ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ອົງການ ສປຊ ເປີດເຜີຍວ່າ ແກັ່ງອາຊະຍາກໍາ ໃຊ້ສື່ສັງຄົມເທເລແກຣມ ເພື່ອປະຕິບັດການໃນອາຊຽນ


ແຟ້ມຮູບ-ເຄື່ອງໝາຍເທເລແກຣມ ທີ່ປາກົດໃຫ້ເຫັນໃນໜ້າຈໍໂທລະສັບມືຖື.
ແຟ້ມຮູບ-ເຄື່ອງໝາຍເທເລແກຣມ ທີ່ປາກົດໃຫ້ເຫັນໃນໜ້າຈໍໂທລະສັບມືຖື.

ລາຍງານຫຼ້າສຸດຈາກອົງການສະຫະປະຊາຊາດເປີດເຜີຍວ່າ ເຄືອຂ່າຍອາຊະຍາກໍາທີ່ມີອິດທິພົນຫຼາຍກຸ່ມໃນເອເຊຍຕາເວັນອອກສຽງໃຕ້ ນໍາໃຊ້ອັບພລິເຄຊັນສົ່ງຂໍ້ຄວາມ ເທເລແກຣມ ຢ່າງກວ້າງຂວາງ ເພື່ອຂະຫຍາຍປະຕິບັດການຜິດກົດໝາຍຂະໜາດໃຫຍ່.

ລາຍງານທີ່ໄດ້ຮັບການເປີດເຜີຍອອກມາໃນວັນຈັນວານນີ້ ໄດ້ນໍາສະເໜີຂໍ້ກ່າວຫາຄັ້ງໃໝ່ແອັບທີ່ມີການເຂົ້າລະຫັດ ແລະກາຍເປັນເປົ້າໃຫ້ມີການຕິດຕາມຢ່າງໜັກ ຫຼັງຈາກລັດຖະບານຝຣັ່ງ ດໍາເນີນການຟ້ອງຮ້ອງ ທ່ານ ພາເວລ ດູຣອຟ ຜູ້ກໍ່ຕັ້ງສື່ສັງຄົມອອນລາຍໃນຂໍ້ຫາທີ່ວ່າ ດໍາເນີນການເປີດຊ່ອງທາງໃຫ້ທີການກໍ່ອາຊະຍາກໍາໃນເວທີສັງຄົມອອນລາຍດັ່ງກ່າວ.

ໜ່ວຍງານປ້ອງກັນຢາເສບຕິດ ແລະປາບປາມອາຊະຍາກໍາແຫ່ງອົງການສະຫະປະຊາຊາດ ຫຼື UNODC, ເປັນຜູ້ດໍາເນີນການລາຍງານນີ້ເປີດເຜີຍວ່າ ອາຊະຍາກໍາທີ່ເກີດຂຶ້ນຜ່ານ “ເທເລແກຣມ” ນັ້ນລວມມີ ການລັກເຈາະຂໍ້ມູນເຊັ່ນ ການເຂົ້າເຖິງລາຍລະອຽດຂອງບັດເຄຣດິດ, ລັດຫັດຜ່ານ ແລະປະຫວັດການເຂົ້າເວັບບຣາວເຊີ (browser history) ເພື່ອນໍາໄປຊື້ຂາຍກັນຢ່າງເປີດເຜີຍ.

ນອກນັ້ນ, ຍັງມີການຂາຍເຄື່ອງມືການກໍ່ອາຊະຍາກໍາຕ່າງໆທາງໄຊເບີ້ເຊັ່ນ ຊັອບແວ deepfake ເພື່ອນໍາເອົາໄປສ້າງຂໍ້ມູນຫຼອກລວງທັງຫຼາຍ, ແລະ malware ສໍາລັບການຫຼອກລວງ ແລະລັກຂໍ້ມູນຕ່າງໆ ລວມທັງບໍລິການຟອກເງິນຜ່ານສະກຸນເງິນ ຄຣິບໂຕ ທີ່ບໍມີໃບອະນຸຍາດ ໃນແອັບເທເລແກຣມ ອີກດ້ວຍ.

ລາຍງານດັ່ງກ່າວລະບຸອີກວ່າ “ຫຼັກຖານແໜ້ນໜາທີ່ພິສູດເລື່ອງຂອງຕະຫຼາດຂໍ້ມູນໃຕ້ດິນ ທີ່ຂະຫຍາຍໄປຍັງເທເລແກຣມ ແລະຜູ້ຂາຍ ລວມກຸ່ມອົງກອນອາຊະຍາກໍາຂ້າມຊາດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງ.”

ອົງການ UNODC ກ່າວວ່າ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ກາຍມາເປັນສູນກາງອັນສໍາຄັນຂອງອຸດສາຫະກໍາທີ່ມີມູນຄ່າຫຼາຍໝື່ນລ້ານໂດລາ ໂດຍມີຜູ້ເຄາະຮ້າຍທົ່ວໂລກເປັນເປົ້າໝາຍຫຼັກຂອງການດໍາເນີນແຜນການຕົວະຕົ້ມຫຼອກລວງຕ່າງໆ, ເຊິ່ງຫຼາຍອົງການທີ່ກ່າວມານັ້ນ ມີອົງກອນສັນຊາດຈີນ ເຊິ່ງປະຕິບັດການຢູ່ໃນພື້ນທີ່ທີ່ເປັນດັ່ງຖານປະຕິບັດການ ແລະມີຜູ້ຄົນທີ່ຖືກຄ້າມະນຸດ ເຮັດວຽກຢູ່ພາຍໃນ.

ອຸດສາຫະກໍາດັ່ງກ່າວ ສາມາດສ້າງລາຍໄດ້ຮອດ 27,400 ຫາ 36,500 ລ້ານໂດລາຕໍ່ປີ., ອີງຕາມຂໍ້ມູນຈາກອົງການ UNODC.

ອົງການຂ່າວ Reuters ໄດ້ຕິດຕໍ່ໄປຍັງ ເທເລແກຣມ ເຊິ່ງມີຜູ້ນໍາໃຊ້ຮອດ 1,000 ລ້ານຄົນ, ແຕ່ບໍ່ໄດ້ຮັບການຕອບສະໜອງ ກ່ອນການເຜີແຜ່ລາຍງານກ່ຽວກັບຂ່າວດັ່ງກ່າວນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG