ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ສານສູງສຸດ ສຫລ ປະຕິເສດ ທີ່ຈະພິຈາລະນາຄະດີອີກ ກ່ຽວກັບຫ້ອງນໍ້າ ສໍາລັບພວກປ່ຽນເພດ


ຮູບພາບເມື່ອທີ 29 ມິຖຸນາ, ປີ 2020 ຂອງສານສູງສຸດສະຫະລັດ ທີ່ມອງຜ່ານ ຕຶກລັດຖະສະພາ ໃນນະຄອນຫລວງວໍຊິງຕັນ.

ສານສູງສຸດຂອງສະຫະລັດ ໄດ້ປະຕິເສດອີກຄັ້ງໃນວັນຈັນວານນີ້ ກ່ຽວກັບການພິຈາລະນາຄືນສິດທິຂອງຜູ້ທີ່ປ່ຽນເພດ, ເຊິ່ງອີງຕາມຄໍາຕັດສິນຂອງສານຂັ້ນຕົ້ນທີ່ເຂດການສຶກສາໃນລັດເວີຈິເນຍ ວ່າດໍາເນີນການຢ່າງຜິດກົດໝາຍ ໂດຍປະຕິ ເສດທີ່ຈະໃຫ້ນັກຮຽນຊາຍປ່ຽນເພດ ໃຊ້ຫ້ອງນໍ້າໃນໂຮງຮຽນມັດທະຍົມປາຍ ທີ່ລາວຮຽນຢູ່ ອັນອີງຕາມລັກສະນະທາງເພດຂອງລາວ.

ຜູ້ພິພາກສາຕັດສິນທີ່ຈະບໍ່ຮັບຟັງຄໍາອະທິບາຍໃດໆຈາກທາງຄະນະກໍາມະການຂອງຄະນະກຳມະການປົກຄອງໂຮງຮຽນກລູເຊັສເຕີ້ ເຄົາຕີ້ ກ່ຽວກັບຄໍາຕັດສິນໃນປີ 2020 ໂດຍສານອຸທອນຂອງລັດຖະບານກາງ, ຢູ່ນະຄອນ ຣິສມອນດ໌ (Richmond) ເຊິ່ງຂັດຕໍ່ກົດລະບຽບຂອງໂຮງຮຽນ ແລະຄວາມພໍໃຈຂອງນັກ ຮຽນປ່ຽນເພດ ເກວິນ ກຣີມ (Gavin Grimm).

ສານບໍ່ໄດ້ໃຫ້ຄໍາອະທິບາຍໃດໆສໍາລັບຄໍາຕັດສິນ. ແຕ່ຜູ້ພິພາກສາສອງຄົນທີ່ມີ ຫົວອະນຸລັກນິຍົມຄື ທ່ານ ຊາມູເອລ ອາລິໂຕ (Samuel Alito) ແລະ ຄລາເຣັນສ໌ ໂທມັສ (Clarence Thomas) ເຫັນພ້ອມກັບການພິຈາລະນາຄະດີ.

ການຕັດສິນນີ້ເປັນໄຊຊະນະສໍາລັບຜູ້ສະໜັບສະໜຸນກຸ່ມຄົນຮັກຮ່ວມເພດ. ທ້າວ ກລີມ ຜູ້ເຊິ່ງສໍາເລັດການສຶກສາໃນປີ 2017, ໄດ້ຟ້ອງໂຮງຮຽນຂອງລາວສອງປີກ່ອນໃນຂະນະທີ່ມີການອອກກົດລະບຽບຫ້າມລາວໃຊ້ຫ້ອງນໍ້າທີ່ສອດຄ່ອງກັບລັກສະນະທາງເພດຂອງລາວ.

ທາງໂຮງຮຽນໃຫ້ລາວໃຊ້ຫ້ອງນໍ້າສໍາລັບເພດທົ່ວໄປ ເຊິ່ງທ້າວ ກລີມ ບອກວ່າ ລາວຮູ້ສຶກຄືຖືກ “ປະນາມ ແລະແຍກໃຫ້ຢູ່ໂດດດ່ຽວ.” ທະນາຍຄວາມຂອງລາວກ່າວວ່າ ຄໍາຕັດສິນຂອງຄະນະກໍາມະການໂຮງຮຽນ ລະເມີດຕໍ່ມາດຕະການຄຸ້ມຄອງສິດທີ່ເທົ່າທຽມກັນ ໃນລັດຖະທໍາມະນູນ ແລະກົດໝາຍ ຂອງສະຫະລັດ ທີ່ຫ້າມມີການຈຳແນກກີດກັນທາງເພດ ພາຍໃນໂຮງຮຽນ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG