ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການທຸຈະລິດ ເກີດຂຶ້ນ ໃນທຸກລະດັບຊັ້ນ ໃນວົງການພັກ-ລັດ ທັງຍັງແກ້ໄຂ ໄດ້ຍາກ


ທ່ານບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ແລະປະທານຄະນະກຳມະການລະດັບຊາດ ເພື່ອຕ້ານການສໍ້ລາດບັງຫຼວງ
ທ່ານບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ແລະປະທານຄະນະກຳມະການລະດັບຊາດ ເພື່ອຕ້ານການສໍ້ລາດບັງຫຼວງ

ປະທານຄະນະກຳມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ຢືນຢັນວ່າ ການທຸຈະລິດ
ເກີດຂຶ້ນໃນທຸກລະດັບຊັ້ນ ໃນວົງການພັກ-ລັດ ທັງຍັງແກ້ໄຂໄດ້ຍາກ ເພາະເປັນບັນຫາ
ທີ່ແກ່ຍາວ ແລະຝັງເລິກ.

ທ່ານບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ແລະປະທານຄະນະກຳ
ມະການລະດັບຊາດ ເພື່ອຕ້ານການສໍ້ລາດບັງຫຼວງ ຖະແຫລງຢືນຢັນວ່າ ການທຸຈະລິດ
ຄໍຣັບຊັນ ໂດຍພະນັກງານຂອງພັກ ແລະລັດຖະບານລາວ ຍັງເກີດຂຶ້ນຢ່າງກວ້າງຂວາງ
ໃນທຸກລະດັບຊັ້ນ ແລະມີລັກສະນະທີ່ເປັນບັນຫາທີ່ແກ່ຍາວ ແລະຝັງເລິກ ໃນທຸກພາກ
ສ່ວນນັ້ນ ເຮັດໃຫ້ເປັນການຍາກທີ່ຈະແກ້ໄຂ ຫຼືລົບລ້າງໃຫ້ໝົດໄປ ຈາກວົງການພັກ-ລັດ
ໄດ້ ດັ່ງທີ່ ທ່ານບຸນທອງ ໃຫ້ການຢືນຢັນວ່າ:

“ພະຍາດອາຍາສິດ ຫ່າງເຫີນຕົວຈິງ ແລະການລະເມີດສິດເປັນເຈົ້າຂອງປະຊາຊົນ
ສວຍໃຊ້ໜ້າທີ່ຕຳແໜ່ງ ລະເມີດລະບຽຍກົດໝາຍ ແລະການສໍ້ລາດບັງຫຼວງ ທີ່ມີ
ລັກສະນະຮ້າຍແຮງ ຊຶ່ງວ່າ ບັນຫານັ້ນ ມັນແກ່ຍາວມາຫຼາຍປີ ແລ້ວກະເກີດຂຶ້ນ
ຢ່າງແພ່ຫຼາຍ ໃນຖັນແຖວພະນັກງານ ສະມາຊິກພັກທຸກລະດັບ ມີທ່ານອຽງສັບສົນ
ແກ້ໄຂໄດ້ຍາກ”

ທ່ານບຸນທອງ ໄດ້ຍົກຕົວຢ່າງກ່ຽວກັບການກວດກາບັນດາໂຄງການລົງທຶນ ຂອງລັດ
ຖະບານ ໃນຊ່ວງກ່ອນໜ້ານີ້ ຊຶ່ງພົບວ່າ ໃນຈຳນວນ 209 ໂຄງການ ທີ່ຈັດຕັ້ງປະຕິບັດ
ບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນ ແບ່ງເປັນ 103 ໂຄງການ ທີ່ບໍ່ໄດ້ຈັດການປະມູນ
ແລະ 106 ໂຄງການ ທີ່ຈັດການປະມູນຢ່າງບໍ່ຖືກຕ້ອງ ຕາມກົດໝາຍ ເຮັດໃຫ້ລັດຖະ
ບານ ສູນເສຍງົບປະມານ ໄປຫຼາຍກວ່າ 5,331 ຕື້ກີບ ສ່ວນການຍົກເວັ້ນອາກອນນຳ
ເຂົ້ານ້ຳມັນ ໃຫ້ກັບບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ກໍເຮັດໃຫ້ລັດຖະບານສູນເສຍ
ລາຍຮັບໄປເຖິງ 2,407 ຕື້ກີບ ໃນແຕ່ລະປີ.

ການກວດກາບັນດາໂຄງການລົງທຶນ ຂອງລັດ ຖະບານ ໃນຊ່ວງກ່ອນໜ້ານີ້ ຊຶ່ງພົບວ່າ ໃນຈຳນວນ 209 ໂຄງການ ທີ່ຈັດຕັ້ງປະຕິບັດ ບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນ.
ການກວດກາບັນດາໂຄງການລົງທຶນ ຂອງລັດ ຖະບານ ໃນຊ່ວງກ່ອນໜ້ານີ້ ຊຶ່ງພົບວ່າ ໃນຈຳນວນ 209 ໂຄງການ ທີ່ຈັດຕັ້ງປະຕິບັດ ບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນ.

ພ້ອມກັນນນີ້ ຍັງກວດພົບໂຄງການນອກແຜນການ ຂອງລັດຖະບານອີກເຖິງ 285
ໂຄງການຢູ່ທີ່ແຂວງ ຫລວງນໍ້າທາ ອຸດົມໄຊ ຫລວງພະບາງ ຫົວພັນ ຊຽງຂວາງ ບໍລິຄຳໄຊ
ສະຫວັນນະເຂດ ອັດຕະປື ຈຳປາສັກ ແລະແຂວງວຽງຈັນ ທີ່ມີມູນຄ່າເສຍຫາຍຮວມຫຼາຍ
ກວ່າ 4,483 ຕື້ກີບ ເພາະກວດພົບວ່າ ໂຄງການເຫຼົ່ານີ້ ບໍ່ເປັນໄປຕາມລະບຽບດ້ານງົບ
ປະມານ ລາຍຮັບ-ລາຍຈ່າຍ ຂອງລັດຖະບານ ແລະບໍ່ຜ່ານການຮັບຮອງຂອງສະພາ
ແຫ່ງຊາດລາວ ແຕ່ຢ່າງໃດ ນອກຈາກນັ້ນ ຍັງກວດພົບການຫລັກລອບຂາຍໄມ້ ຂອງລັດ
ຖະບານ ດ້ວຍການລັກລອບຂົນສົ່ງອອກໄປປະເທດເພື່ອນບ້ານ ຫຼາຍກວ່າ 4 ລ້ານ
ແມັດກ້ອນ.

ກ່ອນໜ້ານີ້ ຄະນະກວດກາສູນກາງພັກ ໄດ້ລາຍງານວ່າ ໃນໄລຍະ 5 ປີຜ່ານມາ ຄະນະ
ກວດກາສູນກາງພັກ ໄດ້ຮັບຈົດໝາຍຮ້ອງຮຽນ ຈາກປະຊາຊົນລາວ ຈຳນວນ 3,640
ສະບັບ ທີ່ຮຽກຮ້ອງຂໍໃຫ້ດຳເນີນມາດຕະການກວດກາ ການໃຊ້ອຳນາດ ແລະປະຕິບັດ
ໜ້າທີ່ ຂອງບັນດາສະມາຊິກພັກທີ່ຖືກສົງໄສວ່າ ໄດ້ປະຕິບັດໜ້າທີ່ ແລະໃຊ້ອຳນາດ
ໂດຍທຸຈະລິດ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງໄດ້ກໍ່ໃຫ້ເກີດຜົນເສຍຫາຍ ຕໍ່ປະເທດ
ຊາດ ຢ່າງຫຼວງຫຼາຍ.

ໂດຍອົງກາກນຕ້ານການສໍ້ລາດບັງຫຼວງແຫ່ງຊາດລາວ ລາຍງານວ່າ ໃນໄລຍະ 5 ປີ
ຜ່ານມາ ໄດ້ກວດພົບວ່າ ການທຸຈະລິດທີ່ເຮັດໃຫ້ ພັກ-ລັດເສຍຫາຍຄິດເປັນມູນຄ່າ
ຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາຕ່າງປະເທດຫຼາຍກວ່າ 900 ລ້ານໂດລາ ກັບ
ອີກ 40 ລ້ານບາດ ທັງຍັງສາມາດຍຶດທີ່ດິນ ແລະກວດສອບ 734 ເປົ້າໝາຍ ທີ່ເປັນໜ່ວຍ
ງານຂອງພັກ ແລະລັດຖະບານ ທັງຍັງສາມາດຍຶດທີ່ດິນ ລັດທີ່ຖືກລັກລອບຂາຍ ກັບຄືນ
ມາໄດ້ ກວ່າ 10,000 ເຮັກຕາ ແລະພະນັກງານລັດ 203 ຄົນ ຖືກລົງໂທດ.

ທາງດ້ານອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ລາຍ
ງານວ່າ ລະດັບການທຸຈະລິດຄໍຣັບຊັນໃນລາວ ມີຄວາມໂປ່ງໃສ ທີ່ລະດັບ 29 ຄະແນນ
ຈາກ 100 ຄະແດນເຕັມໃນປີ 2018 ຊຶ່ງເທົ່າກັບໃນປີ 2017 ໝາຍຄວາມວ່າ ການແກ້
ໄຂ ແລະການປາບປາມການທຸຈະລິດຄໍຣັບຊັນໃນລາວ ຍັງມີປະສິດທິພາບຕ່ຳ ຈຶ່ງເຮັດ
ໃຫ້ເກີດການເສຍຫາຍດ້ານງົບປະມານໄປຢ່າງຫຼວງຫຼາຍນັ້ນເອງ.

XS
SM
MD
LG