ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບາງ​ຄົນເປັນຫ່ວງ ກ່ຽວກັບ ຄວາມຮຸນແຮງເພີ່ມຂຶ້ນ ຈາກພວກຝ່າຍຂວາ ໃນ ສະຫະລັດ


ສະມາຊິກຂວາຈັດຕໍ່ຕ້ານລັດຖະບານ ລວມຕົວກັນຢູ່ໜ້າຫໍລັດຖະສະພາ ສະຫະລັດ, 6 ມັງກອນ 2021.
ສະມາຊິກຂວາຈັດຕໍ່ຕ້ານລັດຖະບານ ລວມຕົວກັນຢູ່ໜ້າຫໍລັດຖະສະພາ ສະຫະລັດ, 6 ມັງກອນ 2021.

ຄວາມ​ຮຸນ​ແຮງ​ໃນ​ ສະ​ຫະ​ລັດ ແມ່ນ​ເກີດ​ຂຶ້ນ​ຢູ່​ທຸກມື້​ໃນ​ແຕ່​ລະ​ລັດ. ດ້ວຍ​ບັນ​ຫາ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບ​ຄົວ, ການ​ທຳ​ຮ້າຍ​ຜູ້​ຄົນ​ຢູ່​ຕາມ​ຫົ​ນ​ທາງ, ຄວາມ​ຮຸນ​ແຮງ​ຈາກ​ພວກ​ແບ່ງ​ແຍກ​ເຊື້ອ​ຜິວ​ພັນ ​ແມ່ນ​ພົບ​ເຫັນຫຼາຍ ​ໃນ​ເວ​ລານີ້ ແລະ ອີກ​ຄວາມ​ເປັນ​ຫ່ວງ​ນຶ່ງ ທີ່​ກຳ​ລັງ​ຮຸນ​ແຮງຂຶ້ນ ​ກໍ​ແມ່ນ​ຄວາມ​ຮຸນ​ແຮງ​ ທາງ​ດ້ານ​ການ​ເມືອງ ​ຈາກ​ພວກ​ຜູ້​ສະ​ໜັບ​ສະ​ໜູນ​ອະ​ນຸ​ລັກ​ນິ​ຍົມ​ຫົວ​ຈັດ.

​ຄົນ​ລາວ​ທ່ານ​ນຶ່ງ​ຈາກ​ລັດ​ຟ​ລໍ​ຣິ​ດາ ໄດ້​ໃຫ້​ຄຳ​ເຫັນ​ ກ່ຽວ​ກັບ ພວ​ກອະ​ນຸ​ລັກ​ນິ​ຍົມ​ຫົວ​ຮຸນ​ແຮງ​ວ່າ “ພວກນີ້​ເຂົາ​ມີ​ປືນໃດ ແລະເຮົາ​ກະ​ຮູ້​ເນາະ​ວ່າ​ພວກ​ນີ້​ເຂົາ​ສະ​ໜັບ​ສະ​ໜູນ​ການ​ໃຊ້​ປືນ ແລະ ເຂົາ​ກະ​ບໍ່​ຢ້ານດອກ​ຕຳຫຼວດ ຫຼື​ຊິ​ຖືກ​ລົງ​ໂທດ​ໜັກ​ຄື​ຄົນ​ສີ​ຜິວ​ອື່ນ ເພາະ​ວ່າ​ເຂົາ​ເປັນ​ຄົນ​ຜິວ​ຂາວ ແລະ ຄິດ​ວ່າ​ເຂົາ​ມີ​ສິດ​ມີ​ອຳ​ນາດຫຼາຍກວ່າ​ໝູ່. ດຽວນີ້ ​ຢ້ານ​ເຂົາ​ອອກ​ມາ​ກໍ່​ຄວາມ​ຮຸ​ນ​ແຮງ​ເພາະ​ວ່າຕຳຫຼວດ​ FBI ບຸກ​ຄົ້ນ​ເຮືອນ​ຂອງ​ທ່ານ ທ​ຣຳ.”

ຫຼັງ​ຈາກ​ຕຳຫຼວດ FBI ໄດ້​ບຸກກວດ​ຄົ້ນ​ຄະ​ລື​ຫາດ Mar-a-Lago ຂອງ​ທ່ານ
ທ​ຣຳ ໃນ​ລັດ​ຟ​ລໍ​ຣິ​ດາ ມັນ​ໄດ້​ເຮັດ​ໃຫ້​ພວກ​ຂວາ​ຈັດ​ມີ​ຄວາມ​ຄຽດ​ແຄ້ນ. ບໍ່​ດົນຫຼັງ​ຈາກ​ການ​ບຸກກວດ​ຄົ້ນ​ທີ່​ວ່າ​ນັ້ນ, ພວກ​ຂວາ​ຈັດ​ ກໍ​ໄດ້​ໃຊ້​ຄຳ​ເວົ້າ​ທີ່​ເປັນ​ຄວາມ​ຮຸ​ນ​ແຮງຫຼາຍ​ຂຶ້ນ, ໂດຍ​ບາງ​ຄົນ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ສື່​ສັງ​ຄົມ​ຮຽກ​ຮ້ອ​ງ​ໃຫ້​ເຮັດສົງ​ຄາມ​ກາງ​ເມືອງ ແລະ ປະ​ຕິ​ຍານ​ທີ່​ຈະ​ໃຊ້​ອາ​ວຸດ, ອີກ​ຂໍ້​ຄວາມ​ນຶ່ງ​ໄດ້​ກ່າວ​ວ່າ “ຂ້າ​ພວກ FBI ຢູ່​ກັບ​ທີ່​ໂລດ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ ແມ່ນ​ມີ​ຄວາມ​ເປັນ​ຫ່ວງຢ່າງ​ຍິ່ງ ແລະ ໄດ້​ຕິດ​ຕາມ​ຜູ້​ທີ່​ຂຽນ​ຂໍ້​ຄວາມ​ຍຸ​ແຍ່​ໃຫ້​ເກີດຄວາມ​ຮຸນ​ແຮງ​ໃນ​ສື່​ສັງ​ຄົມ ເພື່ອ​ທຳ​ການ​ສະ​ກັດ​ກັ້ນ.

XS
SM
MD
LG