ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຍີ່ປຸ່ນ ​ແລະ ເກົາຫຼີໃຕ້ ຈະຊັ່ງຊາເບິ່ງ​ສະ​ຖາ​ນະ​ການ ເກົາ​ຫຼີ​ເໜືອ ຫຼັງ​ຈາກການຍິງລູກສອນໄຟຫວ່າງມໍ່ໆມານີ້


ຄົນກຳລັງເບິ່ງໂທລະພາບ ຢູ່ສະຖານີລົດໄຟ ໃນເກົາຫຼີໃຕ້ ​ກ່ຽວ​ກັບ​ຂ່າວການທົດລອງລູກສອນໄຟເກົາຫຼີເໜືອ ​ເມື່ອວັນທີ 30, ມັງກອນ 2022.
ຄົນກຳລັງເບິ່ງໂທລະພາບ ຢູ່ສະຖານີລົດໄຟ ໃນເກົາຫຼີໃຕ້ ​ກ່ຽວ​ກັບ​ຂ່າວການທົດລອງລູກສອນໄຟເກົາຫຼີເໜືອ ​ເມື່ອວັນທີ 30, ມັງກອນ 2022.

ທູດພິເສດຮັບ​ຜິດ​ຊອບ​ເລື້ອງເກົາຫຼີເໜືອ​ຂອງສະຫະລັດ ຈະພົບປະກັບພວກເຈົ້າໜ້າທີ່ຍີປຸ່ນແລະເກົາຫຼີິໃຕ້ໃນອາທິດນີ້ ​ອີງ​ຕາມ​ຄຳ​ເວົ້າ​ຂອງກະຊວງຕ່າງປະເທດ ສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ ຫຼັງ​ຈາກ​ມີການທົດລອງ ລູກສອນໄຟ​ຂີ​ປະ​ນາ​ວຸດມາ​ເປັນ​ລຳ​ດັບ ຊຶ່ງພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ພຽງຢາງໄດ້ຍິງໃນເດືອນແລ້ວນີ້.

ເອກອັກຄະລັດຖະທູດສະຫະລັດ ທ່ານຊຸງ ກິມ (Sung Kim) ຈະເດີນທາງໄປ ໂຮໂນລູລູ ແຕ່ວັນທີ 10 ຫາ 15 ເດືອນກຸມພາ ເພື່ອເປັນເຈົ້າພາບ​ຈັດກອງປະ ຊຸມສາມຝ່າຍ “ປຶກສາຫາລີືບັນຫາທົ່ວໄປ ຮວມທັງການປົດ​ອາ​ວຸດນິວເຄລຍທັງໝົດຢູ່ແຫຼມເກົາຫຼີ” ນັ້ນ​ຄື​ຄຳ​ເວົ້າ​ຂອງກະຊວງ​ຕ່າງ​ປະ​ເທດໄດ້ກ່າວຢູ່ໃນຖະແຫຼງ ການ.

ເກົາຫຼີເໜືອໄດ້ຖືກຫ້າມມາເປັນເວລານານ ບໍ່​ໃຫ້ຍິງທົດລອງລູກສອນໄຟຂີປະນາວຸດ ໂດຍສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແຕ່ວ່າ ສະຫະລັດ ແລະປະ ເທດອື່ນໆໄດ້ກ່າວວ່າ ເກົາຫຼີເໜືອໄດ້ທຳການຍິງທົດລອງລູກສອນໄຟ ຂີປະນາວຸດເກົ້າເທື່ອ ໃນເດືອນມັງກອນຜ່ານ​ມານີ້ ຊຶ່ງເປັນ​ການ​ທົດ​ລອງ​ໃນເດືອນດຽວຫຼາຍທີ່ສຸດໃນປະ​ຫວັດ​ການ ສຳ​ລັບໂຄງການນິວເຄລຍ ແລະລູກສອນໄຟຂອງປະເທດ​ດັ່ງ​ກ່າວ.

ຢູ່ໃນເອກກະສານລາຍງານລັບ ຂອງສະຫະປະຊາຊາດ ທີ່ອົງການຂ່າວຣອຍເຕີ​ໄດ້​ເຫັນ​ນັ້​ນ ກ່າວວ່າ ເກົາຫຼີເໜືອຍັງ​ສືບ​ຕໍ່ພັດທະນາໂຄງການ​ອາ​ວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ ​ໃນ​ຮອບປີທີ່ຜ່ານມາ ນອກ​ເໜືອ​ໄປ​ຈາກການໂຈມຕີທາງໄຊເບີ ໃສ່ການແລກປ່ຽນລະ​ບົບເງິນອິນ​ເຕີ​ແນັດ​ຫຼື Cryptocurrency.

ຜູ້ອຳນວຍການ​ດ້ານການພົວພັນ​ກັບເອເຊຍ ແລະໂອຊິອານຽນ ຂອງ​ຍີ​ປຸ່ນ ທ່ານຟູນາໂກຊິ ຕາເກຮິໂຣ (Funakoshi Takehiro) ແລະຜູ້ຕາງໜ້າພິເສດຂອງເກົາຫຼີໃຕ້​ ຮັບ​ຜິດ​ຊອບ​ເລື້ອງສັນຕິພາບ ແລະກິດ​ຈະ​ການ​ດ້ານຄວາມປອດໄພ ໃນແຫຼມເກົາຫຼີ ທ່ານໂນ ກີຢູ-ດັກ (Noh Kyu-duk) ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຢູ່ທີ່ກອງປະຊຸມລັດຖະມົນຕີສາມຝ່າຍ ໃນວັນທີ 12 ກຸມພາ​ນີ້ ຖະ​ແຫຼງ​ການ​ຂອງກະຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດໄດ້ກ່າວເພີ້ມອີກວ່າ “ສະຫະລັດຈະເນັ້ນຢໍ້າໃສ່ຄວາມໝັ້ນໝາຍ ດ້ານຄວາມປອດໄພຢູ່​ໃນຂົງເຂດ ແລະສັນຕິພາບຢ່າງຖາ ວອນຢູ່ໃນແຫຼມເກົາຫລີ.

ອ່ານຂ່າວນີ້ເພີີ້ມເປັນພາສາອັງກິດ

XS
SM
MD
LG