ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກໂທດ ອາຊະຍາກອນ 603 ຄົນ ຖືກລົງໂທດປະຫານຊີວິດ ແລະ 996 ຄົນ ຕິດຄຸກຕະຫຼອດຊີວິດ


ນັກຄ້າຢາເສບຕິດ ໃນແຂວງສະຫວັນນະເຂດ ຖືກທາງການຈັບໄດ້ພ້ອມດ້ວຍຂອງກາງ.
ນັກຄ້າຢາເສບຕິດ ໃນແຂວງສະຫວັນນະເຂດ ຖືກທາງການຈັບໄດ້ພ້ອມດ້ວຍຂອງກາງ.

ສະມາຊິກແກັ່ງອາຊະຍາກຳໃນລາວ ຖືກສານຕັດສິນໂທດປະຫານຊີວິດ 603 ຄົນ ແລະລົງໂທດຂັງຄຸກຕະຫຼອດຊີວິດ 996 ຄົນ ໂດຍສ່ວນໃຫຍ່ໄດ້ກະທຳຄວາມຜິດກ່ຽວກັບການຄ້າຢາເສບຕິດ ແລະຄ້າມະນຸດ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖະແຫລງວ່າ ບັນຫາການກໍ່ອາຊະກຳທີ່ພົວພັນກັບແກັ່ງຄ້າຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພົນລະເມືອງລາວ ຢ່າງກວ້າງຂວາງ ເຖິງແມ່ນວ່າ ຈະໄດ້ດຳເນີນມາດຕະການປາບປາມທີ່ເດັດຂາດຫຼາຍຂຶ້ນກໍຕາມ ແຕ່ວ່າປະສິດທິ ພາບໃນການຈັດຕັ້ງປະຕິບັດ ກໍຍັງບໍ່ສາມາດຮັບມືກັບບັນຫາຕົວຈິງໄດ້ຢ່າງເທົ່າທັນ ເພາະກຳລັງເຈົ້າໜ້າທີ່ມີໜ້ອຍ ແຕ່ມີຜູ້ກະທຳຄວາມຜິດຈຳນວນຫຼາຍແລະເປັນແກັ່ງອາຊະຍາກອນທີ່ມີເຄືອຂ່າຍຂ້າມຊາດ ຈຶ່ງເປັນການຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງສິ້ນເຊີງ ທັງປາກົດວ່າ ອາຊະຍາກຳທີ່ເກີດຂຶ້ນ ໃນປັດຈຸບັນນີ້ ມີລະດັບຂອງຄວາມຮຸນແຮງຫຼາຍຂຶ້ນ ໂດຍເຫັນໄດ້ຈາກການມີນັກໂທດ ທີ່ຖືກຕັດສິນໂທດປະຫານຊີວິດ ແລະໂທດຂັງຄຸກຕະຫຼອດຊີວິດ ເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານບຸນທັນ ຢືນຢັນວ່າ:

“ຢູ່ຄ້າຍຄຸມຂັງ-ດັດສ້າງ ໃນຂອບເຂດທົ່ວປະເທດ ມີຜູ້ຖືກຫາທັງໝົດ 8,815 ຄົນ ເພີ້ມຂຶ້ນ 1,239 ຄົນ ໃນນີ້ມີຜູ້ຖືກຫາທີ່ຖືກກັກຂັງເກີນກຳນົດ 585 ຄົນ ເພີ້ມຂຶ້ນ 228 ຄົນ ຜູ້ຖືກດັດສ້າງທັງໝົດ 5,905 ຄົນ ນັກໂທດທັງໝົດ 17,561 ຄົນເພີ້ມຂຶ້ນ 204 ຄົນ ໃນນີ້ມີນັກໂທດທີ່ສານຕັດສິນປະຫານຊີວິດ 603 ຄົນ ເພີ້ມຂຶ້ນ 52 ຄົນ ແລະນັກໂທດທີ່ສານຕັດສິນລົງໂທດຕະຫຼອດຊີວິດ 996 ຄົນ ເພີ້ມຂຶ້ນ 80 ຄົນ.”

ທັງນີ້ໃນ 2 ປີຜ່ານມາ ຕຳຫຼວດລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນ ຈາກ 9,430 ກວ່າຄະດີ ຢຶດຢາບ້າ 37 ກວ່າລ້ານເມັດ ເຮໂຣອິນ ກວ່າ 735 ກິໂລກຣາມ ຢາໄອສ໌ ກວ່າ 2 ໂຕນ ກັນຊາ 6.3 ໂຕນ ຝິ່ນ ກວ່າ 500 ກິໂລ ກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີ 10 ໂຕນ ອາວຸດປືນ ແລະອຸບປະ ກອນສື່ສານ ກວ່າ 1 ໝື່ນລາຍການ.

ພວກແກັ່ງອາຊະຍາກອນ ທີ່ຖືກທາງການຈັບໄດ້ ລໍຖ້າການດຳເນີນຄະດີ ບາງສ່ວນເປັນຊາວຕ່າງຊາດຈາກຈີນ ຫວຽດນາມ ແລະໄທ.
ພວກແກັ່ງອາຊະຍາກອນ ທີ່ຖືກທາງການຈັບໄດ້ ລໍຖ້າການດຳເນີນຄະດີ ບາງສ່ວນເປັນຊາວຕ່າງຊາດຈາກຈີນ ຫວຽດນາມ ແລະໄທ.

ສ່ວນທ່ານບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ຍອມຮັບວ່າ ບັນຫາອາຊະຍາກຳໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ທັງບັນຫາຢາເສບຕິດ ການຄ້າເຖື່ອນ-ໜີພາສີ ການຄ້າປະເວນີ ແລະການເຂົ້າເມືອງທີ່ຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍທີ່ຕັ້ງຢູ່ຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ຊຶ່ງມີຊາວຈີນເດີນທາງມາຫຼິ້ນການພະນັນ ຢູ່ທີ່ບ່ອນກາສິໂນ King Roman ນັ້ນເ ປັນກໍລະນີພິເສດ ໂດຍສະເພາະກໍແມ່ນໃນໄລຍະການສົ່ງເສີມການທ່ອງທ່ຽວ ລະຫວ່າງລາວກັບຈີນ ໃນປີ 2018-2019 ນັ້ນ ທາງການລາວ ໄດ້ຈັບກຸມອາຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງຕົວໄປໃຫ້ທາງການຈີນແລ້ວ ຈຳນວນ 313 ຄົນ ທີ່ຮ່ວມກັນສໍ້ໂກງເງິນ ຈາກຊາວຈີນດ້ວຍກັນໂດຍຜ່ານລະບົບ Internet ຈຳນວນເກີນກວ່າ 1,200 ກໍລະນີ ທີ່ຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 200 ລ້ານ ຢວນ ສ່ວນສະຫະພັນແມ່ຍິງລາວ ກໍໄດ້ໃຫ້ການຊ່ອຍເຫຼືອແມ່ຍິງລາວ 226 ຄົນ ທີ່ຕົກເປັນເຍື່ອຂອງການຄ້າມະນຸດໃນຈີນ ຫວຽດນາມ ແລະໄທ ໃນໄລຍະ 2 ປີທີ່ຜ່ານມາ.

ທາງການແຂວງບໍ່ແກ້ວ ໄດ້ຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ ພ້ອມດ້ວຍຂອງກາງເປັນຢາບ້າ ຈຳນວນຫຼາຍກວ່າ 55 ລ້ານເມັດ.
ທາງການແຂວງບໍ່ແກ້ວ ໄດ້ຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ ພ້ອມດ້ວຍຂອງກາງເປັນຢາບ້າ ຈຳນວນຫຼາຍກວ່າ 55 ລ້ານເມັດ.

ທັງນີ້ ໂດຍແກັ່ງອາຊະຍາກຳຈີນ ຖືເປັນແກັ່ງອາຊະຍາກອນທີ່ຖືກຈັບກຸມໃນລາວ ຫຼາຍທີ່ສຸດ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ຊຶ່ງພະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະຫຼວງນ້ຳທາ ໄດ້ສົ່ງຕົວຊາວຈີນ ໃຫ້ກັບຕຳຫຼວດຈີນ ທີ່ແຂວງ ຢູນນານ ຫຼາຍກວ່າ 980 ຄົນ ທີ່ພົວພັນກັບແກັ່ງຄ້າຢາເສບຕິດ ແກັ່ງຄ້າມະນຸດ ແກັ່ງການພະນັນ Online ແລະແກັ່ງຟອກເງິນ ທີ່ມີລັກສະນະເປັນອາຊະຍາກຳຂ້າມຊາດ ໃນປີ 2018-2020 ສ່ວນ ສະພາແຫ່ງຊາດລາວ ກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ເມື່ອເດືອນພະຈິກ 2021 ໂດຍແນໃສ່ການເພີ້ມປະສິດທິພາບໃນການພັດທະນາເສດຖະກິດ ການຄ້າແລະການລົງທຶນຢູ່ຊາຍແດນລາວ ກັບປະເທດເພື່ອນບ້ານ ທີ່ຮັບປະກັນໃຫ້ໄດ້ວ່າ ປາດສະຈາກບັນຫາອາຊະຍາກຳຢ່າງແທ້ຈິງ.

ແຕ່ຢ່າງໃດກໍຕາມ ການປະຕິບັດງານດ້ານການບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນລາວ ຍັງຖືວ່າ ມີປະສິດທິພາບຕ່ຳ ເພາະການປະຕິບັດໜ້າທີ່ຂອງພະນັກງານໄອຍະການ ທີ່ບໍ່ມີຄວາມຮັບຜິດຊອບຕໍ່ສ່ວນລວມ ແລະບໍ່ໂປ່ງໃສນັ້ນ ເຮັດໃຫ້ເກີດເປັນບັນຫາຫຍໍ້ທໍ້ ໃນຂະບວນການດຳເນີນຄະດີຂອງສານທຸກຂັ້ນ ທັງຍັງຖືເປັນປັດໄຈສຳຄັນ ທີ່ເຮັດໃຫ້ປະຊາຊົນລາວ ບໍ່ເຊື່ອໝັ້ນຕໍ່ຂະບວນການຍຸຕິທຳໃນລາວ ເພີ້ມຂຶ້ນນັບມື້ ຊຶ່ງເຫັນໄດ້ຈາກການບັງຄັບຄະດີ ຕາມການຕັດສິນຂອງສານປະຊາຊົນ ທີ່ຈັດຕັ້ງປະຕິບັດໄດ້ພຽງ 3.43 ເປີເຊັນ ຂອງຄະດີອາຍາ 32,229 ຄະດີ ແລະ 7.97 ເປີເຊັນຂອງຄະດີແພ່ງ 8,798 ຄະດີ ໃນທົ່ວປະເທດ.

XS
SM
MD
LG