ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ ລາວ ຢືນ​ຢັນ​ວ່າ ຈະ​ມີ​ເຂື່ອນ​ໄຟ​ຟ້າ ​ຂະ​ໜາດ​ໃຫຍ່ 4 ໂຄງ​ການ​ທີ່​ຈະ​ກໍ່​ສ້າງ​ແລ້ວ​ສຳ​ເລັດ​ ໃນ​ທ້າຍ​ປີ 2019 ນີ້


ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແມ່​ນ້ຳ​ຂອງ ໃນ​ປະ​ເທດ ລາວ.
ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແມ່​ນ້ຳ​ຂອງ ໃນ​ປະ​ເທດ ລາວ.

ລັດ​ຖະ​ມົນ​ຕີ ລາວ ຢືນ​ຢັນ​ວ່າ ຈະ​ມີ​ເຂື່ອນ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ 4 ໂຄງ​ການ​ທີ່​ຈະ​ກໍ່​ສ້າງ​ແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ 2019 ນີ້ ຊຶ່ງ​ລວ​ມ​ເຖິງ​ໂຄງ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ເຂື່ອນ​ໄຊ​ຍະ​ບູ​ລີ​ ທີ່​ສ້າງ​ໃສ່​ນໍ້​າ​ຂອງ.


ທ່ານ ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຖະ​ແຫຼງ​ຢືນ​ຢັນ​ວ່າ​ໃນ​ທ້າຍ​ປີ 2019 ມີ​ເຂື່ອນ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ 4 ໂຄງ​ການ​ທີ່​ຈະ​ກໍ່​ສ້າງ​ແລ້ວ​ສຳ​ເລັດ ແລະ ເລີ່ມ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ເພື່ອ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ ແລະ ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ໄດ້ຫຼາຍ​ຂຶ້ນ ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ລາວ ມີ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ 63 ໂຄງ​ການ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 7,207 ເມ​ກະ​ວັດ ແລະ ສາ​ມາດ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້​ລວມ​ກັນຫຼາຍກວ່າ 37,000 ລ້ານ​ກິ​ໂລ​ວັດ/ໂມງ ສ່ວນ 4 ໂຄງ​ການ​ຂະໜາດ​ໃຫຍ່​ທີ່​ຈະ​ກໍ່​ສ້າງ​ແລ້ວ​ສຳ​ເລັດ​ດັ່ງ​ກ່າວ ນອກ​ຈາກ​ໂຄງ​ການ​ເຂື່ອນດອນ​ສະ​ໂຮງ ເທິງ​ແມ່​ນ້ຳ​ຂອງ​ໃນ ລາວ ແລ້ວ ກໍ​ຍັງ​ມີ​ໂຄງ​ການ​ເຂື່ອນ​ນ້ຳ​ງຽບ 1, ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ເຂື່ອນ​ໄຊ​ຍະ​ບູ​ລີ ເທິງ​ແນວ​ແມ່​ນ້ຳ​ຂອງ​ດ້ວຍ. ດັ່ງ​ທີ່​ທ່ານ ຄຳ​ມະ​ນີ ໄດ້​ຖະ​ແຫຼງ​ຢືນ​ຢັນ​ໃນ​ໂອ​ກາດ​ເປັນ​ປະ​ທານ​ໃນ​ພິ​ທີ​ເປີດ​ການ​ທົດ​ລອ​ງ​ເດີນ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ໃນ​ໂຄງ​ການ​ເຂື່ອນດອນ​ສະ​ໂຮງ ຢູ່​ທີ່​ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເມື່ອບໍ່​ນານ​ມານີ້​ວ່າ

"ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ໄດ້​ສຳ​ເລັດ​ການ​ພັດ​ທະ​ນາ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ແລ້ວ 63 ແຫ່ງ​ມີ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ 7,207 ເມ​ກະ​ວັດ ສາ​ມາດ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ໄດ້​ທັງ​ໝົດ 37,000 ກວ່າ​ລ້ານ​ກິ​ໂລ​ວັດ/ໂມງຕໍ່​ປີ ນອກ​ຈາກນີ້​ກໍ​ມີ​ແຫຼ່ງ​ຜ​ະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ກຳ​ລັງ​ດຳ​ເນີນ​ການ​ກໍ່​ສ້າງ​ຄາດ​ວ່າ​ຢູ່​ໃນ​ທ້າຍ​ປີ 2019 ນີ້​ຈະ​ສຳ​ເລັດ​ເຂື່ອນ​ໃຫຍ່​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຂອງ​ໄຊ​ຍະ​ບູ​ລີ ເຂື່ອນ​ໄຟ​ຟ້າ​ນ້ຳ​ງຽບ 1, ເຂື່ອນ​ໄຟ​ຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ."

ທ່ານ ຄຳ​ມະ​ນີ ຢືນ​ຢັນ​ດ້ວຍ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຕ້ອງ​ການ​ທີ່​ຈະ​ເລັ່ງ​ການ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ ລາວ ໃຫ້​ໄວ​ຂຶ້ນ ແຕ່​ມີ​ຂໍ້​ຈຳ​ກັດ​ດ້ານ​ລະ​ບົບ​ສາຍ​ໄຟ​ຟ້າ​ແຮງ​ສູງ​ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັບ ລາວ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັບ ກຳ​ປູ​ເຈຍ ທີ່​ຕ້ອງ​ການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ ລາວ ໃນ​ປະ​ລິ​ມານ​ລວມ 1,700 ເມ​ກະ​ວັດ ຫາກ​ແຕ່​ການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ ລາວ ດັ່ງ​ກ່າວນີ້​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ ໂດຍ​ລັດ​ຖະ​ບານ ກຳ​ປູ​ເຈຍ ໄດ້​ຂໍ​ໃຫ້​ລັດ​ຖະ​ບານ ຍີ່​ປຸ່ນ ຊ່ວຍ​ເຫຼືອ​ໃນ​ການ​ວາງ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ແຮງ​ສູງ​ທີ່​ເຊື່ອມ​ຕໍ່​ຈາກ​ພາກ​ໃຕ້​ຂອງ ລາວ ໄປ​ພາກ​ເໜືອ​ຂອງ ກຳ​ປູ​ເຈຍ ຄາດ​ວ່າ​ຈະ​ມີ​ຄວາມ​ຄືບ​ໜ້າ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 35 ໃນ​ຕົ້ນ​ເດືອນ​ພະ​ຈິກ 2019 ນີ້​ທີ່ ບາງກອກ ປະ​ເທດ ໄທ.

ໃນປັດ​ຈຸ​ບັນ​ ກຳ​ປູ​ເຈຍ ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 200 ເມ​ກາ​ວັດ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ ມີ​ຂໍ້​ຈຳ​ກັດ​ດ້ານ​ສາຍ​ສົ່ງ​ໄຟ​ຟ້າແຮງ​ສູງ​ດັ່ງ​ກ່າວ ສ່​ວນ ຫວຽດ​ນາມ​ໄດ້​ຕົກ​ລົງ ຈະ​ຊື້​ໄຟ​ຟ້າ​ຈາກ​ລາວ ໃນ​ປະ​ລິ​ມານ 5,000 ເມ​ກາວັດໃນ​ປີ 2025 ທາງ​ດ້ານ​ ມາ​ເລ​ເຊຍ ກໍ​ໄດ້​ຕົ​ກ​ລົງ​ຊື້​ໄຟ​ຟ້າ​ຈາກ ລາວ 300 ເມ​ກະ​ວັດ ທັງ​ຍັງ​ໄດ້​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ ສິງ​ກະ​ໂປ ເພື່ອ​ໃຫ້​ເລັ່ງ​ການ​ເຊື່ອມ​ຕໍ່​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ເຂົ້າ​ດ້ວຍ​ກັນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້ ລາວ ສາ​ມາດ​ສົ່ງ​ໄຟ​ຟ້າ​ໄປ​ຂາຍ​ໃຫ້ ສິງ​ກະ​ໂປ ໂດຍ​ຜ່ານ ໄທ ແລະ ມາ​ເລ​ເຊຍ ໄດ້​ຕາມ​ການ​ຕົກ​ລົງ​ທີ່​ທັງ 4 ປະ​ເທດ​ມີ​ຮ່ວມ​ກັນ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ໃນ​ໄລ​ຍະ​ຜ່ານ​ມາ​ກໍ​ເນື່ອງ​ຈາກວ່າ ລັດ​ຖະ​ບານ ມາ​ເລ​ເຊຍ ຕ້ອງ​ການ​ສຶກ​ສາ​ສຳຫຼວດ​ເພື່ອ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ຈະ​ເກີດ​ຂຶ້​ນ​ຈາກ​ການ​ວາງ​ແນວ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ໃນ​ປະ​ເທດ​ຕົນ​ເສຍ​ກ່ອນ ຊຶ່ງ​ຍັງ​ບໍ່​ຄືບ​ໜ້າ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້.

​ສ່ວນທະ​ນາຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານວ່າ​ການ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າໃນ​ລາວ ຈະ​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ 7.5 ເປີ​ເຊັນໃນ​ປີ 2019 ທຽບ​ໃສ່ ປີ 2018 ຊຶ່ງຈະເຮັດ​ໃຫ້​ການ​ສົ່ງ​ອອກພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ ຍັງ​ສືບ​ຕໍ່​ເພີ້ມ​ສູງ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນການ​ສົ່ງ​ພະ​ລັງ​ງານ ໄຟ​ຟ້າ ໄປ​ຂາຍ​ໃຫ້ ​ໄທ​ ນັ້ນ ໄດ້​ປັບ​ຕົວ​ສູງ​ຂຶ້ນກວ່າ 20 ເປີ​ເຊັນ ແລະ ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ ໃນ​ປີ 2020 ເພາະ​ວ່າ​ທ່ງ​ການ ໄທ​ ຈະຕ້ອງ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ 9,000 ເມ​ກາ​ວັດ ໃນ​ຊ່ວງ​ປີ 2019-2044 ​ນັ້ນ​ເອງ.

ໃນ​ປັດ​ຈຸ​ບັນ ມີ​ເຂື່ອນ​ໄຟ​ຟ້າ​ທີ່​ກຳ​ລັງ​ດຳ​ເນີນ​ການ​ກໍ່​ສ້າງ​ຢູ່​ໃນ ລາວ ເຖິງ 39 ໂຄງ​ການ ຊຶ່ງ​ຖ້າ​ຫາກວ່າ​ການດ​ຳ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ກໍ​ຈະ​ເຮັດ​ໃຫ້ ລາວ ມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ເພີ່ມ​ຂຶ້ນ​ເປັນ 100 ແຫ່ງ​ໃນ​ປີ 2021 ທີ່​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 13,000 ເມ​ກະ​ວັດ ຜະ​ລິດ​ໄຟ​ຟ້າ​ໄດ້ 67,000 ລ້ານ​ກິ​ໂລ​ວັດ/ໂມງ​ຕໍ່​ປີ ໂດຍ​ໃນ​ນີ້​ຄິດ​ເປັນ​ສັດ​ສ່ວນ​ເຖິງ 85 ເປີ​ເຊັນ​ທີ່​ຈະ​ເປັນ​ພະ​ລັ​ງ​ງານ​ໄຟ​ຟ້າ​ສຳ​ລັບ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ ຫາກ​ແຕ່​ວ່າ​ສິ່ງ​ທີ່​ທ້າ​ທາຍ​ຕໍ່​ແຜນການ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ ລາວ ກໍ​ຄື​ກາ​ນ​ຖືກ​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ສາ​ກົນ ຄັດ​ຄ້ານ​ການ​ກໍ່​ສ້າງ​ເຂື່ອນ​ໃນ ລາວ. ຫຼ້າ​ສຸດ​ກຸ່ມ​ພັນ​ທະ​ມິດ​ປົກ​ປ້ອງ​ແມ່​ນ້ຳ​ຂອງ (Save the Mekong) ແລະ ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ນ້ຳ​ຂອງ​ ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ໂຄງ​ການ​ເຂື່ອນ​ນ້ຳ​ຂອງຫຼວງ​ພະ​ບາງ ໃນ ລາວ ແລະ ໂຄງ​ການ​ອື່ນໆ​ຢູ່​ເທິງ​ແນວ​ແມ່​ນ້ຳ​ຂອງ ທີ່​ຍັງ​ບໍ່​ທັນ​ໄດ້​ສະ​ເໜີ​ຕໍ່​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ (MRC) ທີ່​ນະ​ຄອນຫຼວງ ວຽງ​ຈັນ ອີກ​ດ້ວຍ.

XS
SM
MD
LG