ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕົວເລກຜູ້ຕິດເຊື້ອ COVID-19 ອາດມີຫຼາຍກວ່າ ຈຳນວນທີ່ຖືກລາຍງານຢ່າງເປັນທາງການ


ພະນັກງານແພດ ຍື່ນເຄື່ອງກວດ Covid-19 ໃຫ້ປະຊາຊົນຢູ່ເຂດ ເບັນສັນເຮີສ ໃນເມືອງ ບຣຸກລິນ ຂອງນະຄອນ ນິວຢອກ. 23 ທັນວາ, 2021.
ພະນັກງານແພດ ຍື່ນເຄື່ອງກວດ Covid-19 ໃຫ້ປະຊາຊົນຢູ່ເຂດ ເບັນສັນເຮີສ ໃນເມືອງ ບຣຸກລິນ ຂອງນະຄອນ ນິວຢອກ. 23 ທັນວາ, 2021.

ວັນພະຫັດວານນີ້ ສະຫະລັດ ມີກໍລະນີຜູ້ຕິດເຊື້ອ COVID-19 ໃໝ່ໃນແຕ່ລະວັນ 344,543 ກໍລະນີ, ເຊິ່ງເປັນການເພີ່ມຂຶ້ນໃນແຕ່ລະວັນສູງກວ່າ 300,000 ກໍລະນີເປັນຄັ້ງທຳອິດນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ.

ແຕ່ວ່າກໍລະນີຜູ້ຕິດເຊຶື້ອທີ່ແທ້ຈິງແມ່ນອາດຈະສູງກວ່ານັ້ນຫຼາຍ, ເພາະວ່າມີຜູ້ຕິດເຊື້ອຈຳນວນນຶ່ງທີ່ບໍ່ໄດ້ລາຍງານຕົວຕໍ່ເຈົ້າໜ້າທີ່. ຕົວຢ່າງຄອບຄົວນຶ່ງທີ່ມີສະມາຊິກ 5 ຄົນທີ່ໄດ້ຕິດເຊື້ອເມື່ອບໍ່ດົນມານີ້, ເຊິ່ງຜູ້ເປັນພໍ່ ແລະ ແມ່ໄດ້ກວດເຊື້ອນຳເຈົ້າໜ້າທີ່ສາທາລະນະສຸກອອກມາເປັນຜົນບວກ ແລະ ໄດ້ກັກຕົວພັກຟື້ນຢູ່ບ້ານ. ແຕ່ວ່າລູກອີກສາມຄົນຕໍ່ມາໄດ້ກວດເຊື້ອດ້ວຍອຸປະກອນເອົາເອງຢູ່ບ້ານ ແລະ ຜົນອອກມາເປັນຜົນບວກ ແຕ່ບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຊາບ.

ຄົນລາວ ທ່ານນຶ່ງທີ່ອາໄສຢູ່ລັດ ເທັກຊັສ ໄດ້ກ່າວຕໍ່ພວກເຮົາໂດຍຂໍສະຫງວນຊື່ວ່າ “ຂ້າພະເຈົ້າຕິດເຊື້ອກ່ອນ ແລ້ວຈຶ່ງເມຍຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຢູ່ນຳກັນໝົດຄອບຄົວກ່ອນຈະມີອາການ 2 ມື້. ຫຼັງຈາກມີອາການແລ້ວຂ້າພະເຈົ້າໄດ້ໄປກວດຢູ່ໂຮງໝໍ ແລະ ຜົນອອກມາວ່າຕິດ. ແລ້ວພັນລະ ຍາຂອງຂ້າພະເຈົ້າກໍຕິດໃນມື້ຕໍ່ມາ. ອີກສອງມື້ລູກຂອງຂ້າພະເຈົ້າກໍຕິດ ແຕ່ວ່າເຂົາເຈົ້າກວດຢູ່ບ້ານດ້ວຍອຸປະກອນກວດສຸກເສີນ, ແຕ່ເຂົາເຈົ້າບໍ່ໄດ້ແຈ້ງໃຫ້ທາງການຮູ້ ມີແຕ່ກັກໂຕຢູ່ບ້ານບໍ່ອອກໄປໃສ. ດຽວນີ້ກະເປັນມາໄດ້ເກືອບທິດນຶ່ງແລ້ວ. ອາການກະໄຄຂຶ້ນແດ່ຫຼັງຈາກໄດ້ກິນຢາ ແລະ ທຸກຄົນໃນຄອບຄົວກໍບໍ່ມີອາການຮ້າຍແຮງຫຍັງ. ຂ້າພະເຈົ້າຕິດໂອມີຄຣອນ.”

ອີງຕາມການກ່າວຂອງຄົນສ່ວນຫຼາຍທີ່ຕິດສາຍພັນ ໂອໄມຄຣອນນັ້ນ, ເຂົາເຈົ້າວ່າອາການແມ່ນເບົາ ຄ້າຍຄືກັບເປັນຫວັດ. ເຂົາເຈົ້າຕັນດັງ, ເຈັບຄໍ ແລະ ໄອໜ້ອຍນຶ່ງ. ຄົນທີ່ໄດ້ສັກຢາຄົບແລ້ວ ແລະ ແມ່ນກະທັງໄດ້ສັກຢາເຂັມທີສາມ ຫຼື ບູສເຕີ ກໍມີລາຍງານວ່າໄດ້ຕິດເຊື້ອຫຼາຍເຊັ່ນກັນ ແຕ່ອາການຈະເບົາດັ່ງທີ່ໄດ້ກ່າວໄປນັ້ນ.

XS
SM
MD
LG