍ້າຖ້ວມເບາະຫລືວ່າອັນຫລັກແມ່ນພວກຢູ່ໂຮງຈັກໂຮງງານ ເພາະວ່າເປົ້າໝາຍເຮົາ ແມ່ນພວກຢູ່ໂຮງຈັກໂຮງງານ ຫລືກໍາມະກອນ”

ແຕ່ປາກົດວ່າມາຮອດດຽວນີ້ການຊ່ວຍເຫລືອແມ່ນຍັງຊັກຊ້າ ແລະກໍຍັງບໍ່ເປັນ ຮູບປະ
ທໍາສໍາລັບຜູ້ທຸກຍາກແລະກໍາມະກອນຜູ້ມີລາຍໄດ້ຕໍ່າ ທີ່ໄດ້ຮັບຜົນກະ ທົບຈາກການລະ
ບາດ ຂອງພະຍາດໃນຄັ້ງນີ້ເລີຍ ດັ່ງທີ່ກໍາມະກອນໂຮງງານ ຕັດຫຍິບແຫ່ງນຶ່ງໃນນະຄອນ
ຫລວງວຽງຈັນໄດ້ລົງທະບຽນເຂົ້າເປັນ ສະມາຊິກ ຂອງລະບົບປະກັນສັງຄົມໄດ້ 4 ເດືອນ
ມານີ້ວ່າຍັງບໍ່ໄດ້ຮັບການຊ່ວຍເຫລືອ ແຕ່ຢ່າງໃດ ແລະກໍບໍ່ເປັນທີ່ຈະແຈ້ງວ່າຈະໄດ້ຮັບ
ການຊ່ວຍເຫລືອຫລືບໍ່ ຊຶ່ງຜູ້ ກ່ຽວເລົ່າສູ່ຟັງດັ່ງນີ້:

”ແມ່ນ ແມ່ນໄດ້ເຂົ້າ ໄດ້ເຂົ້າແລ້ວ ຫວ່າງ 4 ເດືອນແລ້ວນີ້ ຍັງ ຍັງແຫລະ ຊຸດກ່ອນບໍ່ເຫັນໄດ້ຈັ່ງໃດບຸນ ກະຄືຊິໄດ້ຕິ ເຫັນເຂົາໄປຈົດອີ່ຫຍັງບຸ.”

ສ່ວນທາງອໍານາດການປົກຄອງທ້ອງຖິ່ນຂັ້ນບ້ານນັ້ນ ບາງບ່ອນກໍບອກວ່າທາງ ລັດຖະ
ບານຈະໃຫ້ການຊ່ວຍເຫລືອແກ່ຜູ້ທຸກຈົນທີ່ສຸດ ທີ່ໄດ້ຮັບຜົນກະທົບຈາກ ມາດຕະການ
ປິດເຂດຄຸ້ມບ້ານ ແລະເມືອງ ດັ່ງທີ່ສະມາຊິກຄະນະແນວໂຮມບ້ານ ແຫ່ງນຶ່ງໃນເມືອງ
ນາຊາຍທອງ, ນະຄອນຫລວງວຽງຈັນກ່າວວ່າ:

“ລັດກະຊ່ວຍປະຊາຊົນຜູ້ທຸກຍາກກະມີຢູ່ອັນລັກສະນະທີ່ວ່າ ຫາເຊົ້າກິນຄໍ່າເນາະ ຊ່ວງໄລຍະໂຄວິດເຂົາບໍ່ໄດ້ອອກນອກ ອອກນາຫັ້ນນະຈໍາກັດເລື້ອງອັນນີ້ຫັ້ນນະ ແຕ່ວ່າບໍ່ໝົດທຸກຄົນດອກ ພວກທີ່ມີລາຍຮັບນ້ອຍ ຫລືວ່າພວກຫາເຊົ້າກິນຄໍ່າຫັ້ນນະ’

ແຕ່ກໍຄ້າຍຄືກັນກັບການຊ່ວຍເຫລືອແກ່ກໍາມະກອນປາກົດວ່າ ການຊ່ວຍເຫລືອບັນເທົາ
ທຸກແກ່ຄອບຄົວຂາດເຂີນ ກໍບໍ່ເປັນທີ່ຈະແຈ້ງ. ແມ່ຍິງຄົນນຶ່ງ ທີ່ເຮັດອາ ຊີບຊຸກລໍ້ໄປເລາະ
ຂາຍຜັກ ຢູ່ຕາມເຮືອນຄົນ ຢູ່ເຂດເມືອງຫາດຊາຍຟອງ ຊຶ່ງຜູ້ ກ່ຽວຕ້ອງໄດ້ຢຸດອາຊີບແບບ
ນັ້ນຂອງຜູ້ກ່ຽວຊຶ່ງກໍພາໃຫ້ລາວຂາດລາຍໄດ້ ຍ້ອນ ທາງການປະກາດຫ້າມຄົນຢູ່ໃນເຂດ
ບ້ານໝາຍແດງຫ້າມອອກເຮືອນໄປ ຫລືໄປ ມາຫາສູ່ກັນຖ້າບໍ່ຈໍາເປັນທີ່ສຸດນັ້ນບອກວ່າ
ນາງບໍ່ເຄີຍໄດ້ຍິນ ເລື້ອງການຊ່ວຍ ເຫລືອທີ່ວ່ານັ້ນເລີຍ. ນາງໃຫ້ຄໍາເຫັນດັ່ງນີ້:

.”ບໍ່ມີຫຍັງ ບໍ່ມີຫຍັງ ບໍ່ ບໍ່ ບໍ່ຢູ່ບ້ານນີ້ຍັງບໍ່ເຫັນມີຫຍັງນະ ມີແຕ່ບ້ານອື່ນຕິ ບໍ່ບໍ່ ຢູ່ບ້ານນີ້ບໍ່ເຫັນມີ”

ສະຫລຸບແລ້ວ ເຖິງແມ່ນວ່າທາງການລາວ ຈະມີການປະກາດວ່າ ຈະມີນະໂຍບາຍຊ່ວຍເ
ຫລືອບັນເທົາທຸກແກ່ປະຊາຊົນທີ່ທຸກຍາກຂາດເຂີນໄດ້ຮັບຜົນກະທົບໜັກທີ່ສຸດກໍຕາມ
ແຕ່ກໍປາກົດວ່າ ເທົ້າເຖິງທຸກວັນນີ້ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ປະຊາຊົນເຫລົ່ານີ້ຈະໄດ້
ຮັບການຊ່ວຍເຫລືອຮູບແບບໃດ? ໃນຕອນໃດ? ແລະ ຫລາຍປານໃດ ໃນຂະນະທີ່ຈໍານ
ວນ ກໍລະນີຜູ້ຕິດເຊື້ອໃໝ່ ກໍຍັງສືບຕໍ່ເພີ້ມຂຶ້ນ ທຸກມື້ຊຶ່ງຈະສົ່ງຜົນກະທົບໃຫ້ຊີວິດການເ
ປັນຢູ່ຂອງເຂົາເຈົ້າໃຫ້ຝືດເຄືອງຍິ່ງຂຶ້ນ ໄປຢູ່ນີ້.

XS
SM
MD
LG