ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ສະແດງ ຄວາມຍິນດີ ນຳ ສປປ ລາວ ທີ່ລົບລ້າງ ພະຍາດຕາສານ


ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ຖ່າຍຮູບຮ່ວມກັບ ເຈົ້າໜ້າທີ່ລາວ.
ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ ຖ່າຍຮູບຮ່ວມກັບ ເຈົ້າໜ້າທີ່ລາວ.

ສະຫະລັດ ສະແດງຄວາມຍິນດີນຳ ສປປ ລາວ ໃນການລົບລ້າງພະຍາດຕາສານ

ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມ
ກັບເຈົ້າຫນ້າທີ່ຂອງ ສປປ ລາວ ໃນພິທີສະເຫຼີມສະຫຼອງຢູ່ໂຮງແຮມດອນຈັນພາເລດ
ໃນວັນທີ 26 ມັງກອນວານນີ້ ທີ່ ສປປ ລາວແມ່ນເປັນປະເທດທີ 5 ທີ່ສາມາດປະກາດ
ລົບລ້າງ ພະຍາດຕາສານ ບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະສຸກອີກຕໍ່ໄປ.

ພະຍາດຕາສານ ແມ່ນພະຍາດທາງສາຍຕາ ທີ່ສາມາດຕິດຕໍ່ໄດ້ ຜ່ານແບັກທີເລຍທີ່
ເຮັດໃຫ້ຂົນຕາປົ່ງກັບເຂົ້າໄປໃນຕາ. ພະຍາດຕາສານໂດຍທົ່ວໄປແລ້ວ ແມ່ນຈະຕິດ
ຕໍ່ຈາກຄົນສູ່ຄົນ ໂດຍຜ່ານການສຳພັດກັບບັນດາແມງໄມ້ແລະມືທີ່ມີເຊື້ອ.

ໃນໄລຍະ 5 ປີທີ່ຜ່ານມາ ລັດຖະບານສະຫະລັດ ໂດຍຜ່ານອົງການພັດທະນາສາກົນ
ຂອງສະຫະລັດ ຫຼື USAID ໄດ້ຊ່ວຍເຫຼືອ ສປປ ລາວ ໂດຍການມອບທຶນຈຳນວນ 2
ລ້ານ 7 ແສນໂດລາ ໃນການປະຕິບັດວຽກງານເພື່ອລົບລ້າງບັນດາພະຍາດເຂດຮ້ອນ
ທີ່ຖືກລະເລີຍ ເຊັ່ນພະຍາດຕາສານ.

ທ່ານທູດຣີນາ ໄດ້ກ່າວໃນພິທີວ່າ ສະຫະລັດມີຄວາມພາກພູມໃຈຫຼາຍທີ່ໄດ້ຊ່ວຍເຫຼືອ
ສປປ ລາວ ໃນວຽກງານການລົບລ້າງພະຍາດຕາສານ ເຊິ່ງນີ້ແມ່ນເປັນໜຶ່ງໃນບັນດາ
ຕົວຢ່າງ ການຮ່ວມມື ທີ່ເຂັ້ມແຂງ ແລະແໜ້ນແຟ້ນ ຂອງສອງປະເທດ ຂອງພວກເຮົາ. ພວກເຮົາຈະສືບຕໍ່ປະຕິບັດໜ້າທີ່ ຢ່າງໃກ້ຊິດ ເພື່ອເຮັດໃຫ້ ສປປ ລາວ ກາຍເປັນປະ
ເທດທີ່ເຂັ້ມແຂງ ປະຊາຊົນມີສຸຂະພາບແຂງແຮງ ແລະຜາສຸກ.

ລັດຖະບານສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອ ລັດຖະບານ ສປປ ລາວ ໃນວຽກ
ງານນີ້ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ໂດຍຜ່ານໂຄງການຂອງ USAID ເຊັ່ນ End
in Asia ແລະ ENVISION. ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອກະຊວງສາທາ
ລະນະສຸກໃນການເກັບກຳຂໍ້ມູນທີ່ເຊື່ອຖືໄດ້ ກ່ຽວກັບສະຖານະຂອງພະຍາດຕາສານ
ໃນລາວ ແລະປະຕິບັດຕາມເງື່ອນໄຂ ຂອງການລົບລ້າງພະຍາດຕາສານ ເຊິ່ງເປັນຂໍ້ ກໍານົດໃນການລົບລ້າງພະບາດ ຂອງອົງການອະນາໄມໂລກ.

XS
SM
MD
LG