ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີແຮງງານ ລາວ 213,203 ຄົນທີ່ຍັງສືບຕໍ່ທຳງານຢ່າງຖືກຕ້ອງຕາມກົດໝາຍໃນປະເທດ ໄທ


ແຮງງານລາວລວມຕົວກັນຢູ່ຈັງຫວັດ ອຸບົນ ຣາຊະທານີ ເພື່ອເດີນທາງກັບລາວ ຍ້ອນການລະບາດຂອງໄວຣັສ ໂຄວິດ-19.
ແຮງງານລາວລວມຕົວກັນຢູ່ຈັງຫວັດ ອຸບົນ ຣາຊະທານີ ເພື່ອເດີນທາງກັບລາວ ຍ້ອນການລະບາດຂອງໄວຣັສ ໂຄວິດ-19.

ມີແຮງງານ ລາວ 213,203 ຄົນທີ່ຍັງສືບຕໍ່ທຳງານຢ່າງຖືກຕ້ອງຕາມກົດໝາຍໃນປະເທດ ໄທ ແຕ່ຍັງບໍ່ລວມເຖິງແຮງງານ ລາວ ອີກ 8,400 ກວ່າຄົນທີ່ຍັງລັກລອບທຳງານໂດຍຜິດກົດໝາຍຢູ່ໃນ ໄທ ເລື້ອຍມາ.

ທ່ານ ສຸຊາດ ຊົມກິ່ນ ລັດຖະມົນຕີກະຊວງແຮງງານ ໄທ ຢືນຢັນວ່າໃນປັດຈຸບັນມີແຮງງານຈາກ ພະມ້າ, ລາວ, ກຳປູເຈຍ, ຫວຽດນາມ ທີ່ທຳງານຢ່າງຖືກຕ້ອງຕາມກົດໝາຍໃນປະເທດ ໄທ 2,131,751 ຄົນໃນນີ້ແບ່ງເປັນແຮງ ງານ ພະມ້າ 1,462,935 ຄົນ, ກຳປູເຈຍ 455,476 ຄົນ, ລາວ 213,203 ຄົນ, ຫວຽດນາມ 137 ຄົນ ຫາກແຕ່ວ່ານາຍຈ້າງໃນ ໄທ ຍັງຕ້ອງການຈ້າງແຮງງານຈາກ 4 ປະເທດດັ່ງກ່າວເພີ່ມຂຶ້ນ 4 ກວ່າແສນຄົນ ຊຶ່ງລັດຖະ ບານ ໄທ ກໍອະນຸຍາດໃຫ້ນຳເຂົ້າແຮງງານໄດ້ໂດຍຜ່ານບໍລິສັດຈັດຫາງານເທົ່ານັ້ນ ແລະ ແຮງງານຕ້ອງໄດ້ຮັບການສັກຢາວັກຊີນກັນ ໂຄວິດ-19 ຈຳນວນ 2 ເຂັມ ແລະ ກັກບໍລິເວນ 7 ວັນ ສ່ວນແຮງງານທີ່ໄດ້ຮັບຢາວັກຊີນ 1​ ເຂັມນັ້ນຈະຕ້ອງໄດ້ສັກເຂັມທີ 2 ແລະ ກັກບໍລິເວນ 14 ວັນໂດຍນາຍຈ້າງໃນ ໄທ ຮັບຜິດຊອບຄ່າໃຊ້ຈ່າຍທັງຄ່າກວດຫາໄວຣັສ ໂຄວິດ-19 ແລະ ຄ່າປະກັນສຸຂະພາບດັ່ງທີ່ທ່ານ ສຸຊາດ ໄດ້ໃຫ້ການຢືນຢັນວ່າ

“ການເຂົ້າມາກໍຕ້ອງຜ່ານມາດຕະການຄວບຄຸມໂຣກຕິດຕໍ່ຂອງກະຊວງສາທາລະນະສຸກເຊັ່ນ ສັກຢາວັກຊີນມາ ຈາກຕົ້ນທາງ 2 ເຂັມແລ້ວກໍກັກຕົວ 7 ວັນ. ແຕ່ຖ້າສັກມາເຂັມດຽວຈຈັ່ງໃດກໍຕ້ອງກັກຕົວ 14 ວັນ ແຕ່ເຂົ້າມາເຖິງກໍຕ້ອງມີການກວດ Swap ຖ້າກວດເຫັນເຊື້ອເຮົາກໍຕ້ອງໃຫ້ຜູ້ປະກອບການເຮັດປະກັນໂຄວິດໄວ້ກ່ອນເລີຍ ເພື່ອບໍ່ເປັນພາລະພາສີພີ່ນ້ອງປະຊາຊົນ ຫຼັງຈາກທີ່ຄົບ 7 ວັນເຂົາໄດ້ຮັບວັກຊີນ 2 ເຂັມແລ້ວກໍໂອເຄ ປ່ອຍໃຫ້ເຂົາເຮັດວຽກ ແຕ່ຖ້າຄົບ 14​ວັນກະຊວງແຮງງານກໍສັກວັກຊີນໃຫ້ແລ້ວກໍປ່ອນໃຫ້ເຮັດວຽກ.”

ສ່ວນທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານສະຫະພັນກຳມະບານ ລາວ ຖະແຫຼງວ່າການລະບາດໄວຣັສໂຄວິດ-19 ເຮັດໃຫ້ແຮງານ ລາວ ທີ່ລັກລອບເຮັດວຽກຜິດກົດໝາຍໃນປະເທດ ໄທ ພາກັນເດີນທາງກັບຄືນມາ ລາວກວ່າ 158,000 ຄົນໃນປີ 2020 ແລະ ຫຼາຍກວ່າ 56,000 ຄົນໃນປີ 2021 ທັງຍັງເຫຼືອອີິກກວ່າ 8,400 ຄົນທີ່ຍັງລັກລອບເຮັດວຽກໂດຍຜິດກົດໝາຍຢູ່ ໄທ ເລື້ອຍມາ ດັ່ງທີ່ທ່ານນາງ ອາລີ ໄດ້ຢືນຢັນວ່າ

“ແຮງງານ ລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ 224,118 ຄົນ ໄປຖືກຕ້ອງຕາມກົດໝາຍມີ 84,627 ຄົນ, ໄປແບບບໍ່ຖືກຕ້ອງຫັ້ນມີ 139,851 ຄົນ, ແຮງງານທີ່ເດີນທາງກັບມາຈາກຕ່າງປະເທດໃນປີ 2020 ມີ 158,753 ຄົນ ແລ້ວປີ 2021 ຫັ້ນມີ 56,918 ຄົນ ແລະ ຍັງຄ້າງຢູ່ຕ່າງປະເທດ 8,444 ຄົນ.“

ສ່ວນທ່ານພັນຄຳ ພິລາວັນ ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຈະດຳເນີນການທຸກວິທີທາງເພື່ອຫຼຸດອັດຕາການຫວ່າງງານໃນລາວໃຫ້ໄດ້ຢ່າງເປັນຮູບປະທຳ ໂດຍສະເພາະແມ່ນການສ້າງວຽກເຮັດງານທຳໃຫ້ກັບແຮງງານລາວ ທີ່ບໍ່ມີຝີມືຈຳນວນຫຼາຍກວ່າ 439,000 ຄົນ ທີ່ສ່ວນໃຫຍ່ກໍຄືແຮງງານລາວທີ່ຖືກເລີກຈ້າງ ແລະເດີນທາງກັບມາຈາກປະເທດໄທ ຍ້ອນການລະບາດພະຍາດໄວຣັສໂຄວິດ-19 ໂດຍລັດຖະບານລາວຈະເຈລະຈາກັບກຸ່ມທຸລະກິດຕ່າງໆເພື່ອຂໍໃຫ້ຈ້າງແຮງງານລາວເພີ້ມຂຶ້ນ ໂດຍສະເພາະແມ່ນກຸ່ມທຸລະກິດທີ່ລົງທຶນໃນເຂດເສດຖະກິດພິເສດທີ່ສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດນັ້ນ ແຕ່ວ່າບັນຫາກໍຄືແຮງງານລາວ ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕ່າງຊາດໄດ້ເລີຍ ເພາະເປັນແຮງງານທີ່ບໍ່ມີຝີມືນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະວັດດີການສັງຄົມ ຢືນຢັນວ່າການຫວ່າງງານໃນລາວໄດ້ກາຍເປັນບັນຫາທີ່ຮຸນແຮງເພີີ້ມຂຶ້ນນັບມື້ ຍ້ອນຜົນ ກະທົບຈາກການລະບາດໄວຣັສໂຄວິດ-19 ໂດຍສະເພາະແຮງງານລາວທີ່ຖືກເລີກຈ້າງ ແລະເດີນທາງຈາກໄທກັບມາລາວຫຼາຍກວ່າ 439,000 ຄົນ ໃນປັດຈຸບັນກໍຍັງບໍ່ສາ ມາດແກ້ໄຂໄດ້ ເພາະລັດຖະບານລາວສາມາດສ້າງງານຮອງຮັບໄດ້ ພຽງ 45,500 ຄົນເທົ່ານັ້ນ.

ໂດຍໃນຊ່ວງປີ 2016 ຫາ 2020 ລັດຖະບານລາວສາມາດສ້າງວຽກເຮັດງານທຳ ໃຫ້ກັບແຮງງານລາວໄດ້ທັງໝົດ 523,559 ຄົນ ຄິດເປັນ 73 ເປີເຊັນ ຂອງແຜນການ 5 ປີ. ໃນນີ້ເປັນການສ້າງງານໃນປະເທດ 244,055 ຄົນ ແລະ 279,504 ຄົນ ເປັນແຮງງານລາວທີ່ໄປທຳງານຢູ່ຢ່າງຖືກຕ້ອງຕາມກົດໝາຍໃນ ໄທ ທັງນີ້ສາເຫດທີ່ເຮັດໃຫ້ແຮງ ງານລາວສ່ວນໃຫຍ່ຍັງຕ້ອງເດີນທາງໄປທຳງານຢູ່ ໄທ ເພາະວ່າມີຄ່າຈ້າງສູງກວ່າ ລາວ ກວ່າ 3 ເທົ່າຄື 350 ບາດຫຼື 123,200 ຕໍ່ວັນ ໃນຂະນະທີ່ຄ່າຈ້າງຢູ່ລາວບໍ່ເຖິງ 37,000 ກີບຕໍ່ວັນ.

XS
SM
MD
LG