ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍັງມີບາງຄົນ ບໍ່ໝັ້ນໃຈ ກັບການສັກຢາວັກຊີນ ປ້ອງກັນໂຄວິດ-19


ຄົນຜູ້ນຶ່ງຍ່າງຜ່ານທຸງຊາດສະຫະລັດ ຢູ່ອ້ອມອະນຸສາວະລີ ວໍຊິງຕັນ ທີ່ຢູ່ເຄິ່ງເສົາ ເພື່ອໄວ້ອາໄລແກ່ຜູ້ເສຍຊີວິດຍ້ອນໂຄວິດ-19 ວັນພຸດ ວັນທີ 24 ກຸມພາ 2021.
ຄົນຜູ້ນຶ່ງຍ່າງຜ່ານທຸງຊາດສະຫະລັດ ຢູ່ອ້ອມອະນຸສາວະລີ ວໍຊິງຕັນ ທີ່ຢູ່ເຄິ່ງເສົາ ເພື່ອໄວ້ອາໄລແກ່ຜູ້ເສຍຊີວິດຍ້ອນໂຄວິດ-19 ວັນພຸດ ວັນທີ 24 ກຸມພາ 2021.

ປັດຈຸບັນນີ້ ມີປະຊາຊົນອາເມຣິກັນ ຫຼາຍກວ່າ 5 ແສນຄົນ ໄດ້ເສຍຊີວິດຍ້ອນ ພະຍາດ
ໂຄວິດ-19 ແລະກວ່າ 58 ລ້ານຄົນໄດ້ຮັບການສັກຢາວັກຊີນປ້ອງກັນ ໄປຕາມອາຍຸ
ແລະກໍລະນີພິເສດຕ່າງໆ. ສະຖານທີ່ສັກຢາເຫຼົ່ານີ້ມີ ບໍລິການຢູ່ ຕາມໂຮງໝໍ ສູນກາງ
ສັງຄົມ ວັດວາອາຮາມ ແລະ ຟາກມາຊີ ເພື່ອໃຫ້ຄົນລົງ ທະບຽນນັດໝາຍ ໃຫ້ໄປສັກຢາ
ວັກຊີນ. ແຕ່ເຖິງປານນັ້ນ ການບໍລິການກໍຍັງ ບໍ່ທ່ວງທັນກັບຄວາມຕ້ອງການ ຂອງບັນ
ດາຜູ້ຢາກສັກຢາວັກຊີນດັ່ງກ່າວ.

ໃນຂະນະດຽວກັນ ກໍມີປະຊາຊົນອີກຈຳນວນນຶ່ງທີ່ພາກັນລັງເລໃຈ ບໍ່ໝັ້ນໃຈ ກັບຢາ
ວັກຊີນເຫຼົ່ານີ້ ເຖິງແມ່ນວ່າລັດຖະບານໄດ້ອະນຸມັດ ໃຫ້ບັນດາບໍລິສັດ ເພສັດສະກຳໄດ້
ນຳເອົາຢາວັກຊີນຂອງເຂົາເຈົ້າອອກມາສັກໃຫ້ຄົນ ຮວມທັງ ບັນດາພະນັກງານແຖວ
ໜ້າຕະຫຼອດພວກຍາດຕິພີ່ນ້ອງລູກຫຼານຜູ້ທີ່ຮັບຜິດຊອບໃນການດູແລ ເບິ່ງແຍງພໍ່ແມ່
ທີ່ຊະລາ ແລະຜູ້ມີບັນຫາດ້ານສຸຂະພາບ. ແຕ່ວ່າບັນດາຜູ້ທີ່ໄດ້ຮັບບູລິມະສິດເຫລົ່ານີ້
ຈຳນວນນຶ່ງ ພາກັນປະຕິເສດບໍ່ ຢາກສັກຢາວັກຊີນ ກັນໂຄວິດ-19 ໂດຍໃຫ້ເຫດຜົນ
ຕ່າງໆນາໆ ຊຶ່ງທ່ານ ຄຳພອນກໍແມ່ນຜູ້ນຶ່ງໃນຈຳນວນຊາວອາເມຣິກັນ ຢູ່ທີ່ລັດຄາໂຣ
ລາຍນາໃຕ້ ທີ່ໄດ້ສະແດງຄວາມລັ່ງເລໃຈ ໂດຍກ່າວສູ່ວີໂອເອຟັງດັ່ງນີ້:

ລິງໂດຍກົງ


ການສັກຢາວັກຊີນກັນໂຄວິດ-19 ຢູ່ໃນສະຫະລັດ ສ່ວນໃຫຍ່ແມ່ນບໍ່ຖືກບັງຄັບ ໃຫ້
ປະຊາຊົນຕ້ອງສັກ ນອກຈາກບັນດານາຍແພດ ແລະຜູ້ມີໜ້າທີ່ການທີ່ສຳຄັນ ທີ່ພົວ
ພັນຢູ່ໃກ້ຊິດກັບຄົນປ່ວຍ.

XS
SM
MD
LG