ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

92 ເປີເຊັນ ຂອງອາຊະຍາກຳ ໃນພາກໃຕ້ຂອງ ລາວ ເປັນຄະດີ ທີ່ກ່ຽວຂ້ອງກັບ ການຄ້າຂາຍ ຢາເສບຕິດ


ເຈົ້າໜ້າທີ່ລາວ ກະກຽມການທຳລາຍ ຢາເສບຕິດທີ່ຖືກຍຶດ
ມາໄດ້ດ້ວຍການຈູດເຜົາ ໃນລະຫວ່າງກອງປະຊຸມ ທີ່ຖືກຈັດຂຶ້ນ
ໃນວັນທີ 26 ມິຖຸນາ 2002 ເພື່ອສະເຫຼີມສະຫຼອງວັນຕໍ່ຕ້ານ
ຢາເສບຕິດໂລກ.
ເຈົ້າໜ້າທີ່ລາວ ກະກຽມການທຳລາຍ ຢາເສບຕິດທີ່ຖືກຍຶດ ມາໄດ້ດ້ວຍການຈູດເຜົາ ໃນລະຫວ່າງກອງປະຊຸມ ທີ່ຖືກຈັດຂຶ້ນ ໃນວັນທີ 26 ມິຖຸນາ 2002 ເພື່ອສະເຫຼີມສະຫຼອງວັນຕໍ່ຕ້ານ ຢາເສບຕິດໂລກ.

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ລາວ ຢືນຢັນວ່າ 92 ເປີເຊັນຂອງອາຊະຍາກຳໃນ
ເຂດແຂວງພາກໃຕ້ຂອງ ລາວ ເປັນຄະດີທີ່ກ່ຽວຂ້ອງກັບການລັກລອບຄ້າຂາຍຢາເສບ
ຕິດ ທັງຍັງມີຜູ້ຕິດຢາເພີ່ມຂຶ້ນນັບມື້ອີກດ້ວຍ.

ທ່ານ ແສງແກ້ວ ແສງສຸລີ ຫົວໜ້າໄອຍະການປະຊາຊົນເຂດພາກໃຕ້ຢືນຢັນວ່າ ບັນ
ຫາອາຊະຍາກຳທີ່ເພີ່ມຂຶ້ນຫຼາຍທີ່ສຸດໃນເຂດແຂວງພາກໃຕ້ຂອງ ລາວ ໃນປັດຈຸບັນ
ກໍຄືອາຊະຍາກຳທີ່ກ່ຽວຂ້ອງກັບການລັກລອບຄ້າຂາຍຢາເສບຕິດ ຊຶ່ງຄິດເປັນສັດ
ສ່ວນເຖິງ 92 ເປີເຊັນຂອງຄະດີອາຍາທັງໝົດ ສ່ວນຄະດີແພ່ງນັ້ນກໍເປັນການຂັດແຍ້ງ
ກັນ ກ່ຽວກັບ ສັນຍາກູ້ຢືມ, ການຂັດແຍ້ງກ່ຽວກັບທີ່ດິນ ແລະ ຂໍ້ຂັດແຍ້ງໃນການອ້າງ
ກຳມະສິດໃນຊັບສິນຕ່າງໆຕາມລຳດັບ ທັງຍັງປາກົດວ່າໄດ້ມີການອຸທອນເພື່ອສະແດງ
ການຄັດຄ້ານຕໍ່ການຕັດສິນຂອງສານຂັ້ນຕົ້ນເພີ່ມຂຶ້ນອີກດ້ວຍ ດັ່ງທີ່ທ່ານ ແສງແກ້ວ
ໄດ້ໃຫ້ການຢືນຢັນວ່າ.

"ສຳລັບຄະດີອາຍາທີ່ສານຂັ້ນຕົ້ນຕັດສິນ ແຕ່ຖືກເຂົາອຸທອນມາໃຫ້ໄອຍະການປະຊາ
ຊົນສ່ວນຫຼາຍກໍແມ່ນຄະດີຢາເສບຕິດກວມເອົາ 92 ເປີເຊັນ ເນື່ອງຈາກວ່າຄະດີດັ່ງກ່າວ
ມັນເປັນຄະດີທີ່ໂທດໜັກ ຕໍ່າສຸດກໍແມ່ນຫ້າປີ ສູງສຸດກໍແມ່ນເຖິງຂັ້ນຕະຫຼອດຊີວິດ ຫຼື
ປະຫານຊີວິດ ແຕ່ເຖິງຢ່າງໃດກໍຕາມ ການຕັດສິນໃນຂັ້ນອຸທອນກໍຍັງເປັນການຢັ້ງຢືນ
ຕາມສານຂັ້ນຕົ້ນເພາະວ່າ ສານຂັ້ນຕົ້ນຕັດສິນຖືກຕ້ອງແລ້ວ ສຳລັບຄະດີແພ່ງທີ່ພົ້ນ
ເດັ່ນກວ່າໝູ່ແມ່ນຂໍ້ຂັດແຍ້ງກ່ຽວກັບສັນຍາກູ້ຢືມ ຂໍ້ຂັດແຍ້ງກ່ຽວກັບທີ່ດິນ ແລະ ຂໍ້ຂັດ
ແຍ້ງອື່ນໆອີກ ກ່ຽວກັບ ກົມສິດທິ."

ທັງນີ້ໃນຮອບນຶ່ງປີຜ່ານມາ ທາງການ ລາວ ຈັບກຸມແກັງຄ້າຢາເສບຕິດໄດ້ 2,508 ກໍລະ
ນີ ຈັບຜູ້ຕ້ອງຫາໄດ້ 3,740 ຄົນ ໃນນີ້ເປັນຜູ້ຕ້ອງຫາເພດຍິງ 558 ຄົນ, ຊາວຕ່າງຊາດ
74 ຄົນ, ຍຶດຢາບ້າໄດ້ເຖິງ 1,869 ກິໂລກຣາມ, ເຮໂຣອິນ 188 ກິໂລກຣາມ, ກັນຊາ
ແຫ້ງ 425 ກິໂລກຣາມ, ຢາໄອສ144 ກິໂລກຣາມ, ຝິ່ນດິບ 106 ກິໂລກຣາມ, ສານ
ເຄມີ 6,830 ກິໂລກຣາມ, ລົດໃຫຍ່ 97 ຄັນ, ລົດຈັກ 335 ຄັນ ແລະ ອາວຸດຫຼາຍກວ່າ
180 ລາຍການ ໂດຍເຂດທີ່ຈັບຜູ້ຕ້ອງຫາ ແລະ ຍຶດຢາເສບຕິດໄດ້ຫຼາຍທີ່ສຸດກໍຄືນະ
ຄອນຫຼວງວຽງຈັນ, ສະຫວັນນະເຂດ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍລິ
ຄຳໄຊ, ຄຳມ່ວນ ແລະ ຈຳປາສັກ ຕາມລຳດັບ.

ຫາກແຕ່ເປັນທີ່ໜ້າສັງເກດວ່າ ທາງການ ລາວ ສາມາດຍຶດຢາເສບຕິດຂອງກາງໄດ້
ໜ້ອຍລົງເມື່ອທຽບໃສ່ໄລຍະດຽວກັນໃນປີກ່ອນໜ້າທີ່ທາງການ ລາວ ສາມາດຈັບກຸມ
ນັກຄ້າຢາເສບຕິດໄດ້ 2,414 ກໍລະນີ ມີຜູ້ຕ້ອງຫາ 3,528 ຄົນລວມຜູ້ຕ້ອງຫາເພດຍິງ
534 ຄົນກັບຊາວຕ່າງຊາດ 77 ຄົນ ໂດຍຍຶດຢາບ້າໄດ້ເກີນກວ່າ 3,185 ກິໂລກຣາມ,
ເຮໂຣອິນກວ່າ 231 ກິໂລກຣາມ, ກັນຊາແຫ້ງ 2,893 ກິໂລກຣາມ, ຢາໄອສ 150 ກິໂລ
ກຣາມ, ຝິ່ນດິບ 38,95 ກິໂລກຣາມ ແລະ ສານເຄມີຫຼາຍກວ່າ 8,242 ກິໂລກຣາມ.

ທັງນີ້ ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງ ລັກລອບຂົນ
ສົ່ງຢາເສບຕິດຈາກເຂດສາມຫລ່ຽມຄຳໄປຕ່າງປະເທດຫຼາຍຂຶ້ນນັບມື້ ຄືຊາຍແດນ
ລາວກັບຫວຽດນາມ ໂດຍເສັ້ນທາງທີ່ແກ່ງຄ້າຢາເສບຕິດ ນຳໃຊ້ຫຼາຍທີ່ສຸດດໃນລາວ
ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງ ຖະໜົນເລກ 9 ໃນແຂວງສະຫວັນນະເຂດ
ຕໍ່ໄປຍັງຫວຽດນາມ ແລະ ປະເທດ ທີ 3 ຕາມລຳດັບ ທັງຍັງປາກົດດ້ວຍວ່າ ມີເຍົາວະ
ຊົນ ລາວ ຫຼາຍກວ່າ 4 ແສນຄົນທີ່ມີຄວາມສ່ຽງສູງ ທີ່ຈະຕົກເປັນທາດຂອງຢາເສບຕິດ.

ທາງດ້ານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດ ໄທ ໄດ້
ລາຍງານວ່າ ການຮ່ວມມືລະຫວ່າງທາງການ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ,
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວມກັນໃນຊ່ວງປີ 2013-2017 ຜ່ານມານັ້ນສາມາດປາບປາມການ
ຄ້າຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້160,000ຄົນ, ຍຶດຢາບ້າໄດ້
ຫຼາຍກວ່າ 363 ລ້ານເມັດ, ສານເຄມີຫຼາຍກວ່າ 270 ໂຕນ, ຢາໄອສ 13,310 ກິໂລ
ກຣາມ, ເຮໂຣອິນ ກວ່າ 7,553 ກິໂລກຣາມ, ຝິ່ນດິບ 14,400 ກິໂລກຣາມ, ກັນຊາ
20 ໂຕນ, ຍຶດອາວຸດສົງຄາມ ແລະ ອຸປະກອນສື່ສານທີ່ທັນສະໄໝໄດ້ຫຼາຍກວ່າ
10,000 ລາຍການ.

ສ່ວນພັນເອກ ຄຳແພງ ໄຊຍະລາດ ຫົວໜ້າຫ້ອງການປາບປາມຢາເສບຕິດ ກະຊວງ
ປ້ອງກັນຄວາມສະຫງົບພາຍໃນຍອມຮັບວ່າ ມີເຈົ້າໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍທັງໃນ
ວົງການທະຫານ, ຕຳຫຼວດ ແລະ ລັດຖະບານທີ່ພົວພັນກັບການຄ້າຢາເສບຕິດ ໂດຍ
ສະເພາະແມ່ນການເຂົ້າໄປມີສ່ວນໃນການຄ້າຢາບ້ານັ້ນ.

XS
SM
MD
LG